ເຂດເສຖກິຈເນຣະມິດ ຖືກເລື່ອນເວລາ


2013.07.25
F-floating-house ຮ້ານອາຫານ ບໍຣິການ ໃນເຮືອນແພ ຕາມລໍານໍ້າງື່ມ
RFA

 

ໂຄງການ ກໍ່ສ້າງ ເຂດ ເສຖກິດ ສະເພາະ ເນຣະມິດ ທີ່ ນະຄອນຫລວງ ວຽງຈັນ ຖືກເລື່ອນ ເວລາ.

ເຈົ້າຫນ້າທີ່ ຜແນກແຜນການ ແລະ ການລົງທືນ ສປປລາວ ທ່ານນື່ງ ເວົ້າວ່າ ໂຄງການສ້າງ ເຂດເສຖກິດ ສະເພາະ ວຽງຈັນ ເນຣະມິດ ໃນເຂດ ບ້ານດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໄດ້ເລື່ອນ ເວລາການກໍ່ສ້າງ ແລະ ການວາງຫີນ ສີລາລຶກ ໃນທ້າຍປີນີ້. ເນື່ອງຈາກວ່າ ແຜນ ແມ່ບົດ ແລະ ການປະເມີນ ຜົລກະທົບ ຕໍ່ສີ່ງແວດລ້ອມ ຂອງ ໂຄງການ ຍັງຢູ່ໃນຂັ້ນ ປັບປຸງ. ດັ່ງທ່ານ ກ່າວວ່າ:

"ປີນີ້ ຄືຊີ່ຍັງ ເພີ່ນວາງແຜນ ເຫມືອນ ວ່າປະມານ ເດືອນສີບເອັດ ຊີ່ເຮັດພິທີ ວາງສີລາລຶກ ເຮົາກໍເລີຍ ມາເຮັດເຣື້ອງ master plan ກັບໃບ ອະນຸຍາດ ສີ່ງແວດລ້ອມ ທັງສອງນີ້ ແມ່ນເຮົາຜ່ານ ຂັ້ນ ສູນກາງ ແລະ ກໍວ່າມັນ ບໍ່ຜ່ານ ແລະ ເພີ່ນໃຫ້ເອົາມາ ປັບປຸງໃຫມ່ ວ່າຊັ້ນ".

ນາງກ່າວ ຕໍ່ໄປວ່າ ດຽວນີ້ ຍັງບໍ່ຮູ້ ວ່າແຜນແມ່ບົດ ແລະ ການປະເມີນ ຜົລກະທົບ ຕໍ່ ສີ່ງແວດລ້ອມ ນັ້ນ ຈະຜ່ານ ການ ພິຈາຣະນາ ຂອງສູນກາງ ເມື່ອໃດ ແຕ່ຄາດວ່າ ຈະໃຊ້ເວລາ ຫລາຍ ພໍສົມຄວນ ເພື່ອໃຫ້ໂຄງການ ໄດ້ມາຕຖານສູງ ແລະ  ສົ່ງຜົລ ກະທົບ ຕໍ່ສິ່ງ ແວດລ້ອມ ຫນ້ອຍ.

ອີກບັນຫານື່ງ ການກໍ່ສ້າງ ລ້າຊ້າ ເປັນຍ້ອນວ່າ ໃນເວລານີ້ ເປັນຊ່ວງ ຣະດູຝົນ ຝົນຕົກຫນັກ ຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ກຸ່ມ ແຮງງານ ບໍ່ສາມາດ ເຮັດວຽກ ປັບຫນ້າດີນ ໃນ ບໍຣິເວນ ສ້າງຕຶກອາຄານ ໄດ້ຕາມ ປົກກະຕິ ຈື່ງໄດ້ລໍຖ້າ ໃຫ້ຫມົດ ຣະດູຝົນ ກອ່ນ.

ເຂດເສຖກິດ ສະເພາະ ວຽງຈັນ   ເນຣະມິດ ມີເນື້ອທີ່ ປະມານ 59.9 ເຮັກຕາ ຈະສ້າງເປັນເຂດການຄ້າ ການຜລິດ ອຸດສາຫະກັມ ການສຶກສາ ແລະ ບ້ານພັກ ຈາກ ບໍຣິສັດ ຢູພີແອສ ລາວ ຈຳກັດ ໃນການ ສຳປະທານ 50 ປີ ຕໍ່ອີກ 40 ປີ ຈາກຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.