ຢູເນສໂກຕ້ອງແນ່ໃຈວ່າ ຂ.ຊຽງຂວາງ ປອດພັຍ

ຈໍາປາທອງ
2015.10.15
F-jars ທົ່ງໄຫຫີນ ແຂວງຊຽງຂວາງ
RFA

ອົງການ ຢູເນສໂກ ມີຄວາມ ເປັນຫ່ວງນຳ ເຣື່ອງ ຣະເບີດ ບໍ່ ທັນແຕກ ທີ່ ຕົກຄ້າງ ໃນ ແຂວງ ຊຽງຂວາງ ອັນອາດ ເປັນ ອຸປສັກ ຕໍ່ ການຂໍຂຶ້ນ ທະບຽນ ທົ່ງໄຫຫີນ ເປັນ ມໍຣະດົກ ໂລກ. ຕາມການ ເປີດເຜີຍ ຂອງ ນາງ ມົນທິຣາ ຫໍຣະຍາງກູນ ອູນາກູນ, ເຈົ້າໜ້າທີ່ ອົງການ ຢູເນສໂກ ປະຈຳ ບາງກອກ. ຍານາງ ກ່າວວ່າ:

"ແຂວງ ຊຽງຂວາງ ເປັນແຂວງ ທີີ່ ມີບັນຫາ ເຣຶ່ອງ ຣະເບີດ ບໍ່ທັນແຕກ ຫຼາຍ ພໍສົມຄວນ ມັນຈະເປັນ ອັນຕະລາຍ ທີ່ ຈະເຂົ້າໄປ ທົວ ໃນ ພື້ນທີ່ ນັ້ນ".

ສຳລັບ ປັນຫາ ຣະເບີດ ບໍ່ທັນແຕກ ທາງການ ລາວ ກໍໄດ້ ເອົາໃຈໃສ່ ເກັບກູ້ ມາໂດຍ ຕລອດ. ເວົ້າສະເພາະ ແຂວງ ຊຽງຂວາງ, ເມື່ອ ຕົ້ນປີ ຜ່ານມາ ກໍໄດ້ຮັບ ເອົາ ພະນັກງານ ເກັບ ກູ້ຣະເບີດ ເພີ້ມຂຶ້ນ 30 ປາຍ ຄົນ, ສາມາດ ສຳຣວດ ແລະ ເກັບກູ້ ຣະເບີດ ໄດ້ ຫຼາຍ ຂຶ້ນ. ຈຳນວນ ຄົນເຈັບ ຈາກ ຣະເບີດ ແຕກໃສ່, ທີ່ເຂົ້າມາ ປິ່ນປົວ ຢູ່ ໂຮງຫມໍ ແຂວງ ແລະ ໂຮງຫມໍ ເມືອງແປກ ກໍ ລົດລົງຫຼາຍ. ຕາມການ ເປີດເຜີຍ ຂອງ ເຈົ້າຫນ້າທີ່ ໂຮງຫມໍ ແຂວງ:

“ຖ້າທຽບ ໃສ່ ທຸກເດືອນ ກະບໍ່ມີ ມີແຕ່ວ່າ ດົນໆ ເທື່ອນຶ່ງ. ແມ່ນແລ້ວ ຫລຸດຫຼາຍ ແລ້ວ ແຕ່ກ່ອນ ມີຫຼາຍ ກວ່ານີ້”.

ທ່ານກ່າວ ອີກວ່າ ປັດຈຸບັນ ໃນ ຕົວເມືອງ ຖືວ່າ ປອດພັຍ, ຣະເບີດ ບໍ່ທັນແຕກ ຈະຍັງເຫລືອ ຢູ່ພຽງແຕ່ ໃນພື້ນທີ່ ນອກເມືອງ ເທົ່ານັ້ນ. ທົ່ງໄຫຫີນ ເປັນແຫລ່ງ ບູຮານ ສຳຄັນ ໃນເຂດ ທົ່ງພຽງ ມີ ໄຫຫີນ ໃຫຍ່ ກະຈາຍ ຢູ່ ນັບພັນ ໜ່ວຍ. ທາງການ ລາວ ໄດ້ຂໍຂຶ້ນ ທະບຽນ ເປັນ ມໍຣະດົກ ໂລກ ເມື່ອ 13 ປີ ກ່ອນ. ແຕ່ ປັດຈຸບັນ ຣັຖບານ ລາວ ກໍຕ້ອງໄດ້ ແກ້ໄຂ ປັນຫາ ເພິ່ມຕື່ມ ເປັນຕົ້ນ ເອກສານ ຕ່າງໆ ຕ້ອງ ມີຄົບຖ້ວນ ເພື່ອ ຈະໄດ້ຂໍ ຂຶ້ນ ທະບຽນ ເປັນ ມໍຣະດົກ ໂລກ ໃຫ້ໄດ້ ໃນ ຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.