ການຫາລືຄົ້ນຄວ້າພາສາລາວ

ມະນີຈັນ
2015.08.17
F-culture ຫໍວັທນະທັມ ແຫ່ງຊາດ ສປປ ລາວ
LPDR

ທາງການ ລາວ ເຫັນວ່າ ມີ ຄວາມຈໍາເປັນ ທີ່ ຈະຕ້ອງໄດ້ ສຶກສາ ຄົ້ນຄວ້າ ພາສາລາວ ຕໍ່ໄປ ຢ່າງ ຕໍ່ເນື່ອງ, ເພື່ອໃຫ້ມີ ການ ນໍາມາໃຊ້ ຢ່າງ ຖືກຕ້ອງ ເຫັນພ້ອມ ນໍາກັນ ຢ່າງ ເຕັມສ່ວນ ແລະ ມີການ ເຂົ້າຮ່ວມ ຂອງ ທຸກໆຝ່າຍ ທີ່ ກ່ຽວຂ້ອງ.

ນັ້ນຄື ຜົນ ຂອງ ການປຶກສາ ຫາລື ອະພິບາຍ ບັນຫາ ພາຍໃຕ້ ຫົວຂໍ້ ພາສາລາວ ໃນການ ໂຄສະນາ, ຣະຫວ່າງ ບັນດາ ຜູ້ ຊ່ຽວຊານ ທີ່ ນະຄອນ ຫຼວງວຽງຈັນ, ເມື່ອ ສັປດາ ທີ່ແລ້ວ. ຕາມ ຣາຍງານ ຂ່າວ ວຽງຈັນທາມ ສະບັບ ວັນທີ 17 ສິງຫາ 2015 ນີ້.

ພາສາລາວ ໃນການ ໂຄສະນາ ເປັນ ຫົວຂໍ້ ທີ່ ຜູ້ຊ່ຽວຊານ ພາສາລາວ ແລະ ເຈົ້າໜ້າທີ່ ສື່ມວນຊົນ ໄດ້ ຍົກຂຶ້ນ ຫາລື ກັນ, ໂດຍມີ ເປົ້າໝາຍ ກໍາຈັດ ຄວາມສັບສົນ ໃນໝູ່ ນັກຂ່າວ ແລະ ຜູ້ບັລຍາຍ ກ່ຽວກັບ ແງ່ໃດ ແງ່ນຶ່ງ ຂອງ ພາສາລາວ.

ການ ອະພິບາຍ ກັນນັ້ນ ມີຂຶ້ນ ເພື່ອ ແກ້ໄຂ ຄວາມຜິດພາດ ໃນການ ຣາຍງານ ຂ່າວ, ທາງ ວິທຍຸ, ໂທຣະທັດ ແລະ ໃນ ສິ່ງພິມຕ່າງໆ. ທ່ານ ສະຫວັນຄອນ ຣາຊມູນຕຣີ ຮອງ ຣັຖມົນຕຣີ ຖແລງຂ່າວ ວັທນະທັມ ແລະ ການ ທ່ອງທ່ຽວ, ປະທານ ກອງປະຊຸມ ປຶກສາ ຫາລື ກັນນັ້ນ, ກ່າວ ທົບທວນ ເຖິງ ສາເຫດ ຂອງ ຄວາມ ສັບສົນ ໃນການ ໃຊ້ ພາສາລາວ ວ່າ, ມັກ ຈະເກີດຂຶ້ນ ໃນ ກຸ່ມ ເຈົ້າໜ້າທີ່ ສື່ມວນຊົນ ແລະ ບຸກຄົນ ທົ່ວໄປ, ແລະ ສ່ວນໃຫຽ່ ກໍຍ້ອນ ຄວາມ ລຶ້ງເຄີຍ ຂອງຄົນ ລຸ້ນກ່ອນ ທີ່ ບໍ່ໄດ້ ຖ່າຍທອດ ສູ່ ຊົນລຸ້ນ ຕໍ່ໆມາ, ຈຶ່ງ ເຮັດໃຫ້ ປັຈຈຸບໍັນ ມີຄົນ ໃຊ້ ພາສາໄທ ຂນະທີ່ ຄົນອື່ນໆ ໃຊ້ ຄໍາສັບ ລາວ ທີ່ ຄົນໄທ ໃຊ້.

ບັນດາ ຜູ້ເຂົ້າຮ່ວມ ການປຶກສາ ຫາລື ໃຫ້ ຄວາມສົນໃຈ ໂດຍສະເພາະ ແລ້ວ ກໍແມ່ນ ເຣື່ອງ ການຈໍາແນກ ຣະຫວ່າງ ຄໍາສັບລາວ ແລະ ຄໍາສັບໄທ, ຊື່ ທີ່ໃຊ້ ສໍາລັບ ຄົນ ສັນຊາດ ແຕກຕ່າງກັນ, ຄວາມໝາຍ ຕົວຈິງ ຂອງ ຄໍາສັບ ທີ່ຄືກັນ, ແລະ ການໃຊ້ ຄໍາປະສົມ ຫລື ຄຳຄວບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.