ການແຈ້ງຊັພສິນຂອງຣັຖກອນ ແກ່ຍາວ

ສິດນີ
2014.03.03
f-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA/LX

 

ກຳນົດ ວັນເວລາ ໃນການແຈ້ງ ຊັພສິນ ຂອງຣະດັບ ຜູ້ນຳ ພະນັກງານຣັຖ ແລະ ສະມາຊິກ ຄອບຄົວ ຍັງບໍ່ ເໜັງຕີງເທື່ອ ທັ້ງໆທີ່ ດຳຣັດ ນາຍົກ ຣັຖມົນຕຣີ ໄດ້ ປະກາດວ່າ ການແຈ້ງ ຊັພສິນ ຂອງ ພະນັກງານຣັຖ ຖືກບັງຄັບ ໃຊ້ ເລີ້ມແຕ່ ວັນທີ 1 ມົກຣາ 2014 ນີ້.

ແຕ່ເຖີງຢ່າງໃດ ກໍຕາມ ທາງການໄດ້ ໃຫ້ການ ຢືນຢັນວ່າ ການແຈ້ງ ຊັພສິນ ຂອງ ພະນັກງານຣັຖ ຕ້ອງຖືກ ປະຕິບັດ ພາຍໃນ ປີນີ້.ຕາມດຳຣັດ ນາຍົກ ຣັຖມົນຕຣີ ຊື່ງເປັນ ເອກສານ ທີ່ສຳຄັນ ເທື່ອທຳອິດ ທີ່ບໍ່ເຄີຍ ມີມາກ່ອນ ພະນັກງານຣັຖ ແລະ ຍາດພີ່ນ້ອງ ຂອງ ພວກຂະເຈົ້າ ຈາກນີ້ໄປ ຕ້ອງໄດ້ແຈ້ງ ຊັພສິນ ຂອງຕົນ.ກຸ່ມຜູ້ນຳ ຣະດັບສຸງ, ເຈົ້າຫນ້າທີ່ ຣະດັບ ບໍຣິຫານ ແລະ ພະນັກງານຣັຖ ທຸກຄົນ ໃນຣັຖບານ ພັກ ຄອມມຸນິສລາວ, ເຈົ້າຫນ້າທີ່ ຈາກອົງການ ລາວສ້າງຊາດ ແລະ ອົງການຣັຖ ຕ້ອງໄດ້ແຈ້ງ ຊັພສິນ ຂອງຕົນ.

ໃນຣະຍະ ທີ່ຜ່ານມາ ເຈົ້າຫນ້າທີ່ ກ່ຽວຂ້ອງ ໄດ້ປະກາດ ກຳນົດ ການແຈ້ງຊັພສິນ ພະນັກງານຣັຖ ຈະຖືກ ບັງຄັບໃຊ້ ໃນເດືອນ ກຸມພາ ປີນີ້. ແຕ່ເຖິງຢ່າງໃດ ກໍຕາມ ຫນ່ວຍ ງານ ກວດສອບ ແຫ່ງຣັຖ ແລະ ປາບປາມ ການສໍ້ຣາສ ບັງຫລວງ ໄດ້ຢືນຢັນ ໃນ ກອງປະຊຸມ ທີ່ຈັດຂື້ນ ໃນ ນະຄອນຫລວງ ວຽງຈັນ ໃນວັນ ພະຫັດ ຜ່ານມາວ່າ ຍັງມີ ການລ່າຊ້າ ໃນການ ບັງຄັບໃຊ້ ດຳຣັດ ດັ່ງກ່າວ ໃນເວລານີ້ ກຳນົດ ເວລາ ໃນການ ແຈ້ງຊັພສິນ ພະນັກງານຣັຖ ຍັງບໍ່ຖືກ ປະຕິບັດ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.