ນັກຮົບເກົ່າກາຍເປັນ ຂໍທານ

ຈໍາປາທອງ
2018.01.11
f-veteran ທ້າວບຸນຈັນ ຈູມມະລີ ອາຍຸ 72 ປີ, ຢູ່ບ້ານຕະປາກ, ເມືອງສນາມໄຊ, ແຂວງອັດຕະປື ຊື່ງເປັນນັກຮົບເກົ່າ ຂອງ ແຂວງອັດຕະປື ທີ່ເຄີຍຜ່ານເສິກສົງຄາມ ໃນສະໄໝກ່ອນ.
Screen captured from Attapeu online

ເມື່ອບໍ່ດົນມານີ້ ເຟສບຸກ Attapeu Online ໄດ້ເຜີຍແຜ່ ວິດີໂອ ກ່ຽວກັບ ທ້າວບຸນຈັນ ຈູມມະລີ ອາຍຸ 72 ປີ, ຢູ່ບ້ານຕະປາກ, ເມືອງ ສນາມໄຊ, ແຂວງອັດຕະປື ຊື່ງເປັນນັກຮົບເກົ່າ ຂອງແຂວງອັດຕະປື ທີ່ເຄີຍຜ່ານເສິກສົງຄາມໃນສະໄໝກ່ອນ. ປັດຈຸບັນຜູ້ກ່ຽວ ເປັນຄົນ ທຸກຍາກ ຈົນກາຍເປັນຄົນຂໍທານ, ບໍ່ໄດ້ຮັບການເບິ່ງແຍງ ຈາກພາກສ່ວນກ່ຽວຂ້ອງ ຂອງທາງການ ສປປລາວ, ຕ້ອງໄດ້ຂໍອາສັຍ ຢູ່ໃນວັດ.

ໃນວິດີໂອດັ່ງກ່າວ ທ້າວ ບຸນຈັນ ໄດ້ເວົ້າກັບພຣະສົງ ທີ່ພົບເຫັນວ່າ ຕົນເອງເຄີຍຮັບໃຊ້ກອງທັບ ປະຊາຊົນປະຕິວັດລາວ, ເຄີຍເຂົ້າຮ່ວມ ສູ້ຮົບ ຈົນຖືກຣະເບີດ ເສັຽອົງຄະ ແລະບໍ່ເຄີຍໄດ້ຮັບການຊ່ວຍເຫຼືອ ຈາກຣັຖເລີຍ. ດັ່ງນັ້ນຈຶ່ງຕ້ອງໄດ້ອອກມາເລ່ລ້ອນ ຂໍທານຕາມບ່ອນ ຕ່າງໆ ເພື່ອຫາລ້ຽງຊີວິດ.

ທ້າວ ບຸນຈັນ ມີໜັງສືຢັ້ງຢືນ ທີ່ອຳນາດການປົກຄອງ ເມືອງສນາມໄຊ ອອກໃຫ້ວ່າ ລາວຢາກໄປປິ່ນປົວອາການ ເຈັບປ່ວຍ ຢູ່ນຳບ້ານ ຍາດພີ່ນ້ອງ ທີ່ບ້ານຫຼັກສາມສິບ ເມືອງປະທຸມພອນ ແຂວງຈຳປາສັກ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງນີ້ ທາງວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ສະຫະພັນນັກຮົບເກົ່າ ແຂວງອັດຕະປື ເຈົ້າໜ້າທີ່ກ່ຽວຂ້ອງ ເວົ້າວ່າ ຜູ້ກ່ຽວເຄີຍເປັນສະມາຊິກ ສະຫະພັນ, ແຕ່ຍ້ອນຜູ້ກ່ຽວ ມັກໄປເປັນຄົນຂໍທານ ຢູ່ແຂວງຈຳປາສັກ ຊຶ່ງເປັນ ການກະທໍາ ທີ່ຜິດຕໍ່ກົດ ຣະບຽບ ຂອງສະຫະພັນ ນັກຮົບເກົ່າ ຈຶ່ງໄດ້ຖືກອອກ. ຜູ້ກ່ຽວບໍ່ໄດ້ສົ່ງບັດປະຈຳຕົວຄືນໃຫ້ສະຫະພັນນັກຮົບເກົ່າ. ປັດຈຸບັນ ຜູ້ກ່ຽວໄດ້ໄປຢູ່ ແຂວງຈຳປາສັກ ດັ່ງທີ່ທ່ານກ່າວ ໃນມື້ວັນທີ 11 ມົກຣາ ນີ້ວ່າ:

"ຄົນໂຕນີ້ນີ່ລະແມ່ນຄົນຈໍາປາສັກ ແຕ່ວ່າເອົາລູກເອົາເມັຍຕັ້ງຖິ່ນຖານລໍາເນົາ ຢູ່ອັດຕະປື ແຕ່ກີ້ເປັນສະມາຊິກ ນັກຣົບເກົ່າ ເມືອງສນາມໄຊ ເຂົາໄລ່ອອກຈາກສະມາຊິກ ຫັ້ນນະ ແຕ່ວ່າບັດມັນບໍ່ຍອມໃຫ້ ໄປເຄື່ອນໄຫວວ່າເປັນ ສະມາຊິກ ນັກຣົບເກົ່າ ດຽວນີ້ ພວກເຮົາໄດ້ແຕ່ງຄົນ ໄປເອົາແລ້ວ ກະສິມອບໃຫ້ ອໍານາດການປົກຄອງ ເພີ່ນຖອນບັດ ສະມາຊິກ ອອກບາດນີ້ ກະສິສືບສວນ ເກັບກໍາຂໍ້າມູນ ການເຄື່ອນໄຫວ ຂອງເພີ່ນຫັ້ນແຫລະຕື່ມ."

ທ່ານ ກ່າວອີກວ່າ ຫຼັງຈາກຖອນຜູ້ກ່ຽວ ອອກຈາກການເປັນສະມາຊິກ ສະຫະພັນນັກຮົບເກົ່າ ແລ້ວ ກໍຈະມອບໃຫ້ ອຳນາດການປົກຄອງ ເມືອງສນາມໄຊ ພາໄປສົ່ງໃຫ້ລູກຫຼານ ເບິ່ງແຍງ, ບໍ່ໃຫ້ເປັນຄົນຂໍທານອີກ ແລະທາງສະຫະພັນ ນັກຮົບເກົ່າ ແຂວງອັຕຕະປື ຈະປະສານ ໄປຍັງໜ່ວຍງານເກົ່າ ຂອງຜູ້ກ່ຽວເພື່ອຫາທາງຊ່ວຍເຫຼືອ ບໍ່ໃຫ້ທຸກຍາກ ເປັນຄົນຂໍທານອີກຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.