ຣັຖບານປາບປາມ

2009-06-03

ການປະກາດໃຊ້ ກົດອາຍາ ການເສິກ ໃນວັນທີ 20 ເດືອນພຶສພາ ນັ້ນບໍ່ໄດ້ ຍັບຍັ້ງພວກ ປະທ້ວງແຕ່ ປະການໃດເລີຍ ພວກເຂົາເຈົ້າ ຍັງສາມາດ ສະກັດກັ້ນ ທະຫານໃນ ຣົຖບັນທຸກ ແລະມີໂອກາດ ໂອ້ລົມກັບ ພວກທະຫານ ເຫລົ່ານັ້ນໃນ ຂະນະທີ່ ເຂົາເຈົ້າກຳລັງ ມູ້ງໜ້າໄປສູ່ ຈະຕຸຣັດ Tiananmen Square. ຕລອດລະຍະ ເວລານັ້ນ Muriel Southerland ໄດ້ຖ່າຍຮູປໄປ ເລື້ອຍໆ. ແລະແລ້ວໃນຍ່ານ ວັນທີ 3ເດືອນ ມິຖຸນາ ການປາບປາມ ຢ່າງຮ້າຍແຮງ ກໍ່ເລີ້ມຂື້ນ ເປັນເວລາ ສອງວັນ ຈົນພາໃຫ້ ຄົນເສັຽຊີວິດ ເປັນຈຳນວນ ຫລວງຫລາຍ. ຊື່ງຈຳນວນ ດັ່ງກ່າວໄດ້ ຖືກຮັກສາໄວ້ ເປັນຄວາມລັບ. ແລະ ຫລັງຈາກນັ້ນ ຣັຖບານ ກໍ່ໄດ້ປົກປິດ ເຫດການໃນ ຄັ້ງນັ້ນໄວ້ ຢ່າງເຂັ້ມງວດ.

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ