ຫໍພິພິທພັນຂ່າວ
2009-09-28
ຫໍພິພິທພັນຂ່າວ ເປັນຫໍເກັບກຳຂ່າວ ເປັນສຖາບັນທີ່ ບອກເລົ່າເຖິງຄວາມ ເປັນມາຂອງຂ່າວ ເປັນສຖານທີ່ ໃນລັກສນະໃຫ້ ຜູ້ຄົນເຂົ້າຊົມ ແບບທັສນະສຶກສາ, ຮຽນຮູ້ເຖິງຄວາມ ສຳຄັນຂອງການ ມີເສຣີພາບ ໃນການປາກເວົ້າ ແລະຂີດຂຽນ. ປະຊາຊົນ ມີສິດທີ່ຈະຮູ້, ນັກຂ່າວມີສິດ ບອກໃຫ້ຮູ້ ໃນເຫດການ ທີ່ເກີດຂື້ນໃນ ແຕ່ລະວັນ ຂອງໂລກພາຍ ແລະ ພາຍໃນປະເທດ. ສຖານບັນນີ້ ສະແດງເຖິງ ສິດເສຣີພາບ ແລະຈະຢູ່ຄຽງຄູ່ ກັນໄປກັບຄຳວ່າ ປະຊາທິປະຕັຍ.
ນາງສາວງາມເອເຊັຽອະເມຣິກາ 2009
2009-09-28
ຣັຖບານປາບປາມ
2009-06-03
ການປະກາດໃຊ້ ກົດອາຍາ ການເສິກ ໃນວັນທີ 20 ເດືອນພຶສພາ ນັ້ນບໍ່ໄດ້ ຍັບຍັ້ງພວກ ປະທ້ວງແຕ່ ປະການໃດເລີຍ ພວກເຂົາເຈົ້າ ຍັງສາມາດ ສະກັດກັ້ນ ທະຫານໃນ ຣົຖບັນທຸກ ແລະມີໂອກາດ ໂອ້ລົມກັບ ພວກທະຫານ ເຫລົ່ານັ້ນໃນ ຂະນະທີ່ ເຂົາເຈົ້າກຳລັງ ມູ້ງໜ້າໄປສູ່ ຈະຕຸຣັດ Tiananmen Square. ຕລອດລະຍະ ເວລານັ້ນ Muriel Southerland ໄດ້ຖ່າຍຮູປໄປ ເລື້ອຍໆ. ແລະແລ້ວໃນຍ່ານ ວັນທີ 3ເດືອນ ມິຖຸນາ ການປາບປາມ ຢ່າງຮ້າຍແຮງ ກໍ່ເລີ້ມຂື້ນ ເປັນເວລາ ສອງວັນ ຈົນພາໃຫ້ ຄົນເສັຽຊີວິດ ເປັນຈຳນວນ ຫລວງຫລາຍ. ຊື່ງຈຳນວນ ດັ່ງກ່າວໄດ້ ຖືກຮັກສາໄວ້ ເປັນຄວາມລັບ. ແລະ ຫລັງຈາກນັ້ນ ຣັຖບານ ກໍ່ໄດ້ປົກປິດ ເຫດການໃນ ຄັ້ງນັ້ນໄວ້ ຢ່າງເຂັ້ມງວດ.
ການປະທ້ວງຂຍາຍວົງກວ້າງ
2009-06-03
ຕັ້ງແຕ່ກາງເດືອນ ເມສາ ໄປຈົນເຖິງເດືອນ ພຶສພາ Muriel Southerland ອອກບ້ານໄປ ແຕ່ລະມື້ເພື່ອ ຖ່າຍຮູປການ ປະທ້ວງຂອງ ນັກສຶກສາ ທີ່ Tiananmen Square. ການປະທ້ວງໄດ້ ຂຍາຍອອກໄປ ທົ່ວປະເທດ ຊື່ງເປັນ ຂະບວນການ ຮຽກຮ້ອງ ປະຊາທິປະຕັຍ ໂດຍມີຊາວ ກຸງປັກກິ່ງ ກວ່າລ້ານຄົນ ພາກັນລົງຖນົນ ເພື່ອໃຫ້ການ ສນັບສນູນ ພວກນັກສຶກສາ.
ນັກສຶກສາ ເລີ້ມ ອົດອາຫານ ປະທ້ວງ
2009-06-03
ໃນເດືອນ ພຶສພາ 1989 ພວກນັກສຶກສາ ເລີ້ມອົດອາຫານ ປະທ້ວງເພື່ອ ຮຽກຮ້ອງຕໍ່ ຣັຖບານ ເປີດໂອກາດໃຫ້ ມີການໂອ້ລົມ ເຈຣະຈາກັນ. ໃນເວລານັ້ນ Muriel Southerland ໄດ້ຖ່າຍຮູປພວກ ນັກສຶກສາທີ່ ອົດເຂົ້າປະທ້ວງ ແລະພວກສນັບ ສນູນເຂົາເຈົ້າ.
ປີໃໝ່ລາວ ພ.ສ 2552 ຫລວງພຣະບາງ
2009-04-22
ຫລວງພຣະບາງ ສຳເຣັດ ການປະກວດ ນາງສັງຂານ ເພື່ອແຫ່ ໃນງານສລອງ ເທສການປີໃຫມ່ ປີນີ້.

















