ຄ່າຄອງຊີພຢູ່ລາວສູງຂຶ້ນ ນັບມື້

ສິດນີ
2016.08.15
F-Market ຕລາດຮ້ານຄ້າ ຢູ່ລາວ ສ່ວນໃຫຍ່ແມ່ນ ສິນຄ້ານໍາເຂົ້າ
RFA

ສປປລາວເປັນອີກປະເທດນື່ງ ທີ່ມີບັນຫາ ຄ່າຄອງຊີພສູງ ແລະ ຈະເປັນບັນຫາ ສຳຄັນ ບັ່ນທອນ ການເຕີບໂຕ ທາງເສຖກິຈ ຂອງລາວ ໃນອະນາຄົດ. ທີ່ ນະຄອນຫຼວງ ວຽງຈັນ ຣາຄາ ສິນຄ້າ ສູງຂຶ້ນ ເກືອບຮອດ 30% ຈາກເດືອນ ຕຸລາ ປີທີ່ຜ່ານມາ ເຮັດໃຫ້ ປະຊາຊົນ ເດືອດຮ້ອນ ແລະ ແບກຫາບ ພາລະຫນັກ ສຳລັບ ຄອບຄົວ.

ເຈົ້າຫນ້າທີ່ ອາວຸໂສ ກະຊວງ ອຸດສາຫະກັມ ແລະການຄ້າ ສປປລາວ ຍອມຮັບວ່າ ການປັບຂຶ້ນ ຂອງຣາຄາ ສິນຄ້າ ໃນລາວ ສາເຫດ ມາຈາກ ຫຼາຍບັນຫາ ນຶ່ງໃນນັ້ນ ແມ່ນການ ນຳເຂົ້າສິນຄ້າ ຈາກ ຕ່າງປະເທດ ຫຼາຍເກີນໄປ ເປັນຕົ້ນ ປະເທດໄທ ຍ້ອນ ສປປລາວ ບໍ່ສາມາດ ຜລິດໄດ້ ພຽງພໍກັບ ຄວາມຕ້ອງການ ຂອງ ພົລເມືອງ.

ດັ່ງຕົວຢ່າງ ເຂົ້າຫນຽວ ຢູ່ລາວ ຣາຄາ ເພີ້ມຂຶ້ນ ຈາກ 8500 ກີບ ມາເປັນ 12 ພັນ ຫລື ປະມານ 52 ບາດ ຕໍ່ ກິໂລກຣາມ ສູງກວ່າ ປະເທດໄທ ກິໂລລະ30-37 ບາດ ສິນຄ້າ ປະເພດອື່ນໆ ກໍສຸງຂຶ້ນ ເຊັ່ນກັນ ເປັນຕົ້ນຊີ້ນຫມູ ແລະ ຊີ້ນງົວ, ຊີ້ນງົວ ຢູ່ລາວ ຈະເພີ້ມຂຶ້ນ ຖ້າທຽບໃສ່ ເງິນບາດ ຈາກ ກິໂລລະ 325 ບາດ ຂຶ້ນເປັນ 367 ບາດ ສູງກວ່າ ຢູ່ໄທ ກິໂລລະ 230 ຫາ 270 ບາດ ແລະ ສິນຄ້າ ປະເພດອື່ນໆ ກໍສູງຂຶ້ນ ໃນແຕ່ລະມື້.

ຣາຍງານວ່າ ປະຊາຊົນລາວ ບາງກຸ່ມ ໄດ້ສະແດງ ຄວາມເຫັນ ຕໍ່ການ ບໍຣິຫານງານ ຂອງຣັຖບານ ຊຸດນີ້ວ່າ ຂາດ ປະສິດທິພາບ ໃນການ ຄວບຄຸມ ຣາຄາສິນຄ້າ ໃນ ທ້ອງຕລາດ ເຮັດໃຫ້ ປະຊາຊົນ ເດືອດຮ້ອນ ແລະ ກໍບໍ່ຫມັ້ນໃຈ ໃນຄ່າ ຂອງເງິນ ກີບ ຂອງ ຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.