ຂ່າວຄືບໜ້າທີ່ດິນ ມ.ພວນ

ມະນີຈັນ
2016.08.10
F-Land-grab ພັດຕາຄານ ຂອງ ນາງບົວພາ ພົມມະຈິດ ທີ່ທາງການ ແຂວງຊຽງຂວາງ ນໍາເອົາຣົດຈົກ ໄປທຸບມ້າງ ໃນ ເດືອນພຶສພາ ປີ 2015
Citizen Journalist

ຂໍ້ຂັດແຍ່ງທີ່ດິນ ທີ່ ເຈົ້າໜ້າທີ່ ຕໍາຣວດ ແຂວງ ຊຽງຂວາງ ເອົາຣົດດຸດໄປ ທຸບມ້າງ ພັດຕາຄານ ເມືອງພວນ ຕັ້ງຢູ່ບ້ານ ໂພນສະຫວັນ ເມືອງ ແປກ ແຂວງ ຊຽງຂວາງ ໃນ ເດືອນ ພຶສພາ 2015, ຊຶ່ງເປັນ ຂໍ້ຂັດແຍ່ງ ຣະຫວ່າງ ນາງ ບົວພາ ພົມມະຈິດ ຜູ້ ສຳປະທານ ພັດຕາຄານ ເມືອງພວນ ກັບ ເຈົ້າໜ້າທີ່ ແຂວງ ທີ່ຈະເອົາດິນ ຕອນ ດັ່ງກ່າວ ໄປປຸກຕຶກ ທະນາຄານ ກາງ ສາຂາແຂວງ ພາກເໜືອ.

ຄວາມຄືບໜ້າ ຫລ້າສຸດ ແມ່ນຫ້ອງການ ອັຍການ ສູງສຸດ ແຂວງຊຽງຂວາງ ໄດ້ອອກໜັງສື ແຈ້ງການ ວ່າເຫັນດີ ໃຫ້ ນາງບົວພາ ສຳປະທານ ຄືເກົ່າ ໃນເວລາ ອັນເໝາະສົມ ສ່ວນວ່າ ທີ່ດິນ ຈະປຸກສ້າງ ຕຶກ-ອາຄານ ຂອງ ທະນາຄານກາງ ນັ້ນ ແມ່ນໃຫ້ໄປ ຊອກທີ່ດິນ ຢູ່ບ່ອນໃໝ່ ແທນ. ອີງຕາມການ ບອກເລົ່າ ຂອງ ຍາດພີ່ນ້ອງ ທີ່ໃກ້ຊິດ ນາງ ບົວພາ.

ຍາດພີ່ນ້ອງ ຂອງ ນາງບົວພາ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 9 ສິງຫາ ວ່າຫົວໜ້າ ຫ້ອງການ ອັຍການສູງສຸດ ຂອງແຂວງ ໄດ້ເຮັດ ໜັງສື ຫາສະພາ ແຫ່ງຊາດ ໃນເດືອນ ກໍຣະກະດາ ທີ່ ຜ່ານມາ ແລະ ຫລັງຈາກນັ້ນ ສະພາແຫ່ງຊາດ ກໍໄດ້ ເຮັດໜັງສື ແຈ້ງການ ໄປຫາ ຫ້ອງການ ສຳນັກງານ ນາຍົກ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ.

ເພື່ອຂໍຄວາມກະຈ່າງແຈ້ງ ເພີ້ມເຕີມ, ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ທ່ານ ສູນທອນ ທັນມີໄຊ ຫົວໜ້າ ຜແນກ ຍຸຕິທັມ ແຂວງຊຽງຂວາງ ຊຶ່ງເປັນນຶ່ງ ໃນຄນະ ກັມມະການ ແກ້ໄຂ ຂໍ້ຂັດແຍ່ງ ບັນຫາ ດັ່ງກ່າວ ໃນ ວັນທີ 9 ສິງຫາ ທີ່ຜ່ານມາ ແຕ່ກໍໄດ້ ຄຳຕອບວ່າ ປັດຈຸບັນ ແມ່ນ ໝົດໜ້າທີ່ ຂອງ ຜແນກ ຍຸຕິທັມ ແລ້ວເພາະວ່າ ຂັ້ນຕອນ ຢູ່ທີ່ຫ້ອງການ ອັຍການແຂວງ ແລະ ສະພາ ແຫ່ງຊາດ ເປັນ ຜູ້ດຳເນີນ.

ປັດຈຸບັນ ທີ່ດິນ ພັດຕາຄານ ເມືອງພວນ ໃນເນື້ອທີ່ 6,000 ແມັດກາເຣ ແມ່ນ ຍັງບໍ່ທັນໄດ້ ມີການ ປຸກສ້າງຫຍັງ ໃນດິນຕອນ ດັ່ງກ່າວ ຍັງຄົງມີ ການລ້ອມຮົ້ວ ໄວ້ ເທົ່ານັ້ນ. ທີ່ດິນຕອນ ດັ່ງກ່າວ ນາງ ບົວພາ ພົມມະຈິດ ໄດ້ ສໍາປະທານ ນັບແຕ່ ປີ 2005 ແລະ ໝົດອາຍຸ ສຳປະທານ ໃນປີ 2012, ແຕ່ ໃນສັນຍາ ສໍາປະທານ ນັ້ນຣະບຸ ໄວ້ວ່າ ຫລັງຈາກ ປີ 2012 ຜູ້ ສໍາປະທານ ສາມາດ ຕໍ່ອາຍຸ ສໍາປະທານ ໄປອີກ 2 ຄັ້ງ, ຄັ້ງລະ 15 ປີ ຊຶ່ງ ໃນເວລານັ້ນ ແມ່ນ ເຈົ້າແຂວງ ຊຽງຂວາງ ຄົນເກົ່າ ເປັນຜູ້ເຊັນ ໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.