ຂ.ໄຊຍະບູຣີຕຽມງານຊ້າງ

ຈໍາປາທອງ
2017.02.01
f-elephant ບຸນຊ້າງ ປະຈໍາປີ ທີ່ ແຂວງໄຊຍະບູຣີ
RFA/PN

ການກະຕຽມງານ ”ບຸນຊ້າງ” ປະຈຳປີ ຄັ້ງທີ 11 ທີ່ຈະເປີດຂຶ້ນ ຢູ່ສະໜາມ ໜອງເມືອງ ເມືອງ ໄຊຍະບູຣີ ແຂວງໄຊຍະບູຣີ ແຕ່ມື້ວັນທີ 17 ຫາວັນທີ 19 ກຸມພາ 2017 ນີ້ ເກືອບຈະແລ້ວໆ ຄືໄດ້ ຫຼາຍກວ່າ 80% ແລະຄາດວ່າ ຈະມີນັກ ທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງ ປະເທສ ໄປທ່ຽວຊົມ ປະມານ 3 ແສນຄົນ.

ເຈົ້າໜ້າທີ່ ແຂວງໄຊຍະບູຣີ ກ່າວວ່າ ໄດ້ຕຽມງານນີ້ ທັງໃນດ້ານ ການສະແດງ ຊ້າງ, ສະຖານທີ່ ແລະການຂົນສົ່ງ ພາຍໃນເມືອງນີ້, ຈະມີຊ້າງ ເຂົ້າຮ່ວມ ການສະແດງ 21 ຣາຍການ ໃຫ້ຜູ້ຊົມ ເບິ່ງ ທັງໝົດ 68 ໂຕ ເປັນຕົ້ນວ່າ ຂະບວນແຫ່ຊ້າງ 3 ປະເພດຄື: ຊ້າງ ໄປເສິກສົງຄາມ, ຊ້າງທ່ອງທ່ຽວ, ຊ້າງລຳລຽງ, ຊ້າງເຕະບານ, ຊ້າງວາດຮູບ ຊ້າງດຶງເຊືອກ ຊຶ່ງໄດ້ຝຶກຊ້ອມ ມາໄດ້ 1 ເດືອນ ແລ້ວ. ແລະວ່າ ເຄີຍໄດ້ຈັດງານ ບຸນຊ້າງ ຕລອດ 10 ປີຜ່ານມາ. ກ່ຽວກັບ ການກະຕຽມ ງານບຸນຊ້າງ ຄັ້ງທີ່ 11 ນີ້ ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ມົກກະຣາ 2017 ນີ້ວ່າ:

"ກໍຍັງຝຶກຊ້ອມຢູ່ ກິນເຂົ້າສວຍ ຕອນແລງແລ້ວ ກະມີ ບໍຣິການ ຂີ່ຊ້າງ ເປັນກິຈກັມ ຕັ້ງແຕ່ວັນທີ 13 ກຸມພາ ຈົນຮອດມື້ແທ້".

ທ່ານກ່າວຕື່ມວ່າ ເນື່ອງຈາກຄາດວ່າ ບຸນຊ້າງປີນີ້ ຈະມີນັກທ່ອງທ່ຽວ ມາຮ່ວມງານ ຫລາຍເຖິງ 3 ແສນຄົນ ຄືຈະເພີ້ມຂຶ້ນ ຈາກປີກາຍ ປະມານ 1 ແສນ 5 ໝື່ນ ຄົນນັ້ນ ຈຶ່ງໄດ້ມີ ການແນະນຳ ໃຫ້ນັກທ່ອງທ່ຽວ ຈອງຫ້ອງພັກ ໄວ້ລ່ວງໜ້າ ຍ້ອນວ່າ ຫ້ອງພັກ ຢູ່ເມືອງ ໄຊຍະບູຣີ ນີ້ບໍ່ມີຫລາຍ.

ເຖິງແມ່ນວ່າ ງານບຸນຊ້າງປີນີ້ ຈະມີຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 17 ຫາວັນທີ 19 ກຸມພາ ແຕ່ງານນັ້ນ ກໍຈະເລີ້ມຂຶ້ນ ຕັ້ງແຕ່ວັນທີ 13 ກຸມພາ ຊຶ່ງຈະມີ ການສະແດງ ສິລປະ ວັທນະທັມ ຂອງ ຊົນເຜົ່າຕ່າງໆ, ຈະມີການ ວາງສະແດງ ສິນຄ້າ, ຕລາດອາຫານ ປະມານ 200 ຮ້ານຄ້າ ໂດຍໄດ້ຮັບ ການສນັບສນູນ ຈາກ ຜູ້ປະກອບການ ໃນລາວ ແລະ ຈາກປະເທສໄທ ແລະ ໃນວັນທີ 14 ແລະ 15 ກຸມພາ ແຂວງໄຊຍະບູຣີ ຈະມີຂະບວນ ຕ້ອນຮັບ ນັກທ່ອງທ່ຽວ ໄປດື່ມຊາ ພັນປີ, ຊົມການສະແດງ ປຸງແຕ່ງຊາ ແບບດັ້ງເດີມ, ຮູ້ຈັກວັທນະທັມ ພື້ນເມືອງ, ທ່ຽວຊົມ ທະເລໝອກ ຍາມເຊົ້າ ທີ່ເມືອງ ໄຊສະຖານ ເພື່ອເປັນການ ສົ່ງເສີມ ການທ່ອງທ່ຽວ ຢູ່ແຂວງ ໄຊຍະບູຣີ ນີ້ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.