ໂຮງງານຊິເມັນເອົາດິນນາ ຊາວບ້ານ

ສິດນີ
2017.04.02
f-cement ໂຮງງານຊິເມັນ ຢູ່ແຂວງຄໍາມ່ວນ
RFA/PN

ເຈົ້າຫນ້າທີ່ກອງເລຂາ ເມືອງມະຫາໄຊ ໄດ້ເອີ້ນເອົາຊາວບ້ານໂພວາ ມາປະຊຸມເພື່ອຫາລືກັນ ກ່ຽວກັບເຣື້ອງ ຄ່າຊົດເຊີຍ ຈາກໂຮງງານ ຊິເມັນ ທີ່ໄດ້ຂຸດເອົາດິນນາ ຊາວບ້ານ ຈຳນວນ 60 ລ້ານກີບ, ໄດ້ຈ່າຍໃຫ້ກັບ ເມືອງມະຫາໄຊ ໄປແລ້ວ 20 ລ້ານກີບ ຍັງຄ້າງຢູ່ 40 ລ້ານກີບ ທີ່ຕ້ອງໄດ້ຈ່າຍ ຊຶ່ງທາງໂຮງງານ ໃຫ້ຂໍ້ສເນີ ທາງເລືອກ 2 ຂໍ້ ຄື: ຊາວບ້ານຕ້ອງການ ຢາກໃຫ້ຂຸດນາໃຫ້ໃຫມ່ ຫລື ຮັບເງິນ ສ່ວນທີ່ຍັງຄ້າງຢູ່. ກອງເລຂາເມືອງ ຈະເປັນຜູ້ໄກ່ເກັ່ຽ ໃນບັນຫານີ້ ເພື່ອຣາຍງານ ໃຫ້ຂັ້ນແຂວງ ກ່ອນຈະມອບເງິນ ໃຫ້ຊາວບ້ານ.

ກ່ຽວກັບເຣື້ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ໂທຣະສັບ ໄປສອບຖາມ ເຈົ້າຫນ້າທີ່ ເມືອງມະຫາໄຊ ແລະໄດ້ຄຳຕອບວ່າ:

"ການຊົດເຊີຍດິນນາ ຕາມບົດບັນທືກ ຂອງກອງເລຂາຂັ້ນແຂວງ ຢູ່ໃນຫັ້ນວ່າ ມາຖາມຫາງສຽງ ຂອງປະຊາຊົນເບິ່ງວ່າ ສິເອົາດິນນາບໍ ຫລືສິເອົາເງິນ ດຽວນີ້ຂະເຈົ້າ ແຕ່ງສອບແລ້ວ ວ່າສິເອົາເງິນ ແຕ່ສອບແລ້ວ ກຳລັງເຮັດບົດບັນທຶກ ຢູ່ນີ້ນໍ".

ທ່ານວ່າ ການຫາລືກັບຊາວບ້ານໂພວາ ເທື່ອນີ້ ມີທັງຫມົດ 3 ເຣື້ອງຄື; ການຊົດເຊີຍດິນນາ ທີ່ຍັງຄ້າງຢູ່ 40 ລ້ານກີບ, ການຂຸດສະນ້ຳ ແລະ ຄ່າຊົດເຊີຍຖຽງນາ ຫລັກຮົ້ວ ຕົ້ນໄມ້ ທີ່ເສັຽຫາຍ ປະມານ 2 ຕື້ ປາຍກີບ ບັນຫາດັ່ງກ່າວ ທັງຫມົດນີ້ ກອງເລຂາ ເມືອງມະຫາໄຊ ຈະນຳສເນີຕໍ່ ກອງເລຂາແຂວງ ເພື່ອຮຽກຮ້ອງ ໃຫ້ໂຮງງານ ຊິເມັນ ຈ່າຍໃຫ້ຊາວບ້ານ ຕາມທີ່ ຕົກລົງກັນໃວ້.

ທ່ານກ່າວຕື່ມວ່າ ຕາມບົດບັນທືກ ໂຮງງານຊິເມັນ ຍັງຈະໄດ້ປັບປຸງ ໂຄງຮ່າງພື້ນຖານ ປະເພດຕ່າງໆ ໃຫ້ກັບຊາວບ້ານໂພວາ ນຳອີກ ເປັນຕົ້ນ ຖນົນຫົນທາງ ໂຮງງານ ແລະສະນ້ຳ ຫລັງຈາກສິ້ນສຸດ ບັນຫາ ຄ່າຊົດເຊີຍທີ່ດິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.