ກັມພູຊາຮຽກຮ້ອງເຣື້ອງເຂື່ອນ

ມະນີຈັນ
2015.10.08
f-donsahong ຊາວບ້ານ ທີ່ ຫາປາລ້ຽງຊີພ ໃນເຂດທ້ອງຖິ່ນ ໂຄງການ ເຂື່ອນ ດອນສະໂຮງ
RFA

ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ກັມພູຊາ Hor Namhong ຮຽກຮ້ອງ ໃຫ້ ສປປລາວ ສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ທີ່ ອາຈເກີດຈາກ ເຂື່ອນ ໄຟຟ້າ ດອນສະໂຮງ ຂນາດ 260 ເມັກກາວັດ ນັ້ນ ຕໍ່ໄປ. ຕາມ ຣາຍງານ ຂ່າວ ຊິນຮົວ ຈາກ ກຸງ ພະນົມເປັນ ເມື່ອ ວັນທີ 6 ຕຸລາ 2015.

ສະພາ ແຫ່ງຊາດ ສປປລາວ ໄດ້ຮັບຜ່ານ ຂໍ້ຕົກລົງ ສັມປະທານ ໂຄງການ ເຂື່ອນ ດອນສະໂຮງ ທີ່ ຈະສ້າງ ໃສ່ ແມ່ນໍ້າຂອງ ຕອນລຸ່ມ ເມື່ອ ເດືອນ ສິງຫາ ຜ່ານມາ ແລະ ຄາດວ່າ ການ ກໍ່ສ້າງ ຈະ ເລີ່ມຂຶ້ນ ກ່ອນ ໝົດປີ ນີ້.

ໃນການ ພົບປະ ກັບ ຮອງ ນາຍົກ ຣັຖມົນຕຣີ ສົມສະຫວາດ ເລັ່ງສະຫວັດ, ຜູ້ຮັບ ຜິດຊອບ ກິຈການ ດ້ານ ເສຖກິດ ທີ່ ໄປຢ້ຽມຢາມ ກັມພູຊາ ນັ້ນ, ທ່ານ ຫໍນໍາຫົ້ງ ໄດ້ ກ່າວວ່າ ເຂື່ອນ ດອນສະໂຮງ ຢູ່ ຫ່າງຈາກ ຊາຍແດນ ກັມພູຊາ ພຽງ 2 ຫລັກ ກິໂລແມັຕ. ແລະວ່າ ກັມພູຊາ ແລະ ປະເທດ ໃນເຂດ ແມ່ນໍ້າຂອງ ອື່ນໆ ຄື ໄທ ແລະ ວຽດນາມ ຕ່າງ ກໍກັງວົນ ກ່ຽວກັບ ຜົລກະທົບ ຂອງ ເຂື່ອນ ນັ້ນ.

ທ່ານ ຫໍນໍາຫົ້ງ ກ່າວຕໍ່ ຊື່ມວນຊົນ ວ່າ ກ່ອນທີ່ ຈະເລີ່ມ ການກໍ່ສ້າງ ເຂື່ອນ ນັ້ນ ຂໍສເນີ ໃຫ້ ສປປລາວ ສືບຕໍ່ ສຶກສາ ໂຄງການ ນັ້ນ ເພື່ອບໍ່ໃຫ້ ມີ ຜົນກະທົບ ຕໍ່ ສິ່ງແວດລ້ອມ ໂດຍສະເພາະ ການໄຫລ ຂອງ ນໍ້າ ແລະ ການ ເຄື່ອນຍ້າຍ ຂອງ ປາ ລົງ ສູ່ເຂດ ປະເທດ ລຸ່ມ ແມ່ນໍ້າຂອງ. ແລະ ທ່ານ ກໍໄດ້ກ່າວ ຕໍ່ ທ່ານ ສົມສະຫວາດ ວ່າ ທະເລສາບ ເປັນ ຊີວິດ ຂອງ ປະຊາຊົນ ກັມພູຊາ ແລະ ນໍ້າ ໃນ ທະເລສາບ ກໍຂຶ້ນ ຢູ່ກັບນໍ້າ ທີ່ ໄຫລ ຈາກ ແມ່ນໍ້າຂອງ. ດັ່ງນັ້ນ ບໍ່ວ່າ ຜົລກະທົບ ບໍ່ດີໃດໆ ຕໍ່ ແມ່ນໍ້າຂອງ ທະເລສາບ ຊຶ່ງ ເປັນ ແຫລ່ງປາ ແລະ ເປັນຊີວິດ ຂອງ ຊາວ ກັມພູຊາ ນັ້ນ ກໍຈະໄດ້ ຮັບ ຜົລກະທົບ ນໍາດ້ວຍ.

ແລະວ່າ ເຂື່ອນ ດອນສະໂຮງ ສາມາດ ສົ່ງ ຜົລກະທົບ ບໍ່ດີ ໃສ່ຊາວ ກັມພູຊາ ຈໍານວນ ຫຼາຍລ້ານ ຄົນ. ສ່ວນ ທ່ານ ສົມສະຫວາດ ກໍໄດ້ ອະທິບາຍ ເຖິງ ຜົລການ ສຶກສາ ຮອບດ້ານ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ວ່າ ລາວ ຈະເຮັດ ທຸກສິ່ງ ທຸກຢ່າງ ເພື່ອ ບໍ່ໃຫ້ມີ ຜົລກະທົບ ບໍ່ດີ ຕ່າງໆ ຈາກ ເຂື່ອນ ນັ້ນ ທີ່ ອາຈມີ ຕໍ່ບັນດາ ປະເທດ ລຸ່ມ ແມ່ນໍ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.