ທ.ເຈີ່ນ ບັກຮາ ຄືນມາລາວ

ສິດນີ
2017.06.18
f-attapeu ແຂວງອັດຕະປື ຍິນດີ ຕ້ອນຮັບ
RFA

ຫລັງຈາກມີຂ່າວວ່າ ຜູ້ອຳນວຍການ ທະນາຄານ ເພື່ອ ການພັທນາ ແລະ ການລົງທຶນ ຂອງວຽດນາມ ຫລື BIDV ທ່ານ ເຈີ່ນ ບັກຮາ ຈະມາລົງທຶນ ຢູ່ໃນແຂວງ ອັດຕະປີ, ປະຊາຊົນ ລາວ ກໍບໍ່ພໍໃຈ ໃນເລື້ອງນີ້, ຍ້ອນວ່າ ໃນປີ 2015 ປະທານ ທະນາຄານ ຜູ້ດຽວກັນນີ້ ເຄີຍສັ່ງໃຫ້ ຄົນວຽດນາມ ກຸ່ມນຶ່ງ ເຂົ້າມາເອົາ ພະພຸທຮູບ ເກົ່າແກ່ ຢູ່ວັດອົງຕື້ ມະຫາວິຫານ ຈົນເກີດກະແສ ຕໍ່ຕ້ານຂອງຄົນລາວ ແລະ ການເຂົ້າມາ ຂໍລົງທຶນໃນຄັ້ງນີ້ວ່າ ອາດມີສີ່ງແອບແຝງ. ດັ່ງຊາວລາວ ຄົນນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 18 ມິຖຸນາ ວ່າ:

"ຖ້າວ່າ ຣັຖບານຍັງໃຫ້ນັກລົງທຶນ ຄົນນີ້ ມາລົງທຶນ ຢູ່ໃນປະເທດເຮົານີ້ ຖ້າວ່າ ຣັຖບານ ບໍ່ເຫັນຫົວ ປະຊາຊົນ ເນາະ ກະເຄີຍເຫັນ ຢູ່ວ່າ ມັນເຄີຍມາເອົາ ພະ ໃນປະເທດເຮົາ ໄປຫັ້ນແຫລະ ແຕ່ຢາກໃຫ້ ຣັຖບານ ເຮັດທົບທວນ ເບິ່ງໃຫ້ດີ".

ປະຊາຊົນຕ້ອງການ ໃຫ້ຣັຖບານ ພິຈາຣະນາ ກ່ຽວກັບ ການລົງທຶນ ຂອງຜູ້ກ່ຽວ, ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:

"ຈັ່ງໃດກໍຢາກໃຫ້ ຣັຖບານລາວ ຄິດທົບທວນຄືນໃໝ່ ຢ່າປ່ອຍໃຫ້ມັນ ເປັນຊ່ອງຫວ່າງ ຂອງໂອກາດ ພວກທີ່ບໍ່ຫວັງດີ ເຂົ້າມາເອົາ ຊັພຍາກອນ ຂອງຊາດ".

ນອກຈາກນີ້, ກໍຍັງມີ ປະຊາຊົນລາວ ອີກທ່ານ ເວົ້າວ່າ:

"ລາວບໍ່ເຫັນດີໃຫ້ ຣັຖບານລາວ ຮັບເອົາການລົງທຶນ ຈາກນາຍທຶນວຽດນາມ ຄົນນີ້ ເພາະຜູ້ກ່ຽວ ຈະມີແຜນການ ອັນໃດອັນນຶ່ງ ແລະ ຮຽກຮ້ອງ ໃຫ້ຣັຖບານ ບໍ່ໃຫ້ເຫັນແກ່ເງິນ ລົງທຶນ ພຽງຢ່າງດຽວ ແຕ່ຕ້ອງຫວງແໜນ ຊັພຍາກອນ ທຳມະຊາດ ເອົາໄວ້".

ຫລັງຈາກ ທ່ານ ເຈີ່ນ ບັກຮາ ໄດ້ປະຊຸມຫາລືກັບ ທ່ານ ນາມ ວິຍາເກດ ເຈົ້າແຂວງ ອັດຕະປື ພ້ອມດ້ວຍ ເຈົ້າໜ້າທີ່ ກ່ຽວຂ້ອງ ໃນວັນທີ 16 ມິຖຸນາ ແລ້ວ, ໂຄງການ ທີ່ຈະມີ ການລົງທຶນ ຂອງທະນາຄານ BIDV ຂອງວຽດນາມ ຢູ່ແຂວງອັດຕະປື ຈະປະກອບດ້ວຍ ການຕັ້ງ ໂຮງງານ ປຸ໋ຍ ຊີວະພາບ, ໂຮງງານໄຟຟ້າ ແສງຕາເວັນຂນາດ 10 ເມກາ ວັດ, ການປູກໄມ້ ຕົ້ນໄມ້ ໃຫ້ຫມາກ ແລະ ການລ້ຽງງົວພັນ ໃນມູນຄ່າ ການລົງທືນ ປະມານ 80 ລ້ານ ໂດລາ.

ປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນ ການຂໍອະນຸຍາດ ຕາມລະບຽບ ກົດໝາຍ ແລະ ທັງສອງຝ່າຍ ໄດ້ຕົກລົງ ຈະສ້າງຕັ້ງ ຄນະກຳມະການ ປະສານງານ ເພື່ອສຳຣວດ ເນື້ອທີ່ິດິນ ປະມານ 3,500 ເຮັກຕາ ຢູ່ເມືອງ ສະໜາມໄຊ ແລະ ເມືອງຊານໄຊ.

ຄາດວ່າໂຄງການດັ່ງກ່າວ ຈະເລີມລົງມື ປະຕິບັດໃນປີ 2018 ແລະຈະສາມາດ ສ້າງວຽກເຮັດ ງານທຳ ໃຫ້ແກ່ ກຳມະກອນ ປະມານ 8 ພັນຄົນ ຊຶ່ງໂຄງການນີ້ ຈະເປັນອີກ ທ່າແຮງນຶ່ງ ໃນການສ້າງລາຍຮັບ ແລະການແກ້ໄຂ ຄວາມທຸກຍາກ ໃນແຂວງອັດຕະປື.

ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ ແຂວງ ອັດຕະປື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.