ໝົດສັນຍາເຊົ່າດິນປິດ ສວນກ້ວຍ

ມະນີຈັນ
2017.06.22
f-banana ສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ແຂວງບໍ່ແກ້ວ
RFA/AS

ເມື່ອບໍ່ດົນມານີ້ ບໍຣິສັດຈີນແຫ່ງນຶ່ງ ທີ່ລົງທືນປູກກ້ວຍ ຢູ່ເມືອງປາກທາ ແຂວງບໍ່ແກ້ວ ໄດ້ເຊົາປູກກ້ວຍ ແລະຂົນເຄື່ອງມື ທຸກຢ່າງກັບເມືອ ປະເທດຈີນ ຫຼັງຈາກໝົດສັນຍາ ເຊົ່າດິນ ປະຊາຊົນ. ແຕ່ຍັງເຫຼືອອີກ 4 ແຫ່ງ ທີ່ຍັງປູກກ້ວຍຢູ່ຕໍ່ໄປ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງ ປາກທາ ໃນວັນທີ 21 ມີຖຸນາ ນີ້:

"ກະໝົດສັນຍາເນາະ ກະຫລຸດໄປ ຈໍານວນນຶ່ງແລ້ວ ຫລຸດໄປປະມານ ເນື້ອທີ່ 50 ເຮັກຕາ ຄັນສິເວົ້າມັນ ກະມີຢູ່ 4 ຍັງ 200 ປາຍ ກວ່າເຮັກຕາເນາະ ເຊົ່າດິນ ຊາວບ້ານ"

ທ່ານເວົ້າວ່າຄົນຈີນ ທີ່ເຂົ້າມາເຊົ່າດິນ ປະຊາຊົນ ຈະເສັຽຄ່າເຊົ່າ ປີລະປະມານ 5 ພັນບາດ. ສ່ວນຄົນງານ ທີ່ຂະເຈົ້າຈ້າງ ເຮັດວຽກ ໃນ ສວນກ້ວຍ ມີທັງຄົນທ້ອງຖິ່ນ ແລະ ມາຈາກ ຕ່າງແຂວງ. ແຕ່ຄົນງານ ສ່ວນໃຫຍ່ ເຮັດວຽກ ບໍ່ຮອດ 2 ປີ ກໍຍ້າຍໄປຢູ່ ບ່ອນອື່ນ ຫລື ບາງຄົນເຮັດວຽກພຽງ 1 ເດືອນກໍຍ້າຍໜີ.

ທ່ານກ່າວຕື່ມວ່າເຈົ້າຂອງ ສວນກ້ວຍຈີນ ຢູ່ເມືອງປາກທາ ໃຊ້ສານເຄມີ ຄືກັນກັບແຂວງອື່ນໆ ແຕ່ຜົລກະທົບ ຍັງບໍ່ປາກົດ ໃຫ້ເຫັນຈະແຈ້ງ. ແຕ່ຢ່າງໃດ ກໍຕາມ ທາງຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ກໍເຝົ້າຣະວັງ ຢູ່ຕລອດ ຍ້ອນຢ້ານ ສານເຄມີ ໄຫລລົງຫ້ວຍ ຊຶ່ງຈະເຮັດໃຫ້ ເກີດບັນຫາ ຮ້າຍແຮງ ຕາມມາ.

ແຂວງບໍ່ແກ້ວ ເປັນແຂວງນຶ່ງ ທີ່ຄົນຈີນ ເຂົ້າມາເຊົ່າດິນ ປູກກ້ວຍ ສ່ວນຫລາຍຢູ່ ເມືອງຫ້ວຍຊາຍ ຕົ້ນເຜິ້ງ ແລະ ຜາອຸດົມ, ເນື້ອທີ່ປູກກ້ວຍ ທົ່ວແຂວງ ມີ 9 ພັນ ເຮັກຕາ. ສວນກ້ວຍຈີນ ຫລາຍແຫ່ງ ໃນພາກເໜືອ ຍັງເຫລືອ ອາຍຸສັນຍາ ອີກ 2-3 ປີ ກໍຈະໝົດ ດັ່ງນັ້ນ ກໍຍັງຈະມີ ການໃຊ້ ສານເຄມີ ຢູ່ຕໍ່ໄປອີກ ໂດຍເຈົ້າໜ້າທີ່ ບໍ່ສາມາດ ຫ້າມໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.