ທາງດົງໂດກສີເກີດຄ້າງຄາ ຄ່າ ກໍ່ສ້າງ

ມະນີຈັນ
2016.05.18
F-Dongdok ການກໍ່ສ້າງ ເສັ້ນທາງ ແຕ່ສີ່ແຍກ ໄຟແດງ ຕານມີໄຊ-ສາມແຍກ ສີເກີດ
RFA/NY

ຣັຖບານ ໄດ້ຢຸດການກໍ່ສ້າງ ເສັ້ນທາງ ຕານມີໄຊ-ສີເກີດ ຊົ່ວຄາວ ເພື່ອກວດສອບ ຣາຄາ ຄືນໃໝ່ ແລະ ມີການ ເຈຣະຈາ ກັບ ບໍຣິສັດ ເຣື້ອງຣາຄາ. ອີງຕາມ ຂໍ້ມູນ ຈາກ ເຈົ້າໜ້າທີ ວິຊາການ ກະຊວງ ໂຍທາທິການ ແລະ ຂົນສົ່ງ.

ນັກວິຊາການ ກ່າວວ່າ ບໍຣິສັດ ຕັງຈະເລີນ ກໍ່ສ້າງ ຜູ້ໄດ້ຮັບ ສໍາປະທານ ໄດ້ສະເໜີ ຣາຄາ ການກໍ່ສ້າງ 54 ລ້ານ ໂດລາ ແລະ ໃນເດືອນ ກຸມພາ ທີ່ຜ່ານມາ ແມ່ນ ທ່ານ ທອງສິງ ທຳມະວົງ ທີ່ຍັງຢູ່ ໃນຕຳແໜ່ງ ນາຍົກ ຣັຖມົນຕຣີ ກໍໄດ້ຕົກລົງ ເອົາ ໃນຣາຄາ 54 ລ້ານໂດລາ.

ນັກວິຊາການ ກ່າວອີກວ່າ ຫລັງຈາກ ທ່ານ ທອງລຸນ ສີສຸລິດ ເຂົ້າມາເປັນ ນາຍົກ ຣັຖມົນຕຣີ ຈຶ່ງມີການ ກວດແບບແຜນ ເຕັກນິກ ການກໍ່ສ້າງ ຄືນໃໝ່ ແລະ ໄດ້ປັບ ຣາຄາ ຄ່າກໍ່ສ້າງ ຄືນໃໝ່ ໂດຍ ອີງຕາມ ຄຳສະເໜີ ຂອງ ນັກວິຊາການ ຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ.

ຣາຄາທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຄິດໄລ່ແມ່ນ 40 ລ້ານໂດລາ ບວກກັບ ດອກເບັ້ຽ ອີກ 5 ລ້ານ ຮວມທັງໝົດ ເປັນ 45 ລ້ານໂດລາ ໃນອັດຕຣາ ດອກເບັ້ຽ 3 ເປີເຊັນ ກັບ ລະຍະ ການຊຳລະ ແມ່ນ 9 ປິ.

ອີງຕາມຂໍ້ມູນ ຈາກ ກະຊວງແຜນການ ແລະ ການລົງທຶນ ໄດ້ຮູ້ວ່າ ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດ ກອງປະຊຸມ ປຶກສາຫາລື ຂຶ້ນ ກ່ຽວກັບ ການຄິດໄລ່ ຣາຄາ ໃນວັນທີ 17 ມິນາ ແລະ ວັນທີ 6 ເມສາ 2016 ແລະ ທີ່ປະຊຸມໄດ້ ຕົກລົງ ເຫັນດີ ຣາຄາ ກໍ່ສ້າງ 45 ລ້ານ ໂດລາ.

ເສັ້ນທາງ ດັ່ງກ່າວ ມີຄວາມຍາວ 9 ກິໂລແມັດ ກວ້າງ 28 ແມັດ. ແຕ່ ບໍຣິສັດ ບໍ່ຕົກລົງ ຮັບຮອງເອົາ ໃນຣາຄາ 45 ລ້ານ ໂດລາ ທີ່ ຣັຖບານ ສະເໜີໃຫ້, ແຕ່ ບໍຣິສັດ ໄດ້ ສະເໜີ ຣາຄາ ຫລຸດລົງ ຈາກ 54 ລ້ານ ມາເປັນ 49 ລ້ານ ໂດລາ.

ກ່ຽວກັບເລື້ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ ສ້ອມຖາມ ຂໍ້ມູນເພີ້ມເຕີມ ກັບ ທ່ານ ແພງ ດວງເງິນ ຫົວໜ້າກົມ ຂົວ-ທາງ ແຕ່ ທ່ານ ກໍປະຕິເສດ ທີ່ຈະໃຫ້ ຣາຍລະອຽດ, ທ່ານ ບອກວ່າ ຕິດປະຊຸມ.

ມູນຄ່າການກໍ່ສ້າງ ເສັ້ນທາງ ດັ່ງກ່າວ ມີການປັບປ່ຽນ ຫຼາຍຄັ້ງ, ຊຶ່ງ ໃນເບື້ອງຕົ້ນ ແມ່ນ ບໍຣິສັດ TSDI ສະເໜີ ໃນລາຄາ 80 ລ້ານ ໂດລາ ຫລັງຈາກ ການສຳຣວດ ບໍຣິສັດ ດັ່ງກ່າວ ຈຶ່ງ ສະເໜີ ຣາຄາ ລົງມາເປັນ 75 ລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.