ຣົດບໍ່ເສັຽພາສີ ຢູ່ ຂ.ສວັນນະເຂດ

ສຸພັດຕາ
2018.01.12
F-Savannakheth ຍວດຍານພາຫະນະ ໃນແຂວງສວັນນະເຂດ
Screen captured videoblock.com/Busy road with traffic,Savannakhet,Laos

ໃນປີ 2017 ຜ່ານມາ ກອງກວດກາພາສີ ແຂວງສວັນະແຂດ ກວດກາຣົດນຳເຂົ້າ ທຸກປະເພດ ຊຶ່ງມີຈຳນວນຫຼາຍກວ່າ 5,700 ຄັນ ໃນທົ່ວ ແຂວງ, ໃນນັ້ນຣົດທີ່ໄດ້ເສັຍພາສີ ຕາມກົດໝາຍໄປແລ້ວ ຈຳນວນ 2,700 ຄັນ ແລະຍັງເຫຼືອ ຣົດນຳເຂົ້າ 3 ພັນຄັນ ທີ່ຍັງບໍ່ມາຂຶ້ນທະບຽນ ແລະເສັຍພາສີ ຕາມຣະບຽບ ກົດໝາຍ, ດັ່ງເຈົ້າໜ້າທີ່ ກວດກາພາສີ ແຂວງສວັນນະເຂດ ກ່າວໃນມື້ວັນ 11 ມົກຣາ ວ່າ:

“ມີແຕ່ວ່າພວກທີ່ບໍ່ມີແຜ່ນທະບຽນ ແລະເອກສານຕ່າງໆຫັ້ນນະ ພວກນຳໃຊ້ອິຫຍັງຕ່າງໆ ເລັກໆນ້ອຍໆ ກໍເປັນລະບຽບການຮວມນັ້ນແຫຼະ ຜູ້ໃດນຳໃຊ້ ຣົດບໍ່ຖືກຕ້ອງ ເຂົາກໍຈັບຕົ໊ວ ສ່ວນຫຼາຍແມ່ນຣົດອັນນັ້ນ ປະເພດທີ່ເຂົາຢາກນຳໃຊ້ ປ່ຽນກຳມະສິດ ແມ່ນຫຍັງຫັ້ນເດ ເຂົານຳເຂົ້າ ມາໃນຮູບແບບການລົງທຶນ ແລ້ວເຂົາປ່ຽນກຳມະສິດ ເຂົາຢາກໄດ້ປ້າຍ.”

ທ່ານກ່າວຕື່ມວ່າ ຣົດນຳເຂົ້າທີ່ຍັງບໍ່ມາຂຶ້ນທະບຽນ ສ່ວນຫຼາຍຈະເປັນພວກ ຣົດມືສອງ ທີ່ຊື້ຕໍ່ມາອີກເທື່ອນຶ່ງ, ຣົດທີ່ທະບຽນ ໝົດອາຍຸແລ້ວ ບໍ່ມາຕໍ່ທະບຽນໃໝ່ ແລະຣົດຂົນສົ່ງສິນຄ້າ ທີ່ໃຊ້ໃນໂຮງງານ ສ່ວນຫຼາຍກໍນຳເຂົ້າມາ ຈາກປະເທດໄທ ແລະວຽດນາມ,

ນັບແຕ່ປີ 2018 ນີ້ເປັນຕົ້ນໄປ ຖ້າຫາກເຈົ້າໜ້າທີ່ ກວດພົບ ຣົດທີ່ນຳເຂົ້າ ບໍ່ມີທະບຽນ ຫຼືທະບຽນໝົດອາຍຸ ຮວມທັງບໍ່ມີເອກສານສະແດງ ກັມມະສິດ ໃນການເປັນເຈົ້າຂອງຣົດນັ້ນ ຈະຖືກປັບໃໝ ແລະຈະຍຶດຣົດຄັນ ດັ່ງກ່າວໄວ້.

ການທີ່ປະຊາຊົນນຳຣົດເຂົ້າມາແລ້ວ ບໍ່ຂຶ້ນທະບຽນ ໄດ້ເຮັດໃຫ້ການ ເກັບຣາຍຮັບ ພາສີອາກອນ ພາຍໃນແຂວງສວັນນະເຂດ ບໍ່ໄດ້ຕາມ ເປົ້າໝາຍ. ການກວດກາຣົດນຳເຂົ້າ ເປັນການຈັດຕັ້ງປະຕິບັດ ຕາມຄຳສັ່ງເລຂທີ 142 ຂອງນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ລົງວັນທີ່ 25 ເດືອນ ມົກຣາ ປີ 2017 ວ່າດ້ວຍການແກ້ໄຂ ຣົດນຳເຂົ້າບໍ່ຖືກຕ້ອງ ໃນທົ່ວປະເທດ ໂດຍມອບໃຫ້ກະຊວງການເງິນ ແລະໜ່ວຍງານ ກ່ຽວຂ້ອງ ເປັນຜູ້ດຳເນີນການ ກວດກາ ແກ້ໄຂ ໂດຍການຂຶ້ນທະບຽນ ແລະ ເສັຍພາສີ ໃຫ້ຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.