ລາວຄຣິສຈຽນຖືກບີບໃຫ້ ເຊົາ ເຊື່ອຖື

ສິດນີ
2014.07.04
f-default ລາວຄຣິສຈຽນຖືກບີບໃຫ້ ເຊົາ ເຊື່ອຖື
RFA

 

ຫນັງສືພິມ THE MORNING STAR ຣາຍງານ ວ່າ ນາງວັນ ຊາວ ຄຣິສຈຽນ ໄດ້ຊ່ອຍ ນາງຈັນ ຜູ້ທີ່ເຈັບໂຊ ຍ້ອນໂຣຄ ສັບຊ້ອນ ໃນຫມູ່ບ້ານ ດຽວກັນ ທີ່ ແຂວງ ສວັນນະເຂດ ດ້ວຍການ ແນະນຳ ໃຫ້ ນາງເຊື່ອຖື ສາສນາ ຄຣິສຈຽນ ໃນທີ່ສຸດ ນາງຈັນ ກໍນັບຖື ສາສນາ ຄຣິສຈຽນ ແລະ ອາການ ເຈັບປ່ວຍ ຂອງລາວ ກໍປາກົດວ່າ ດີຂຶ້ນ ຊົ່ວຣະຍະ ນຶ້່ງ ແຕ່ໃນມື້ ວັນທີ 21 ເດືອນມິນາ ປີນີ້ ນາງກໍ ເສັຽຊີວິດ.

ຫລັງຈາກ ການເສັຽຊີວີດ ຂອງ ນາງຈັນ ກຸ່ມ ປົກຄອງບ້ານ ໄດ້ຕູ່ຫາ ຄຸນພໍ່ ປະຈຳ ໂບດ ແລະ ສະມາຊິກ ໂບດ ອີກ 4 ຄົນ ພ້ອມກັບ ນາງວັນ ວ່າເປັນ ຄາຕກອນ ແລະ ບີບ ບັງຄັບ ໃຫ້ນາງວັນ ປະລະ ຄວາມເຊື່ອຖື ບໍ່ດັ່ງນັ້ນ ຈະຖືກໄລ່ ອອກຈາກ ໝູ່ບ້ານ.

ອົງການ ສາສນາ ຄຣິສຈຽນ ສາກົນ ຣາຍງານວ່າ ເຈົ້າຫນ້າທີ່ ປົກຄອງບ້ານ ໄດ້ ໄປຢ້ຽມຢາມ ເຮືອນ ຂອງ ນາງວັນ ແລະ ບອກນາງວ່າ ສາສນາ ຄຣິສຈຽນ ເປັນ ສາສນາ ອະເມຣິກັນ ແລະ ໃຫ້ເວລາ ນາງ 2-3 ເດືອນ ໃຫ້ຍົກເລີກ ເຊື່ອຖື ຄຣິສຈຽນ ບໍ່ດັ່ງນັ້ນ ຈະຖືກໄລ່ ອອກຈາກ ບ້ານ ແລະ ຊັບສົມບັດ ທີ່ນາງມີ ດັ່ງທີ່ດິນ ແລະ ໄຮ່ນາ ກໍຈະຖືກ ຍຶດຫມົດ.

ທ່ານ ມາວີນ ທອມມັສ ຜູ້ ບໍຣິຫານ ອົງການ ສາສນາ ຄຣິຕຽນ ສາກົນ ດັ່ງກ່າວ ເວົ້າວ່າ  ສິດ ເສຣີພາບ ໃນການ ນັບຖື ສາສນາ ຫລື ການເຊຶ່ອຖື ທີ່ ຮ່ວມດ້ວຍ ການນັບຖື ສາສນາ ອື່ນ ເປັນທາງເລືອກ ຂອງ ແຕ່ລະ ບຸກຄົນ ດັ່ງນັ້ນ ການທີ່ ເຈົ້າຫນ້າທີ່ ລາວ ບັງຄັບ ໃຫ້ ນາງວັນ ປະລະ ຄວາມເຊື່ອຖື ເປັນການ ຣະເມີດ ສິດທິ ຂອງນາງ ທີ່ ຣັຖບານ ລາວ ໄດ້ໃຫ້ ສັດຕະຍາບັນ ໃນປີ 2009.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.