ຂ.ຫຼວງນໍ້າທາມີຕູ້ຫຼິ້ນການ ພະນັນ

ອຸ່ນແກ້ວ ສຸກສະຫວັນ
2016.01.07
F-Slot ການພະນັນ ຕູ້ສະລັອດ ຢູ່ແຂວງຫຼວງນໍ້າທາ
RFA/VD

ແຂວງ ຫຼວງນ້ຳທາ ອະນຸຍາດ ໃຫ້ ນັກລົງທຶນ ຈາກຈີນ ເຂົ້າມາ ສຳປະທານ ເປີດບ່ອນຫລິ້ນ ການພະນັນ ຢ່າງ ເປີດເຜີຍ. ປະຈຸບັນ ຍັງ ອະນຸຍາດ ໃຫ້ ເປີດບ່ອນຫຼິ້ນ ການພະນັນ ປະເພດເກມ ຕ່າງໆ ຢູ່ພາຍ ໃນເມືອງ ເຊັ່ນ: ເມືອງສິງ, ເມືອງລອງ ແລະ ເທສບານ ເມືອງ ຫຼວງນໍ້າທາ.

ປະເພດເກມ ການພະນັນ ທີ່ຫລິ້ນກັນ ແມ່ນ ເກມໂລເລັກ, ເກມສະລັອດ ແລະ ເກມອື່ນໆ ທີ່ເປັນ ການພະນັນ ຜູ້ທີ່ເຂົ້າ ມາໃຊ້ ບໍຣິການ ສ່ວນຫຼາຍ ແມ່ນ ຄົນຈີນ, ວັຍລຸ້ນ ແລະ ນັກຮຽນ. ດັ່ງ ຜູ້ທີ່ເຂົ້າ ມາໃຊ້ ບໍຣິການ ທ່ານນຶ່ງ ກ່າວວ່າ: ກະເຂົ້າມາ ຫລີ້ນ ເລື້ອຍໆຢູ່ ສ່ວນ ຫຼາຍ ແມ່ນເສັຽ ຫຼາຍກ່ວາໄດ້ ທຳອິດ ມັນໃຫ້ໄດ້ ມັນເຮັດໃຫ້ ເຮົາຕິດ ດົນໄປ ກະເສັຽຄືນ ຄືເກົ່າ ພວກມັກ ມາຫລີ້ນ ສ່ວນຫຼາຍ ແມ່ນ ຄົນຈີນ, ພວກວັຍລຸ້ນ ແລະ ກະມີ ນັກຮຽນ ແດ່.

ນອກຈາກນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງ ຫຼວງນໍ້າທາ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ ພວກທີ່ເຂົ້າມາ ເປີດ ທຸຣະກິດ ບ່ອນ ການພະນັນ ນີ້ ທຳອິດ ແມ່ນເຂົ້າມາ ໃນຮູບແບບ ເຮັດ ທຸຣະກິດ ເປີດຮ້ານ ອາຫານ ແລະ ໂຮງແຮມ ພໍດົນໄປ ກໍ່ເປີດເປັນ ບ່ອນຫລິ້ນ ການພະນັນ ບາງບ່ອນ ກໍ່ໄດ້ຮັບ ອະນຸຍາດ.

ຈຸດມີເປີດ ໃຫ້ຫລິ້ນ ການພະນັນ ແມ່ນຢູ່ ໂຮງແຮມ ຮວງຈິງ ຢູ່ ເມືອງ ຫຼວງນໍ້າທາ ແມ່ນ ເປີດມາໄດ້ ປະມານ 1 ປີ, ສ່ວນວ່າ ຢູ່ໂຮງແຮມ ເຊີນຈືເຕີ ຢູ່ ເມືອງສີງ ແລະ ຢູ່ ໂຮງແຮມ ໂຊກດີ ຢູ່ ເມືອງລອງ ແມ່ນເປີດມາ ໄດ້ ປະມານ 3 ເດືອນ, ຊຶ່ງ ຈະເລີ້ມເປີດ ໃຫ້ຫລິ້ນ ແຕ່ ເວລາ 7 ໂມງເຊົ້າ ຫາ 11 ໂມງ ກາງຄືນ ອີງຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.