ຈີນສູບນໍ້າຢູ່ຫ້ວຍຊາວບ້ານ ເດືອດຮ້ອນ

ອຸ່ນແກ້ວ ສຸກສະຫວັນ
2015.10.06
F-River ນໍ້າຫ້ວຍຮ່ອງ ຕາມ ທັມມະຊາດ ທີ່ ຊາວບ້ານ ຕ້ອງໄດ້ອາສັຍ
RFA

ເຈົ້າໜ້າທີ່ ເມືອງ ກາສີ ແຂວງ ວຽງຈັນ ໄດ້ເຮັດ ບົດ ບັນທຶກ ກັບ ບໍຣິສັດຈີນ ທີ່ ມາລົງທຶນ ປູກ ໝາກກ້ຽງ ປະມານ 150 ເຮັກຕາ ຢູ່ ບ້ານ ຊາຍຂາວ ເມືອງ ກາສີ ໃຫ້ ເຂົາເຈົ້າ ຫລຸດຜ່ອນ ການດູດ ນໍ້າ ຈາກ ຫ້ວຍເຮັ້ຽ ໂດຍ ໃຊ້ ທໍ່ ດູດນໍ້າ ທີ່ ນ້ອຍລົງ, ຫລັງຈາກ ພົບວ່າ ບໍຣິສັດ ດັ່ງກ່າວ ໃຊ້ ທໍ່ດູດນໍ້າ ຂນາດ ໃຫຽ່, ສົ່ງຜົນ ເຮັດໃຫ້ ຊາວບ້ານ ຢູ່ໃກ້ຄຽງ ບໍ່ມີນໍ້າ ພຽງພໍ ໃນ ການ ປູກຝັງ ຈົນ ຊາວບ້ານ ມາມີການ ຂຽນ ຄໍາຮ້ອງທຸກ ເຖິງ ເຈົ້າໜ້າທີ່ ຂັ້ນ ເມືອງ. ດັ່ງ ເຈົ້າໜ້າທີ່ ເມືອງ ທ່ານ ນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຄນະ ຮັບຜິດຊອບ ໄກ່ເກັ່ຽ ຂັ້ນເມືອງ ລົງໄປເຮັດ ບົດບັນທຶກ ບົດບັນທຶກ ຫັ້ນວ່າ ໃຫ້ເອົາທໍ່ 5 ເຊັນ ນີ້ ແຫລະ ແຕ່ກ່ອນ ລາວ ເອົາທໍ່ 10 ເຊັນ ໃຊ້ ທໍ່ຫັ້ນແລ້ວ ມັນໝົດ ແລ້ວຂະເຈົ້າ ຮ້ອງມາ ທາງ ເມືອງ ທາງເມືອງ ກະໄດ້ໄປ ເບິ່ງ ໂຕຈິງ ແລ້ວ ອະນຸຍາດ ໃຫ້ ຂະເຈົ້າ ເອົາທໍ່ນ້ອຍ ລົງມາ".

ເຈົ້າໜ້າທີ່ ກ່າວ ອີກວ່າ ຜ່ານມາ ປະຊາຊົນ ໄດ້ ຮັບຄວາມ ເດືອດຮ້ອນ ໄດ້ເກີດ ຂໍ້ຂັດແຍ່ງ ກັບ ບໍຣິສັດ ຢ່າງ ຮຸນແຮງ ເນື່ອງຈາກ ວ່າ ປະຊົນ ຖືກ ຍາດນໍ້າ ຈົນ ບໍ່ສາມາດ ເຮັດນາ ໄດ້ ເປັນ ປົກກະຕິ ແລະ ທາງ ບໍຣິສັດ ກໍບໍ່ຍອມ ເຈຣະຈາ ກັບ ຊາວບ້ານ ຈົນ ເຈົ້າໜ້າທີ່ ເມືອງ ລົງມາ ໄກ່ເກັ່ຽ ຂໍ້ຂັດແຍ່ງ ແລະ ເຈົ້າໜ້າທີ່ ເມືອງ ກໍຈະລົງ ພື້ນທີ່ ຕິດຕາມ ເປັນລະຍະ ເພື່ອ ບໍ່ໃຫ້ ນັກລົງທຶນ ຈີນ ເອົາປຽບ ຊາວບ້ານ.

ແນວທາງ ປ້ອງກັນ ໃນ ປີ ຕໍ່ໄປ ເຈົ້າໜ້າທີ່ ຈະໄດ້ມີ ການປະຊຸມ ກັບ ບໍຣິສັດ ເພື່ອ ຫາ ວິທີການ ເອົານໍ້າ ຈາກ ແຫລ່ງອື່ນ ໂດຍສະເພາະ ການເຈາະ ນໍ້າ ບາດານ ມາໃຊ້ ແທນທີ່ ຈະດູດນໍ້າ ຈາກ ຫ້ວຍເຮັ້ຍ ມາໃຊ້ ຢ່າງດຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.