ໄທແລະກັມພູຊາຮຽກຮ້ອງ ຢຸດ ເຂື່ອນ ດອນສະໂຮງ

ມະນີຈັນ
2014.09.18
F-thai-riparian ເຄືອຂ່າຍ ປະຊາຊົນ ລຸ່ມ ແມ່ນໍ້າຂອງ ໄທແລະກັມພູຊາ ຮຽກຮ້ອງໃຫ້ ທາງການລາວ ເຊົາສ້າງເຂື່ອນ ດອນສະໂຮງ
RFA

 

ຜູ່ຕາງໜ້າ ຊາວປະມົງ ລຸ່ມ ແມ່ນ້ຳຂອງ ຈາກ ປະເທດໄທ ແລະ ກັມພູຊາ ຮ່ວມກັນ ຈັດການ ຊຸມນຸມ ທີ່ ບາງກອກ ໃນວັນທີ 17 ກັນຍາ 2014 ນີ້ ພາຍໃຕ້ ຫົວຂໍ້ “ຢຸດເຂື່ອນ ແມ່ນ້ຳຂອງ ສຽງ ຮຽກຮ້ອງ ຂອງ ຄົນຫາປາ”. ເພື່ອ ຮຽກຮ້ອງ ໃຫ້ ທາງການ ລາວ ໂຈະ ການ ກໍ່ສ້າງເຂື່ອນ ດອນສະໂຮງ ໄວ້ກ່ອນ ແລະ ໃຫ້ ສຶກສາ ເຖິງ ຜົລກະທົບ ຂ້າມແດນ ເພີ່ມຕື່ມ. ຍານາງ ສົມປອງ ວຽງຈັນ ຕົວແທນ ຊາວ ປະມົງ ຈາກ ແຂວງ ອຸບົນ ກ່າວ:

"ຍານາງ ວ່າ ມັນຈະມີ ການສ້າງ ເຂື່ອນ ໃສ່ ຮູສະໂຮງ ແລ້ວ ການ ຕັດສິນໃຈ ນັ້ນ ປະຊາຊົນ ລາວ ເອງ ກໍເຮັດ ຫຍັງ ບໍ່ໄດ້ ອັນນີ້ ເຮົາໄດ້ ລົງ ໄປສຶກສາ ຢູ່ລາວ ຫລາຍຄັ້ງ ແລ້ວ ເຣື່ອງການ ທີ່ ປະຊາຊົນ ລາວ ຈະ ອອກມາ ຮຽກຮ້ອງ ສິດທິ ຂອງ ຕົນນັ້ນ ມັນບໍ່ໄດ້ ສະນັ້ນ ມີທາງດຽວ ຄືເຮົາ ໃນນາມ ຄົນໄທ 6 ແຂວງ ໜ້າຈະເຮັດ ແນວໃດ ແນວໜຶ່ງ ເພື່ອໃຫ້ ສຽງ ຂອງ ພວກເຮົາ ປະຊາຊົນ ໄປເຖິງ ຣັຖບານ ໄທ ໄປສູ່ ຣັຖບານ ລາວ ເຣື່ອງ ຜົລກະທົບ ຂ້າມແດນ".

ນາງເວົ້າວ່າ ເຄີຍໄປ ພື້ນທີ່ ກໍ່ສ້າງ ເຂື່ອນ ຫລາຍແຫ່ງ ໃນລາວ ເຊັ່ນ ເຂື່ອນ ນ້ຳລີກ ແລະ ເຂື່ອນ ນ້ຳງື່ມ ພົບວ່າ ຊາວບ້ານ ມີຄວາມ ທຸກຍາກ ລຳບາກ ຫລັງຈາກ ທີ່ ມີການ ກໍ່ສ້າງເຂື່ອນ ແລ້ວ. ແຕ່ ພວກເຂົາ ບໍ່ສາມາດ ຮຽກຮ້ອງ ຫຍັງໄດ້. ດັ່ງນັ້ນ ຄົນໄທ ຈຶ່ງຕ້ອງ ເຮັດໜ້າທີ່ ນັ້ນແທນ.

ທ່ານ ບອງ ຊຳອາດ ຊາວປະມົງ ໃນເຂດ ທະເລສາບ ຂອງ ກັມພູຊາ ກໍໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ໂຈະ ການກໍ່ສ້າງ ເຂື່ອນ ດອນສະໂຮງ ແລະ ໃຫ້ສຶກສາ ເບິ່ງ ຜົລກະທົບ ຕື່ມອີກ:

"ທ່ານເວົ້າວ່າ ຊາວ ກັມພູຊາ ຂໍໃຫ້ ສຶກສາ ຜົລກະທົບ ຂ້າມແດນ ຕື່ມ ໂດຍໃຫ້ ປະຊາຊົນ ມີສ່ວນ ຮ່ວມນຳ. ຂໍໃຫ້ ຣັຖບານ ທັງ 4 ປະເທດ ກັມພູຊາ ລາວ ໄທ ແລະ ວຽດນາມ ຟັງສຽງ ຂອງ ປະຊາຊົນ ໃຫ້ຢຸດ ການ ສ້າງເຂື່ອນ".

ເຂື່ອນ ດອນສະໂຮງ ຂນາດ 260 ເມກາວັດ ມູລຄ່າ ການກໍ່ສ້າງ ປະມານ 720 ລ້ານໂດລາ ຈະ ສ້າງໃສ່ ຮູສະໂຮງ ໃນເຂດ ເມືອງໂຂງ ແຂວງ ຈຳປາສັກ. ບໍຣິສັດ ເມກາ ເຟີສທ ຈາກ ມາເລເຊັຽ ຈະເປັນຜູ້ ກໍ່ສ້າງ ແລະ ລົງທຶນ 90 ສ່ວນຮ້ອຍ 10 ສ່ວນຮ້ອຍ ເປັນຂອງ ບໍຣິສັດ ໄຟຟ້າ ລາວ ຊຶ່ງ ຈະລົງມື ກໍ່ສ້າງ ໃນທ້າຍປີ 2014 ຫລື ຕົ້ນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.