ຜູ້ນໍາການເງິນຕໍານິຜູ້ສໍ້ໂກງ

ມະນີຈັນ
2016.08.18
F-Somdy ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ສປປລາວ
Screen captured LNTV video

ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ສປປລາວ ໄດ້ວິຈານ ພະນັກງານ ແລະ ຣັຖກອນ ໃນກະຊວງ ຂອງຕົນ ໂດຍຣະບຸວ່າ ມີການແບ່ງພັກ ແບ່ງຝ່າຍ ສະແຫວງຫາ ຜົລປະໂຫຍດ ໃສ່ຕົວ ຈົນພາກັນ ລໍ້າລວຍ ໃຊ້ຈ່າຍ ຢ່າງຟູມເຟືອຍ ເກີນຄວາມເປັນຈິງ.

ພ້ອມດຽວກັນ ທ່ານກໍສັ່ງໃຫ້ ແກ້ໄຂ ປາກົດການ ຫຍໍ້ທໍ້ ດັ່ງກ່າວນັ້ນ, ການວິພາກ ວິຈານ ແບບນີ້ ເປັນເຣື່ອງທີ່ ບໍ່ຄ່ອຍມີ ໃນຫຼາຍປີ ມານີ້. ອີງຕາມຣາຍງານ ຂ່າວຂອງ ຜູ້ຈັດການ ອອນລາຍ ຂອງໄທ ລົງວັນທີ 18 ສິງຫາ 2016.

ດຣ. ສົມດີ ດວງດີ ຊຶ່ງເປັນ ກັມການສູນກາງພັກ ປະຊາຊົນ ປະຕິວັດລາວ ເປັນເລຂາ ຄນະພັກ ກະຊວງ ສໍາຄັນນີ້ ແລະ ທັງເປັນ ຮອງນາຍົກ ຣັຖມົນຕຣີ ຜູ້ບໍຣິຫານ ການເງິນ ການຄັງ, ໄດ້ຕັກເຕືອນ ພະນັກງານ ຣັຖກອນ ໃນຣະຫວ່າງ ກອງປະຊຸມ ພັກ-ກະຊວງ ເມື່ອວັນທີ 11-12 ສິງຫາ ຊຶ່ງໃນນັ້ນ ໄດ້ມີການ ປຶກສາຫາລື ກ່ຽວກັບ ການບໍຣິຫານ ການເງິນ ການຄັງ ສໍາລັບສົກ ງົປມານ 2017 ແລະ ຍຸທສາດ ການເງິນ ການຄັງ ຈົນເຖິງ ປີ 2020.

ຄໍາເວົ້າຂອງຣັຖມົນຕຣີ ການເງິນ ໄດ້ເຮັດໃຫ້ ສັງຄົມ ຄຶດຢ້ອນກັບໄປ ເຫດການ ທີ່ ປະຊາຊົນ ກ່າວກັນວ່າ ເຈົ້າໜ້າທີ່ ພາສີ ປະຈໍາດ່ານ ທ່ານາແລ້ງ ຂົວ ມິຕພາບ ວຽງຈັນ ໜອງຄາຍ ແລະອື່ນໆ ພາກັນ ຮັ່ງມີດີໄດ້ ຢ່າງຫຼວງຫຼາຍ.

ແຕ່ກໍຍັງມີ ຣັຖມົນຕຣີ ຊ່ວຍວ່າການ ບາງທ່ານ ອອກມາແກ້ຕາງ ວ່າຈາກການກວດກາ ຍັງ ບໍ່ພົບວ່າມີ ເຈົ້າໜ້າທີ່ ຄົນໃດ ທີ່ ຮັ່ງມີ ລໍ້າລວຍ ຜິດປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.