ຈີນຈະພັທນາ ຂ.ໄຊສົມບູນ


2014.02.20
ຈີນຈະພັທນາ ຂ.ໄຊສົມບູນ
RFA

 

ທາງການລາວຈະອະນຸຍາດໃຫ້ບໍຣິສັດຈີນລົງທຶນສ້າງເຂື່ອນໄຟຟ້າຢູ່ແຂວງໄຊສົມບູນໂດຍຈະບໍ່ເກັບພາສີອາກອນຈາກບໍຣິສັດຈີນນັ້ນເລີຍແຕ່ຈະ ຄິດໄລ່ເປັນການໃຊ້ໜີ້ຄືນທີ່ໃຫ້ຣັຖບານລາວຢືມເງິນເພື່ອມາສ້າງແຂວງໄຊສົມບູນຊຶ່ງເປັນແຂວງໃໝ່ລ້າສຸດຂອງລາວ.

ທາງການແຂວງໄຊສົມບູນ ເຊັນບົດບັນທຶກຄວາມເຂົ້າໃຈກັບບໍຣິສັດ Green Partner Holdings ຂອງຈີນເມື່ອອາທິດທີ່ແລ້ວ.ເຈົ້າໜ້າທີ່ແຂວງ ໄຊສົມບູນທ່ານນຶ່ງກ່າວວ່າ ບໍຣິສັດຈີນຈະມີໜ້າທີ່ດັ່ງນີ້:

“ເຮົາໃຫ້ເພິ່ນມາສຳຫຣວດອອກແບບຜັງເມືອງຂະແໜງໂຄງຮ່າງຫັ່ນແຫລະມາເບິ່ງເກັບກຳຂໍ້ມູນ ຫາກໍເຊັນສັນຍາກັນວ່າງກ່ອນນີ້ນະ ອາທິດແລ້ວ ນີ້ເດ່.”

ນອກຈາກນັ້ນໃນບົດບັນທຶກດັ່ງກ່າວ ຣັຖບານລາວຈະຢືມເງິນ ຈາກບໍຣິສັດ Green Partner ຂອງຈີນແລ້ວຈ້າງ ບໍຣິສັດຈີນນັ້ນເປັນຜູ້ສຳຫຣວດ ອອກແບບແລະສ້າງ ແຂວງໄຊສົມບູນ ເຊັ່ນ ສ້າງຫ້ອງການແຂວງ ຖນົນຫົນທາງ ສນາມບິນ ໂຮງຮຽນ ແລະ ເຂື່ອນໄຟຟ້າ. ໃນຂະນະດຽວກັນ ຣັຖບານລາວຈະອະນຸຍາດໃຫ້ບໍຣິສັດນີ້ສ້າງເຂື່ອນໄຟຟ້າແຫ່ງໃດແຫ່ງນຶ່ງຢູ່ແຂວງໄຊສົມບູນ. ເມື່ອສ້າງສຳເຣັດແລ້ວ ບໍຣິສັດຈີນ ກໍຂາຍໄຟຟ້າໃຫ້ ໄທແຕ່ຈະບໍ່ຈຳເປັນ ຕ້ອງຈ່າຍຄ່າພາສີອາກອນໃຫ້ແກ່ຣັຖບານລາວ; ໂດຍຈະຖືວ່າເປັນການໃຊ້ໜີ້ ແລະດອກເບັ້ຍຄືນ ໃຫ້ແກ່ບໍຣິສັດຈີນໄປເລີຍ; ຫລືຈະເວົ້າອີກຢ່າງ ຣັຖບານລາວ ຂາຍຊັພຍາກອນທັມມະຊາດ ໃຫ້ແກ່ນັກລົງທຶນຕ່າງປະເທດເພື່ອແລກປ່ຽນກັບ ການສ້າງສາພັທນາ. ເຊັ່ນດຽວ ກັນບໍຣິສັດຈີນ ຢາກຂຸດຄົ້ນບໍ່ແຮ່ຢູ່ແຂວງໄຊສົມບູນກໍໄດ້. ໄຊສົມບູນ ເປັນແຂວງທີ່ອຸດົມສົມບູນ ມີທັງປ່າໄມ້ບໍ່ແຮ່ ແລະສາຍນ້ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.