ຈີນນໍາໜ້າ ລົງທຶນ ຢູ່ລາວ

ສິດນີ
2017.05.16
F-Thatluang ການກໍ່ສ້າງ ຕຶກ ອາຄານ ທີ່ ເຂດບຶງທາດຫລວງ ຂອງ ນັກລົງທຶນ ຈີນ
RFA/LX

ກະຊວງແຜນການແລະການລົງທຶນ ສປປລາວ ໄດ້ອອກບົດຣາຍງານ ປະຈຳປີ ທີ່ພິມເຜີຍແຜ່ ໂດຍ ຫນັງສືພິມ ວຽງຈັນທາມ ໃນມື້ວັນທີ 10 ເມສາ ປີ 2017 ວ່າ, ຈີນ ຍັງເປັນອັນດັບ 1 ໃນການລົງທຶນ ໃນລາວໃນປີ 2016 ນຳຫນ້າ ວຽດນາມ ແລະໄທ.

ຣາຍງານວ່າ ຈີນ ໄດ້ລົງທຶນໃນລາວ ໃນປີ 2016 ຫລາຍກວ່າ 1 ຕື້ໂດລາ ເພີ້ມຂຶ້ນຈາກປີ 2015 ປະມານ 88.9 ລ້ານໂດລາ ໃນຂນະທີ່ ການລົງທຶນຂອງວຽດນາມ ໄດ້ຫລຸດລົງ ໃນປີ 2016 ປະມານ 4.4 ລ້ານໂດລາ ຈາກ ການລົງທຶນ ທັງຫມົດໃນປີ 2015 466 ລ້ານໂດລາ ແລະ ການລົງທຶນ ຂອງໄທ ກໍໄດ້ຫລຸດລົງ ເຫມືອນກັນ ປະມານ 303.4 ລ້ານໂດລາ ໃນປີ 2016.

ການລົງທຶນສ່ວນໃຫຍ່ ຂອງຈີນ ແມ່ນການສ້າງເຂື່ອນໄຟຟ້າ ເປັນຕົ້ນ ເຂື່ອນນ້່ຳອູ ນ້ຳຄານ ແລະເຂຶື່ອນອື່ນໆ ຫລາຍເຂື່ອນ ໃນເຂດພາກ ເຫນືອ ຂອງລາວ ທີ່ຮ່ວມດ້ວຍ ເຂື່ອນນ້ຳຂອງ ປາກແບງ ແລະ ເຂື່ອນອື່ນໆ ຄາດວ່າ ເຂື່ອນແມ່ນ້ຳຂອງ ສາມເຂື່ອນ ກໍຈະສ້າງໂດຍ ຈີນ, ແລະການຂຸດຄົ້ນ ແຮ່ທາດ ເປັນຕົ້ນ ບໍ່ຄຳ ແລະທອງແດງ ທີ່ເຊໂປນ ບໍ່ຄຳທີ່ພູເບັ້ຽ ພູຄຳ ແລະບໍ່ອື່ນໆ ຫຼາຍບໍ່ໃນລາວ ບາງບໍ່ກໍຖືກຂຸດຄົ້ນ ແລ້ວ ບາງບໍ່ ຍັງສຳຣວດຢູ່ ແລະບາງບໍ່ ຍັງຢູ່ໃນແຜນການ ຮ່ວມດ້ວຍ ການກະເສດ ເປັນຕົ້ນ ຢາງພາລາ ແລະພືດເສຖກິດ ປະເພດຕ່າງໆ.

ໃນປີທີ່ຜ່ານມາ ມີ 6 ປະເທດ ລົງທຶນ ໃນລາວ ໃນມູນຄ່າກວ່າ 1 ຕື້ 55 ລ້ານໂດລາ ໃນນັ້ນ ຈີນ ເປັນຜູ້ລົງທຶນ ຫລາຍກວ່າຫມູ່ ທີ່ຮ່ວມ ດ້ວຍ ມາເລເຊັຽ ຮົງກົງ ວຽດນາມ ແລະໄທ ໃນ 25 ໂຄງການໃຫຍ່ໆ.

ຈາກປີ 1989 ຫາປີ 2015 ຈີນເປັນນ້ຳເບີ້ 1 ໃນການລົງທຶນໃນລາວ ລອງລົງມາແມ່ນໄທ ວຽດນາມ ທີ່ສາມແລະທີ່ສີ່ ແມ່ນ ເກົາຫລີໃຕ້. ການລົງທຶນ ຂອງຈີນ ໃນຣະຍະເວລານັ້ນ ຕົກຢູ່ປະມານ 5 ຕື້ 48 ລ້ານໂດລາ ໃນ 834 ໂຄງການ.

ນອກຈາກນັ້ນ ຈີນຍັງໄດ້ລົງທຶນ ໃນການສ້າງໂຄງຮ່າງພື້ນຖານ ປະເພດຕ່າງໆ ໃນລາວ ນຳອີກເປັນຕົ້ນ ຖນົນຫົນທາງ ຂົວ ແລະເສັ້ນທາງ ຣົດໄຟ ຄວາມໄວສູງ ຮ່ວມດ້ວຍ ຕຶກອາຄານ ຫ້າງ ສັບພະສິນຄ້າ ໂຮງແຮມ ບ້ານພັກ ແລະ ສາທາຣະນຸປະໂພກ ປະເພດຕ່າງໆ. ດັ່ງຄົນ ລາວ ທ່ານນຶ່ງ ກ່າວໃນຣະຍະ ທີ່ຜ່ານມາວ່າ: ສຽງ--

ອີງຕາມບົດຣາຍງານ ຈາກກະຊວງແຜນການ ແລະການລົງທຶນ ສປປລາວ ຣະຫວ່າງປີ 1989 ຫາ 2014 ການລົງທຶນ ຈາກຕ່າງປະເທດ ເປັນຫົວຈັກ ໃນການຂັບເຄື່ອນ ເສຖກິດລາວ ໃນຣະຍະ ເວລານັ້ນ ຈີນ ເປັນຜູ້ລົງທຶນຣາຍໃຫຍ່ ໃນມູນຄ່າ ປະມານ 5 ຕື້ 396 ລ້ານໂດລາ ລອງລົງມາແມ່ນ ໄທ ປະມານ 4 ຕື້ 489 ລ້ານໂດລາ ວຽດນາມ ອັນດັບສາມ ປະມານ 3 ຕື້ 108 ລ້ານໂດລາ.

ອີງຕາມຂໍ້ມູນຈາກສຳນັກງານ ທະນາຍຄວາມ ZICOLAW ທີ່ມີຫ້ອງການ ຢູ່ນະຄອນຫຼວງວຽງຈັນ, ສປປລາວ ເປັນນຶ່ງໃນບັນດາ ປະເທດ ທີ່ມີເສຖກິດ ເຕີບໂຕ ຢ່າງວ່ອງໄວ ໃນຣະຍະ ສິບປີຜ່ານມາ, ຫ້ອງການ ດັ່ງກ່າວເວົ້າວ່າ ໃນຣະຍະ ສິບປີຜ່ານມາ ການເຕີບໂຕ ທາງດ້ານ ເສຖກິດ ໃນລາວໂດຍສະເຣັ່ຽ ປະມານ ປີລະ 7% ຍ້ອນການໃຊ້ ຊັພຍາກອມ ທັມມະຊາດ ມາເປັນທຶນ ເປັນຕົ້ນການ ສ້າງເຂຶ່ອນ ການ ຂຸດຄົ້ນ ແຮ່ທາດ ແລະ ການປູກຕົ້ນໄມ້ ເສຖກິດ.

ການເຕີບໂຕດັ່ງກ່າວໄດ້ປ່ຽນໂສມຫນ້າ ຂອງລາວ ຈາກຖານະການເປັນ ປະເທດຣາຍໄດ້ ຕ່ຳສຸດ ມາເປັນປະເທດ ຣາຍໄດ້ຕ່ຳ ປານກາງ ໃນປີ 2011 ແລະຄາດວ່າ ຈະໃຫ້ມີຣາຍໄດ້ ປານກາງ ໃນປີ 2030.

ໂຄງການໃຫຍ໋ໆ ທີ່ຈີນ ກຳລັງເຮັດຢູ່ ໃນປັດຈຸບັນນີ້ ກໍແມ່ນໂຄງການ ເສັ້ນທາງ ຣົດໄຟ ລາວ-ຈີນ ໃນມູນຄ່າ 6 ຕື້ໂດລາ ທີ່ຈະຍົກຣະດັບ ສປປລາວ ໃຫ້ເປັນປະເທດ ມີທາງອອກ ສູ່ທະເລ ແລະ ເຊື່ອມໂຍງກັບ ຫລາຍປະເທດ ໃນຂົງເຂດ ຊຶ່ງເປັນແຜນການ ເສຖກິດ ສາຍໄຫມ ຫລື BELT AND ROAD ຂອງຈີນ ທີ່ຫຼາຍປະເທດ ສົນໃຈເຂົ້າຮ່ວມ ໃນໂຄງການດັ່ງກ່າວ ໃນເວລານີ້ ນອກຈາກ ສປປລາວ ເສັ້ນທາງ ຣົດໄຟ ສາຍດັ່ງກ່າວ ເປັນຜົລປະໂຍດ ຮ່ວມກັນ ຣະຫວ່າງ ລາວກັບຈີນ.

ແຕ່ນັກວິເຄາະເວົ້າວ່າ ຈີນ ຈະໄດ້ຜົລປະໂຫຍດ ຫລາຍກວ່າ. ຄົນລາວ ທ່ານນັ້ນ ກ່າວເພີ້ມວ່າ: ສຽງ--

ການລົງທຶນຂອງຈີນໃນລາວ ເຖິງແມ່ນວ່າຈະເປັນການ ຍົກຣະດັບ ການເຕີບໂຕ ທາງດ້ານ ເສຖກີດໃນລາວ ແຕ່ ກໍເປັນການລົງທຶນ ທີ່ບໍ່ ຍືນຍົງ ຍ້ອນວ່າ ການລົງທຶນ ສ່ວນໃຫຍ່ ແມ່ນການໃຊ້ ຊັພຍາກອນ ທັມມະຊາດ ຂອງລາວ ແລະ ກໍຈະຫມົດໄປ ໃນມື້ນຶ່ງ.

ນອກຈາກຈີນເປັນອັນດັບນຶ່ງ ໃນການລົງທຶນໃນລາວ ໃນປີ 2016 ແລ້ວ ອັນດັບສອງ ແມ່ນວຽດນາມ, ວຽດນາມໄດ້ລົງທຶນ ໃນລາວ ສ່ວນ ໃຫຍ່ແມ່ນການ ປູກຢາງພາລາຫຼາຍແສນ ເຮັກຕາ ໃນເຂດພາກໃຕ້ ຂອງລາວ ຮ່ວມດ້ວຍ ການສ້າງ ເຂື່ອນໄຟຟ້າ ຫຼາຍເຂື່ອນເປັນຕົ້ນ ເຂື່ອນເຊກອງ ເຊຂະຫມານ ແລະເຂື່ອນເລັກ ເຂື່ອນນ້ອຍ ຫລາຍເຂື່ອນ.

ວຽດນາມ ມີສິດພິເສດ ໃນການລົງທຶນໃນລາວ ໂຮງງານ ແລະໂຮງເລື່ອຍໄມ້ ຂອງວຽດນາມ ໃນລາວ ບາງແຫ່ງ ກໍບໍ່ມີ ໃບອະນຸຍາດ ແລະ ບໍ່ເສັຽພາສີ ໃຫ້ແກ່ຣັດ. ການລົງທຶນ ຂອງວຽດນາມ ເປັນການລົງທຶນ ທີ່ບໍ່ໂປ່ງໃສ ປານໃດ ແລະກໍໃຊ້ ຊັພຍາກອນ ທັມມະຊາດ ຂອງລາວ ຫຼາຍກວ່າຫມູ່ ເປັນຕົ້ນການຕັດໄມ້ ແລະການສ້າງໂຄງຮ່າງພື້ນຖານ ທີ່ບໍ່ໄດ້ມາຕຖານ ເຊັ່ນຖນົນຫົນທາງ ແລະຕຶກອາຄານຕ່າງໆ ໃນລາວ.

ຫລາຍໂຄງການຂອງວຽດນາມ ເຈົ້າຫນ້າທີ່ລາວ ບໍ່ສາມາດເຂົ້າໄປ ກວດກາໄດ້. ການລົງທຶນ ແລະວຽດນາມ ຫລາຍໂຄງການ ບໍ່ໂປ່ງໃສ ແລະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຊິວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ເປັນຕົ້ນ ໂຄງການກະເສດ. ດັ່ງຊາວບ້ານ ອີກທ່ານນຶ່ງ ເວົ້າວ່າ: ສຽງ---

ອັນດັບສາມ ແມ່ນໄທ ໃນການລົງທຶນຣາຍໃຫຍ່ໃນລາວ ໃນປີ 2016 ສຳລັບໄທນັ້ນ ສ່ວນໃຫຍ່ ຈະສ້າງເຂຶ່ອນ ເປັນຕົ້ນ ເຂື່ອນນ້ຳຂອງ ໄຊຍະບູລີ ແລະເຂື່ອນອື່ນໆ ຫລາຍເຂື່ອນ ໃນເຂດພາກໃຕ້, ດັ່ງເຂື່ອນຫ້ວຍເຫາະ ເຂຶ່ອນເຊປ່ຽນ ເຊນ້ຳນ້ອຍ ນອກຈາກນັ້ນ ກໍແມ່ນ ການກະເສດ ສ່ວນໃຫຍ່ ແມ່ນໃນເຂດພາກໃຕ້ຂອງລາວ ດັ່ງກາເຟ ຢາງພາລາ ແລະພືດ ເສຖກິດອື່ນໆຮ່ວມດ້ວຍ ການສ້າງໂຄງຮ່າງ ພື້ນຖານ ເຊັ່ນຖນົນຫົນທາງ. ໄທຍັງມີແຜນການເຊື່ອມໂຍງ ການຄ້າກັບລາວ ໃນຫລາຍດ້ານ ເປັນຕົ້ນການທະນາຄານ ການບໍຣິການ ແລະ ການທ່ອງທ່ຽວ.

ແຕ່ເຖິງຢ່າງໃດກໍຕາມ ກຸ່ມລົງທຶນລາຍໃຫຍ່ ທີ່ກ່າວມາຂ້າງເທິງນີ້ ແມ່ນມາສວຍໃຊ້ ຊັພຍາກອນ ທັມມະຊາດ ຂອງລາວ ໃນການລົງທຶນ ເປັນຕົ້ນ ນ້ຳ ປ່າໄມ້ ແລະແຮ່ທາດ ປະເພດຕ່າງໆ ຊຶ່ງເປັນການລົງທຶນ ທີ່ບໍ່ຍັ້ງຍືນ ຫລັງຈາກ ຊັພຍາກອນ ດັ່ງກ່າວ ຫມົດໄປ ການລົງທຶນ ກໍຈະຫມົດໄປ ເປັນການລົງທຶນ ທີ່ບໍ່ສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວ ພາຍໃນ ປະເທດຫລາຍປານໃດ.

ດັ່ງນັ້ນ ຈຶ່ງມີຄົນງານລາວ ລັ່ງໄຫລໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ດັ່ງປະເທດໄທ ຫລາຍຂຶ້ນ ໃນທຸກມື້ນີ້ ຍ້ອນບໍ່ມີວຽກເຮັດ ງານທຳ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.