ລາວສ້າງເຂື່ອນດຶງດູດ ນັກລົງທຶນ

ມະນີຈັນ
2017.06.13
F-XD ເຂື່ອນໄຊຍະບູຣີ
RFA/NY

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າສິ່ງສຳຄັນ ໃນການສ້າງເຂື່ອນໄຟຟ້າ ຄືດຶງດູດ ການລົງທຶນ ຕ່າງປະເທດ ເຂົ້າມາລາວ.

ດຣ.ດາວວົງ ພອນແກ້ວ ຫົວໜ້າຫ້ອງການ ກະຊວງພລັງງານ ແລະບໍ່ແຮ່ ແລະທັງເປັນຜູ້ປະສານ ງານດ້ານຂໍ້ມູນ ກ່ຽວກັບໂຄງການເຂື່ອນ ປາກແບງ ໃນແມ່ນໍ້າຂອງ ກ່າວໃຫ້ສັມພາດ ຢູ່ນອກ ກອງປະຊຸມ ປຶກສາຫາຣືເຣື່ອງເຂື່ອນ ປາກແບງ ທີ່ເມືອງ ຫລວງພຣະບາງ ເມື່ອວັນທີ 23 ກຸມພາ 2017 ວ່າການດຶງດູດ ການລົງທຶນ ຈາກຕ່າງປະເທດ ເປັນສາເຫດສໍາຄັນ ແນວນຶ່ງ ຂອງການສ້າງ ເຂື່ອນໄຟຟ້າ ໃນລາວ:

"the purpose that why we are developing hydro-power. Laos does not borrow money to build dams. Dams invested by private sectors. Dr. Daovong ເວົ້າວ່າ ຣັຖບານລາວ ບໍ່ໄດ້ຢືມເງິນ ມາສ້າງເຂື່ອນ ຫາກແມ່ນ ພາກສ່ວນ ເອກຊົນ ຕ່າງປະເທດ ເປັນຜູ້ລົງທຶນ ເປັນຜູ້ຍືມເງິນ ມາສ້າງເຂື່ອນ ຊຶ່ງມີສັນຍາ ສັມປະທານ ແບບມີກຳນົດ ເວລາ. ເມື່ອລະຍະ ສັມປະທານ ໝົດແລ້ວ ເຂື່ອນພ້ອມອາຄານ ແລະສິ່ງອໍານວຍ ຄວາມສະດວກ ຕ່າງໆນັ້ນ ກໍຈະຖືກມອບ ໃຫ້ຣັຖບານລາວ ຄຸ້ມຄອງ ບໍຣິຫານ ຈັດການຕໍ່ໄປ ໂດຍທີ່ ຣັຖບານລາວ ບໍ່ໄດ້ເສັຽຄ່າ ຫຍັງໝົດ ບໍ່ໄດ້ລົງທຶນ ໃດໆເລີຍ, ເພື່ອການ ບໍຣິຫານຈັດການ ແລະບໍາຣຸງ ຮັກສາ ສ້ອມແປງ ໃນແຕ່ລະປີ ແຕ່ກໍໄດ້ຈ່າຍ ບໍ່ຫລາຍ -ທ່ານກ່າວ

ຣັຖບານລາວ ຄາດວ່າໃນປີ 2020 ຈະມີເຂື່ອນຜລິດໄຟຟ້າ 90 ແຫ່ງຊຶ່ງຈະສາມາດ ຜລິດກະແສໄຟຟ້າ ໄດ້ເຖິງ 12 ພັນ ເມັກກາວັດ. ໃນນັ້ນ 95 ສ່ວນຮ້ອຍ ຂອງພົລເມືອງລາວ ຈະມີໄຟຟ້າໃຊ້. ປັດຈຸບັນ ລາວມີເຂື່ອນ ຜລິດໄຟຟ້າ ທັງນ້ອຍ ແລະໃຫຍ່ 42 ແຫ່ງ ທີ່ເປີດໃຊ້ແລ້ວ ແລະ ຜລິດໄຟຟ້າໄດ້ ເກືອບ 6400 ເມັກກາວັດ. ແລະມີແຜນສົ່ງ ໄຟຟ້າ ສ່ວນຫລາຍ ໄປຂາຍໃຫ້ ປະເທດໄທ ຊຶ່ງໄທ ມີແຜນຈະຮັບຊື້ ຈາກລາວ 10 ພັນ ເມັກກາວັດ, ຂາຍໃຫ້ວຽດນາມ 5 ພັນເມັກກາວັດ ສິງກະໂປ 100 ເມັກກາວັດ ຜ່ານສາຍສົ່ງ ປະເທດໄທ ແລະ ມາເລເຊັຽ ພາຍໃນປີ 2020. ປັດຈຸບັນ ລາວ ຂາຍໄຟຟ້າ ໃຫ້ໄທ ເປັນສ່ວນໃຫຍ່ ຮອງລົງມາ ກໍແມ່ນ ກັມພູຊາ ແລະວຽດນາມ.

ເມື່ອຖາມເຖິງຄວາມກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ຈາກການສ້າງ ເຂື່ອນ ຫລາຍຂຶ້ນນັ້ນ ດຣ.ດາວວົງ ກໍກ່າວເຖິງເຣື່ອງ ການຫລຸດຜ່ອນ ຜົລກະທົບ:

"concerning the environment like we said many times that we are doing mitigation which according to EIA ... ທ່ານກ່າວວ່າ ເຣື່ອງສິ່ງແວດລ້ອມ ທີ່ກັງວົນກັນນັ້ນ ຄືດັ່ງທີ່ໄດ້ເວົ້າ ມາຫລາຍເທື່ອ ພວກທ່ານ ແມ່ນເຮັດໃຫ້ ຜົລກະທົບ ນັ້ນຫລຸດຜ່ອນ ໃຫ້ໜ້ອຍລົງ ຕາມການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂອງໂຄງການ ຫລືການພັທນາ ທີ່ໄດ້ມີການ ສເນີໄປ ໂດຍເບິ່ງເຖິງ ທັງຜົລກະທົບ ທີ່ກ່ຽວຂ້ອງ ກັບເສຖກິດ ສັງຄົມ ວັທນະທັມ ແລະ ສຸຂພາບ ຂອງຜູ້ຄົນ".

ເບິ່ງເຖິງທັງຜົລ ໄດ້ແລະ ຜົລເສັຽ. ໃນບົດຣາຍງານ ປະເມີນຜົລກະທົບ EIA ໄດ້ມີການຣະບຸ ເຖິງເຣື່ອງ ການຫລຸດຜ່ອນ ຜົລກະທົບ ອັນໝາຍເຖິງ ວິທີ ທີ່ຕ້ອງເຮັດ ເພື່ອຫລຸດຜ່ອນ ຜົລກະທົບ ໃນ ກໍຣະນີ ທີ່ມີ. ບາງເຂື່ອນໄຟຟ້າ ບໍ່ມີການ ໂຍກຍ້າຍ ປະຊາຊົນ ໄປຢູ່ບ່ອນໃໝ່ ຊຶ່ງ ແຕ່ລະ ໂຄງການ ມີຜົລກະທົບ ຕ່າງກັນ.

ຢ່າງໃດກໍຕາມ ຕາມຖແລງຂ່າວ ຂອງອົງການ ແມ່ນ້ຳສາກົລ ເມື່ອໄວໆມານີ້ ການສຶກສາ ບົ່ງບອກວ່າ ເຂື່ອນ ແມ່ນ້ຳຂອງ ແຫ່ງຕ່າງໆ ຈະສົ່ງ ຜົລກະທົບ ຕໍ່ຜົລຜລິດ ກະສິກັມ ໃນເຂດອ່າງ ແມ່ນ້ຳຂອງ ແລະ ຈະສົ່ງຜົລກະທົບ ໂດຍພື້ນຖານ ໃສ່ຣະບົບ ນິເວດ ໃນແມ່ນໍ້າຂອງ. ແລະວ່າ ການສ້າງເຂື່ອນ ໄຟຟ້າ ທັງໃສ່ ແມ່ນໍ້າຂອງ ແລະ ນໍ້າສາຂາ ຈະຕັນເສັ້ນທາງ ການຂຶ້ນ-ລ່ອງ ຂອງໝູ່ປາ, ຈະຫາປາ ໄດ້ໜ້ອຍລົງ ໃນເຂດການ ປະມົງນໍ້າຈືດ ທີ່ໃຫຍ່ທີ່ສຸດ ແຫ່ງນີ້ ຂອງໂລກ.

ຜົລກະທົບ ດັ່ງກ່າວ ຈະໜັກໜ່ວງຂຶ້ນ ຂນະທີ່ມີການສ້າງ ແຕ່ລະເຂື່ອນຂຶ້ນຕື່ມ. ແຕ່ເຖິງຜົລກະທົບ ປາກົດວ່າ ຈະມີຫລາຍ ເພີ່ມຂຶ້ນ ທັງຕໍ່ ສະພາບແວດລ້ອມ ຜົລຜລິດ ແລະ ວິຖີຊີວິດ ຂອງຜູ້ຄົນ ໃນຣະຍະຍາວ ແລະຟື້ນຟູບໍ່ໄດ້ ຄືແນວນັ້ນ ແຕ່ກໍຍັງ ມີການ ຕີຣາຄາ ຜົລກະທົບ ຈາກໂຄງການເຂື່ອນ ແມ່ນໍ້າຂອງ ເປັນແຕ່ລະ ໂຄງການໄປ ໂດຍບໍ່ໃຫ້ ຄວາມສໍາຄັນ ຕໍ່ຜົລກະທົບ ທີ່ເພີ່ມຂຶ້ນນັ້ນ.

ຢ່າງໃດກໍຕາມ ເວົ້າເຖິງເຣື່ອງ ການສຶກສາ ຜົລກະທົບ ທີ່ອາດເກີດ ຈາກໂຄງ ການ ເຂື່ອນຕ່າງໆນັ້ນ ດຣ. ດາວວົງ ພອນແກ້ວ ກໍບອກວ່າ ພວກທ່ານ ມີພາກສ່ວນ ທີ່ຮັບຜິດຊອບ ອັນມີທັງ ຂັ້ນຣັຖບານ ຊຸມຊົນທ້ອງຖີ່ນ ເພື່ອ ປຶກສາຫາຣື ຣະດັບ ປະເທດ ແລະ ຣະດັບທ້ອງຖີ່ນ ແລະ ການສຶກສາ ການປະເມີນຜົລ ກໍເປັນໄປຕາມ ຣະບຽບການ ຕ້ອງ ປຶກສາຫາຣື ກັບ ປະຊາຊົນ ທ້ອງຖິ່ນ:

"we use international expert for the sector we don’t have staff to do that eg. Collecting data from field ... ທ່ານກ່າວວ່າ ພວກທ່ານ ໃຊ້ຊ່ຽວຊານ ຕ່າງປະເທດ ຫາກບໍ່ແມ່ນ ເຈົ້າໜ້າທີ່ຣັຖ ເຮັດຕົວຢ່າງ ການລົງ ເກັບກໍາຂໍ້ມູນ ໃນພື້ນທີ່ ພວກທ່ານໃຊ້ ບໍຣິສັດ ທ້ອງຖີ່ນ ທີ່ສາມາດ ເວົ້າລົມກັບ ປະຊາຊົນ ທ້ອງຖີ່ນໄດ້ ແຕ່ພວກເຮົາ ຈໍາເປັນຕ້ອງໃຊ້ ຊ່ຽວຊານ ໃນສິ່ງທີ່ ບໍຣິສັດ ທ້ອງຖິ່ນ ບໍ່ເໝາະ ທີ່ຈະເຮັດ ແລະ ເຮັດຣາຍງານ ໃຫ້ໄດ້ມາຕຖານ".

ເມື່ອຖາມເຖິງໂຄງການ ເຂື່ອນປາກແບງ ທ່ານກໍບອກວ່າ ທ່ານບໍ່ເຫັນວ່າ ຈະເຊົາ ເວັ້ນເສັຽແຕ່ວ່າເກີດ ວິກິດການ ການເງິນ ບໍ່ມີຄວາມຕ້ອງການ ຫາກຄວາມຕ້ອງການ ຍັງມີຢູ່ ຄືປະຊາຊົນ ຕ້ອງການມີ ໄຟຟ້າໃຊ້ ພວກເຮົາ ກໍຈະຕ້ອງ ພັທນາຕໍ່ໄປ. ແລະນັ້ນກໍເປັນ ຄໍາຕອບ ທີ່ຕີຄວາມໝາຍ ໄດ້ວ່າ ຈະເຫັນ ເຂື່ອນໄຟຟ້າ ມີຫລາຍຂຶ້ນ ໃນລາວ ຊຶ່ງ ດຣ.ດາວວົງ ກໍບອກວ່າແມ່ນແທ້:

"In our plan as I mentioned earlier our plan to build hydropower dam has been identified I think 50 years ago by MRC ທ່ານເວົ້າວ່າໃນແຜນການ ຂອງພວກທ່ານ ຄືດັ່ງທີ່ທ່ານໄດ້ ເວົ້າມາແລ້ວ ວ່າ ແຜນການສ້າງເຂື່ອນ ຂອງລາວ ຖືກຣະບຸໄວ້ ມາຕັ້ງແຕ່ ເມື່ອປະມານ 50 ປີກ່ອນ ໂດຍຄນະ ກັມມາທິການ ແມ່ນໍ້າຂອງ MRC".

ພວກເພິ່ນ ຄິດມາຕັ້ງແຕ່ປີ 1970 ຊຶ່ງພວກເພິ່ນໄດ້ມີແຜນ ແມ່ບົດສໍາລັບ ການພັທນາ ພລັງງານ ຈາກເຂື່ອນໄຟຟ້າ. ຕໍ່ມາໃນປີ 1994-1995 ພວກເພິ່ນ ກໍມີແຜນແມ່ບົດ ເຣື່ອງສາຍສົ່ງໄຟຟ້າ ແລະເມື່ອໄວໆ ມານີ້ ຄືປີ 2014 MRC ກໍມີແຜນແມ່ບົດ ນຶ່ງອີກທີ່ ສປປລາວ ກໍປະຕິບັດຕາມ. ເມື່ອຖາມວ່າຫລັງຈາກ ສ້າງເຂື່ອນ ປາກແບງແລ້ວ ຈະມີເຂື່ອນໃດ ຕາມມານັ້ນ ທ່ານບອກວ່າ ໃນ ປັດຈຸບັນນີ້ ບໍ່ແນ່ໃຈ ບໍ່ສາມາດ ເວົ້າໄດ້ ແນ່ນອນວ່າ ແມ່ນເຂື່ອນໃດແທ້ ຈະຕາມມາ:

"We cannot say what exactly but in the plan we have in Northern part –Northern Vientiane –there would be 5 projects... ແຕ່ແຜນແຜນ ຈະມີຢູ່ເຂດພາກເໜືອ ເໜືອວຽງຈັນ ມີ 5 ໂຄງ ການ ຄືສະນະນາມ ປາກລາຍ ໄຊຍະບູລີ ຫລວງພຣະບາງ ປາກແບງ".

ແລະຢູ່ພາກໃຕ້ກໍຈະມີເຂື່ອນ ດອນສະໂຮງ ແລະຕໍ່ຈາກນັ້ນ ກໍແມ່ນເຂື່ອນ ພູງອຍ ໝາຍຄວາມວ່າ ມີທັງໝົດ 7 ໂຄງການ ໃນເຂດແດນ ຂອງລາວ ທີ່ວ່າເປັນ ຄວາມຮັບຜິດຊອບ ຂອງລາວ ໃນການສຶກສາ ແລະໃຫ້ຂໍ້ມູນ ແກ່ບັນດາ ປະເທດ ສະມາຊິກ MRC:

"ສໍາລັບເຂື່ອນທີ່ເຫລືອນັ້ນ ຍັງບໍ່ຮູ້ ມັນຂຶ້ນຢູ່ກັບ 2 ປະເທດທີ່ຈະຕົກລົງກັນ ຫາກຢູ່ຣະຫວ່າງລາວ ກັບໄທ ລາວ-ໄທ ກໍຕົກລົງ ກັນ ບໍ່ດັ່ງນັ້ນ ກໍເປັນໄປບໍ່ໄດ້".

ເປັນອັນວ່າ ເຂື່ອນທັງໝົດ ທີ່ເວົ້າມານັ້ນ ຕາມຄໍາເວົ້າຂອງ ດຣ. ດາວວົງ ພອນແກ້ວ ມັນຢູ່ໃນແຜນ ແລ້ວເມື່ອ 10 ປີກ່ອນ ແຕ່ເມື່ອໃດ ຈະປະຕິບັດ ມັນຂຶ້ນຢູ່ກັບ ເງື່ອນໄຂ ຍົກຕົວຢ່າງ ເງື່ອນໄຂ ທາງການເງິນ ຄວາມຮຽກຮ້ອງ ຕ້ອງການ ແລະເງື່ອນໄຂ ຄວາມພ້ອມ ຂອງ ຜູ້ພັທນາ ຄືຕ່າງປະເທດ ທີ່ເປັນ ຜູ້ລົງທຶນ ຫາກບໍ່ແມ່ນ ຣັຖບານ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.