ວິທຍຸເອເຊັຽເສຣີ ຜແນກພາສາລາວ ມີຜົນປໂຍດ ອັນໃດແດ່ ແກ່ຜູ້ຟັງ ຕລອດລະຍະ 10 ປີມານີ້

ວິທຍຸເອເຊັຽເສຣີ ຖືກສ້າງຕັ້ງຂຶ້ນ ທີ່ນະຄອນຫຼວງວໍຊິງຕັນ ດີຊີ ສະຫະຣັດອະເມຣິກາ ໃນປີ 1996 ດ້ວຍທຶນ ຂອງຣັຖບານສະຫະຣັດ. ວິທຍຸເອເຊັຍເສຣີ ເປັນອົງການຈັດຕັ້ງເອກກະຊົນ ບໍ່ຫວັງຜົນກຳໄລ ມີໜ້າທີ່ ສເນີຂ່າວຕໍ່ຜູ້ຟັງ ໃນປະເທດຕ່າງໆ ຢູ່ເອເຊັຽ, ຊຶ່ງບໍ່ມີທາງ ທີ່ຈະໄດ້ຮັບຂ່າວຄາວ ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ທັນການໄດ້.
ຈໍາປາທອງ
2007.08.18
FT-10th management team ຊູຊານ ເລເວີຣີ, ອໍານວຍການ ຝ່າຍເອເຊັຍ ອາເວັນອອກສຽງໃຕ້;​ ແດນ ຊາວເທີແລນ, ຮອງປະທານ ວິທຍຸ ເອເຊັຍເສຣີ; ວຽງໄຊ ຫລວງໂຄດ, ອໍານວຍການ ຜແນກ ພາສາລາວ; ທ້າວໝໍ້ ບຸນນາກ, ຮອງ ຜູ້ອໍານວຍການ ຜແນກພາສາລາວ.
RFA

ໃນ​ຖານະ​ ເປັນ​ອົງການ​ຈັດ​ຕັ້ງ ​ຕົວ​ແທນ​ອອກ​ຂ່າວ, ວິທຍຸ​ເອ​ເຊັຽ​ເສຣີ ມີ​ຄວາມ​ມຸ້ງ​ໝາຍ ກະຈາຍ​ຂ່າວ ​ແລະ​ອອກ​ຂ່າວ​ສົດ ​ໄປ​ຍັງ​ແຕ່ລະ​ປະ​​ເທດ ທີ່​ເປັນ​ເປົ້າໝາຍ ຄື ຈີນ, ທິ​ເບ​ດ, ພະ​ມ້າ, ກຳ​ພູ​ຊາ, ​ເກົາຫຼີ​ເໜືອ, ລາວ ​ແລະ ​ວຽດນາມ.

​ເບີ່​ງຣວມ​ແລ້ວ ​ເຫັນ​ວ່າ ການ​ອອກ​ຂ່າວ​ ກະຈາຍສຽງສາກົນ ​ຈາກ​ສະຫະຣັດອ​ະເມຣິກາ ​ເປັ​ນການ​ອອກຂ່າວ ທີ່​ມີ​ລັກສະນະ ​​ເປັນ​ຕົວ​ແທນ ກະບອກ​ສຽງ ​ຂອງ​ບັນດາ​ປະ​ເທດ ທີ່​ມີ​ການຈຳ​ກັດ ຮັດ​​ແຄບ ​ສິດ ​ເສຣີພາບ​ ຂອງ​ສື່​ມວນ​ຊົນ, ​ເປັນ​ຕົວ​ແທນ​ກະຈາຍ​ຂ່າວ ​ທີ່​ບໍ່​ແມ່ນ​ ການ​ໂຄສະນາ​ຊວນ​ເຊື່ອ ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຈັບ​ອາວຸດ​ຕໍ່ສູ້​ ຕ້ານ​ການ​ບໍຣິຫາ​ນ ປະ​​ເທດ​ ດ້ວຍ​ລະບົບ ​ທີ່​ຫ້ຽມ​ໂຫດ. 

​ແຕ່​ການ​ອອກ​ຂ່າວ ​ແບບ​ເປັນ​ຕົວ​ແທນ​ນັ້ນ ກໍ​ມີ​ຜົນ​ປ​ໂຍດ, ດັ່ງ​ການ​ອອກ​ຂ່າວ​ ຂອງ​ວິທຍຸ ຢູໂຣບ​ເສຣີ ກໍ​ມີ​ບົດບາດ ​ໃນ​ການ​ປະກອບສ່ວນ​ ເຂົ້າ​ໃນ​ການ​ຈູ​ດຂະ​ນວນ ​ການ​ປະຕິວັດ​ ຢູ່​ປະ​ເທດ​ຮັງກາຣີ ປີ 1956 ​ແລະ ​ຢູ່ ​ເຊັກ​ໂກສະ​ໂລ​ວັກ​ກີ ​ໃນ​ປີ 1968 ​ແລະ ​ໃນການ​ປ່ຽນ​ແປງສະພາບການ​ຢູ່​ໂປ​ແລນ, ຢູ່​ບັນດາ​ປະ​ເທດ​ຢູ​ໂຣບຕາ​ເວັນ​ອອກ ​ແລະ ​ສະຫະພາບ​ໂຊ​ວຽດ ​ໃນ​ຊຸມ​ປີ 1970 ​ແລະ​ຊຸມ​ປີ 1980. ​ແຕ່​ກໍ​ຍັງ​ມີ​ຊາວ​ອົພຍົບ ຈຳນວນ​ຫຼວງຫຼາຍ ທີ່​ເຄື່ອນ​ໄຫວ ​ວຽກ​ງານ​ການ​ເມືອງ ຍັງ​ເຫັນ​ວ່າ ການ​ເປັນຕົວ​ແທນ​ອອກ​ຂ່າວ ​ແບບ​ນັ້ນ ຍັງ​ບໍ່​ເປັນ​ທີ່​ພໍ​ໃຈ​ຢູ່.

ທັມມະ​ດາ​ແລ້ວ ການ​ກະຈາຍ​ຂ່າວ ຕ້ອງ​ຢຶດໝັ້ນ​ ຢູ່​ໃນ​ຂອບ​ຂອງ​ຄວາມ​ມີ​ອິສຣະພາບ ຄື​ກັນ​ກັບ​ກິ​ຈການ​ ຂອງ​ໜັງສືພິມ​ນຶ່ງ​ໆ ທີ່​ອອກຂ່າວ​​ໄປ ​ແລ້ວ​ໃຫ້ປະຊາຊົນ​ເປັນ​ຜູ້​ຕັດສິນ​ເອົາ​ເອງ​ວ່າ ຂ່າວ​ນັ້ນ ຫຼື ​ບັນຫາ​ນັ້ນ ​ແມ່ນຢຳ ແລະ ​ຖືກຕ້ອງ​ພຽງ​ໃດ.

​ແລະ​ ມັນກໍເປັນ​ກົດ​ເກນ ​ທີ່​ວ່າ ສຳລັບ​ສັງຄົມ ​ທີ່​ມີ​ການ​ອອກ​ຂ່າວ ແບບ​ເສຣີ​ແລ້ວ ກໍ​ບໍ່​ມີ​ຄວາມຈຳ​ເປັນ​ ທີ່​ຈະ​ອອກຂ່າວກະຈາຍສຽງ​ ແບບ​ເປັນ​ຕົວ​ແທນ​ອັນ​ນີ້.

ວິທຍຸ​ເອ​ເຊັຽ​ເສຣີ​ ຢຶດໝັ້ນ​ ຢູ່​ໃນ​ມາ​ຕຖານ​ ຂ​ອງຄວາມ​ເປັນ​ຈິງ, ​ແມ່ນຢຳ ​ແລະ​ ຍຸຕິ​ທັມ​ໃນ​ການ​ອອກ​ຂ່າວ. ດັ່ງ​ນັ້ນ ວິທຍຸ​ເອ​ເຊັຽ​ເສຣີ ຈຶ່ງ​ຮັກສາ​ເປົ້າ​ໝາຍ ​ຂອງ​ຕົນ​ໄດ້ ຄື​ຄວາມ​ໄວ້​ວາງ​​ໃຈ ແລະ ​ຄວາມ​ເຊື່ອ​ຖື​ຂອງຜູ້​ຟັງ​ໃຫ້​ຫລາຍ​ທີ່​ສຸດ.

ການວາງ​ຕົນ​ແບບ​ນີ້ ອາດ​ແຕກ​ຕ່າງ​ ກັບ​ອົງການ​ຂ່າວ​ອື່ນໆ ທີ່​ອາດ​ມີ​ການ​ປະຕິບັດ ປະ​ເພນີ​ການ​ຂ່າວ​ ເປັນ ຂອງ​ຕົນ​ເອງ.

ອັນ​ສຳຄັນ​ທີ່​ສຸດ ​ສຳລັບ​ວິທຍຸ​ເອ​ເຊັຽ​ເສຣີ ກໍ​ຄື ​ບໍ່​ເປັນ​ກະບອກ​ສຽງ​ ໂຄສນາ​ນະ​ໂຍບາຍ ຂອງ​ສະຫະຣັດ ຫຼື ​ກຸ່ມ​ຈັດ​ຕັ້ງ​ການ​ເມືອງ​ອັນ​ໃດ​ອັນ​ນຶ່ງ ວິທຍຸ​ເອ​ເຊັຽ​ເສຣີ ສນອງ​ຂ່າວສານ ​ທີ່ມີ​ມູນຄວາມ​ຈິງ ຊຶ່ງຖືກ​ຫ້າມ​ເປີດ​ເຜີຍ ​ໃນ​ສັງຄົມ​ ທີ່​ມີ​ການ​ຈຳກັດ​ຮັດ​ແຄບ ການ​ອອກ​ຂ່າວ​ຂອງສື່​ມວນ​ຊົນ. ວິທຍຸ​ເອ​ເຊັຽ​ເສຣີ ບໍ່​ສາ​ມາດ​ເປັນສຖາ​ນີວິທຍຸ​ທີ່​ວາງ​ຫຼັກ​ການ​ ແບບ​ຄຳ​ພີ​ຕາຍ​ຕົວ ທີ່​ບໍ່​ມີ​ຂໍ້​ພິສູດ​ ຄື​ກັນກັບ​ວິທຍຸ​ແຫ່ງຣັດ ອາ​ດີດ​ສະຫະພາບ​ໂຊ​ວຽດ.

ອັນ​ນັ້ນ ໝາຍ​ຄວາມ​ວ່າ ​ໃນ​ປະ​ເທດ​ ທີ່​ມີ​ອິສຣະພາບ​ ທາງ​ສື່​ມວນ​ຊົນ ຣັຖບານ​ ຈະ​ບໍ່​ຄວບ​ຄຸມ​ການ​ອອກ​ຂ່າວ. ​ແຕ່​ກົງກັນຂ້າມ​ ໃນ​ປະ​ເທດ​ທີ່​ໃຊ້​ລະບອບ​ການ​ປົກຄອງ ​ແບບ​ຜະ​ເດັດ​ການ ຈະ​ໃຊ້​ວິທຍຸ ​ແລະ ​ລະບົບສື່​ມວນ​ຊົນ​ອື່ນໆ ​ເປັນ​ເຄື່ອງມື​ໂຄສະນາ​ຊວນ​ເຊື່ອ ຂອງ​ພັກ​ ແລະ ຣັດ ​ເພື່ອ

ຈຳກັດ​ທຸກ​ປະກົດ​ການ ​ທີ່​ຫຍໍ້​ທໍ້ ​ທາງ​ແນວ​ຄິດ ​ແລະ ​ວັທນະ​ທັມ ດັ່ງ​ທີ່​ໄດ້​ກຳນົດ​ໄວ້ ​ຢູ່​ໃນມາດຕຣາ 19 ຂອງຣັຖທັມມະ​ນູນ ສາທາຣະນະຣັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ.

​ແລະ ຈະ​ເຫັນ​ແຈ້ງ​ຕື່ມ​ອີກ​ ຢູ່​ໃນ​ມະຕິ 7, ມະຕິ 8  ຂອງ​ພັກ​ປະຊາຊົນປະຕິວັດ​​ລາ​ວ ທີ່​ວ່າ ຂ​ແນ​ງຖ​ແລງ​ຂ່າວ ແລະ ​ສື່​ມວນ​ຊົນ​ ຕ້ອງ​ຢຶດໝັ້ນ ​ໃນ​ທັສນະ​ ຂອງ​ພັກ, ​ເປັນ​ເຄື່ອງມື​ອັນ​ແຫຼມ​ຄົມ ທາງ​ດ້ານການ​ເມືອງ-ແນວ​ຄິດ, ທັງ​ເປັນ​ນັກ​ໂຄສະນາ, ນັກ​ຂົນຂວາຍ​ ແລະ ​ເປັນ​ນັກ​ຈັດ​ຕັ້ງ​ລວມໝູ່. ເພື່ອ​ເຮັດ​ໃຫ້​ທົ່ວ​ສັງຄົມ ​ມີ​ມານະ​ຈິດ ​ແລະ ​ອຸດົມ​ຄະຕິ​ລວ​ມ ອັນ​ດຽວ​ກັນ ພາຍ​ໃຕ້​ການ​ເປັນ​ແກນ​ນຳ ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ  ພັກ​ເລັ່ງ​ທວງ​ໃຫ້​ຖັນ​ແຖວ ​ພະນັກງານ ​ມີ​ທາດ​ແທ້ ຫຼັກໝັ້ນ ​ອັນໜັກ​ແໜ້ນ​ ມີ​ສະຕິ​ ຕໍ່ການຈັດ​ຕັ້ງ ​ແລະ​ລະບຽບ​ວິນັຍ ​ແລະ​ມີ​ຄວາມ​ຈົ່ງ​ຮັກ​ພັກດີຢ່າງ​ເດັດຂາດ​ຕໍ່​ພາຣະກິດ​ຂ​ອງພັກ​ຢ່າງ​ດຽວ.

​ເບີ່​ງລວມ​ແລ້ວ ບໍ່​ວ່າ​ ຂ​ແນ​ງການ​ໃດ ​ທີ່​ມີ​ຢູ່​ໃນ​ສັງຄົມ​ລາວ ​ປັດຈຸ​ບັນ​ ກໍ​ລ້ວນ​ແລ້ວ​ແຕ່ ​ເຄື່ອນ​ໄຫວ​ ​ເພື່ອ​ສິດ​ແລະ ​ຜົນ​ປ​ໂຍດ ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຜູ້​ຜູ​ກຂາດ​ອຳນາ​ຈທັ້ງນັ້ນ. ​ແຕ່​ວິທຍຸ​ເອ​ເຊັຽ​ເສຣີອອກ​ຂ່າວ​ຄາວ​ຕ່າງໆ ທັງ​ກ່ຽວ​ກັບ​ລາວ ​ແລະ ​ກ່ຽວ​ກັບ​ຕ່າງປະ​ເທດ​ ໂດຍ ສະ​ເພາະ ບັນດາ​ປະ​ເທດ ​ໃນ​ຂົງ​ເຂດ​ເອ​ເຊັຽ ກໍ​ເພື່ອປະກອບ​ສ່ວນ​ ເຂົ້າ​​ໃນ​ການ​ຊຸກ​ຍູ້​ ໃຫ້​ປ​ະ​ເທດ​ລາວ ມີ​ເອກ​ກະຣາດ ຢ່າງ​ແທ້​ຈິງ ​ໃຫ້ປະຊາ​ຊົນ​ລາວ ມີ​ສິດ ​ເສຣີພາບ ປະຊາທິປະ​ໄຕ.

​ໃນ​ການ​ກະ​ຈາ​ຍສຽງ ວິທຍຸ​ເອ​ເຊັຽເສຣີ ພາກ​ພາສາ​ລາວ ມີ​ລາຍການ​ຂ່າວ ​ແລະ ​ສາຣະຄດີ. ສຳລັບ​ຂ່າວ ​ກໍ​ມີ​ຂ່າວ​ລາວ ​ເປັນ​ຕົ້ນຕໍ​ ແລະ​ ຂ່າວ​ຕ່າງປະ​ເທດ ທີ່​ເຫັນ​ວ່າ ​ຈະ​ມີ​ຜົນ​ປ​ໂຍດ ​ແລະ ​ນຳ​ຄວາມ​ຮູ້​ມາສູ່​ປະຊາຊົນ​ລາວ.

ສ່ວນ​ສາຣະຄະດີ ​ກໍ​ມີ​ສາຣຄະດີປະຈຳ​ສັປດາ ​ແລະ ​ສາຣະຄະດີ​ທົ່ວໆ ​ໄປ. ມີ​ລາຍການ​ຕອບ​ຈົດໝາຍ ທີ່​ເປີດ​ໂອກາດ​ ໃຫ້​ຜູ້​ຟັງ​ສົ່ງ​ຄວາມ​ຕິ​ຊົມ​ ກ່ຽວກັບ ​ລາຍການ​ຂ່າວ​ ແລະ​ ໃນ​ຂນະ​ດຽວ​ກັນ ກໍ​ອອກ​ຄວາມ​ຄິດ​ຄວາມ​ເຫັນ​ສ່ວນ​ຕົວ​ ກ່ຽວ​ກັບ ​ບັນຫາ​ຕ່າງໆ ທີ່​ວິທຍຸ​ເອ​ເຊັຽ​ເສຣີ ​ໄດ້​ສ​ເນີ​ໄປ. ພ້ອມ​ກັນ​ນັ້ນ ກໍ​ມີ​ລາຍການ​ການ​ສຶກສາລາ​ວ, ວິທຍາ​ສາດ​ການ​ແພດ, ການບັນ​ເທີ​ງ, ໝໍ​ລຳ ມີ​ລາຍການ ​ສ​ເນີ​ຊີວະ​ປວັດ ​ທີ່​ເປັນ​ໜ້າ​ສົນ​​ໃຈ, ​ແລະ ​ມີ​ສາຣະຄດີ​ ກ່ຽວ​ກັບ​ລາວ ທີ່​ຫາ​ຟັງ​ໄດ້​ຍາກ ​ເປັນ​ຕົ້ນ​ປວັດ​ສາດ​ລາວ, ພາສາ​ລາວ, ນິທານ​ພື້ນ​ເມືອງ​ລາວ.

ສຳລັບ​ ສາຣະຄະດີ​ ທົ່ວໆໄປ ກໍ​ມີ​ບົດ​ວິ​ເຄາະ, ບົດ​ວິຈານ ​ແລະ​ ລາຍການ​ອື່ນໆ ທີ່​ມີ​ຜົນ​ປ​ໂຍດ. ດັ່ງ​ນັ້ນ ການ​ອອກ​ຂ່າວ ບໍ່​ວ່າ ​ຈະ​ພົວພັນ​ເຖິງ​ບັນຫາ​ການ​ເມືອງ, ​ເສ​ຖກິດ-​ສັງຄົມ ລ້ວນ​ແລ້ວ​ແຕ່​ ເປັນ​ຂ່າວ​ ທີ່​ມີ​ຄວາມ​ຈິງ, ຂ່າວທີ່​ເກີດ​ຂຶ້ນ​ແທ້. ສ່ວນວ່າ ​ຈະ​ຕີຣາຄາ​ຂ່າວ ​ໄປ​ໃນ​ທິດ​ທາງ​ໃດ​ນັ້ນ ​ກໍ​ຂຶ້ນ​ກັບ​ການ​ຊັ່ງ​ຊາ ​ຂອງ​ຜູ້​ຟັງ​ ແ​ຕ່ລະ​ຄົນ.

​ແຕ່​ຕລອດ​ໄລຍະ 10 ປີ ທີ່​ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນ​ກພາສາລາ​ວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ນີ້ ພວກ​ເຮົາ​ເຫັນ​ວ່າ ຂ່າວ​ຕ່າງໆ ​ທີ່​ຖືກ​ກະຈາຍ​ອອກ​ໄປ​ນັ້ນ ​ໄດ້​ຖືກ​ຂານ​ຕອບ​ ດ້ວຍ​ຄວາມ​ນິຍົມ​ ເປັນ​ຢ່າງ​ດີ​ຈາກ​ຜູ້​ຟັງ ​ແລະ​ປະຊາຊົນ​ລາວ​ ທັງ​ຢູ່​ພາຍ​ໃນ​ລາວ​ ແລະ​ ຢູ່​ຕ່າງປະ​ເທດ​ເພີ່ມ​ຫລາຍຂຶ້ນ.

​ແລະ ​ສັງ​ເກດ​ເຫັນ​ວ່າ ​ໃນ​ໄລຍະຫຼັງໆ​ ມາ​ນີ້ web site ຂອງ​ວິທຍຸ​ເອ​ເຊັຽ​ເສຣີ ຜ​ແນ​ກພາສາ​ລາວ ​ກໍ​ໄດ້​ຮັບຄວາ​ມນິຍົມ​ ເພີ່ມ​ຂຶ້ນ​ເລື້ອຍໆ. ​ແລະ​ ຫວັງ​​ສ​ເມີ​ວ່າ ບັນດາ​ທ່ານ​ ທີ່​ຮັກ​ແພງ​ທັງຫລາຍ ຈະ​ຂຍາຍການ​ຮັບ​ຟັງ​ຂ່າວ​ຈາກ​ວິທຍຸ​ ເອ​ເຊັຽ​ເສຣີພວກ​ເຮົາ​ຕໍ່​ໆ ໄປ ​ແລະ​ ພ້ອມ​ກັນ​ນັ້ນ ກໍ​ຫວັງ​ວ່າ ​ຈະ​ໄດ້​ຮັບ​ຄຳ​ຕິ​ຊົມ ດ້ວຍ​ຄວາມ​ປາຖນາ​ດີ​ ຈາກ​ບັນດາທ່າ​ນນຳ​ດ້ວຍ.

​ເຖິງ​ແນວ​ໃດ ​ວິທຍຸ​ພວກ​ເຮົາ​ ກໍພະຍາຍາມ​ປັບປຸງລາຍການ​ຂ່າວ​ຢູ່​ສ​ເມີ ​ເພື່ອ​ຕອບ​ສນອງ​ ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ຜູ້​ຟັງ ​ແລະ ​ປະຊາຊົນ​ລາວ​ຕໍ່ໆ ​ໄປ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.