ລາວຢືມເງິນແກ້ໄຂງົບປະມານ ຂາດດຸນ

ອຸ່ນແກ້ວ ສຸກສວັນ
2014.04.24
f-kip ທະນາບັດ ເງິນກີບ ສປປລາວ
LPDR

 

ຣັຖບານ ລາວ ໄດ້ຢືມເງິນ ຈຳນວນ 191 ລ້ານ ໂດລາ ສະຫະຣັຖ ເພື່ອ ເອົາມາ ຄ້ຳປະກັນ ແຜນການ ໃຊ້ຈ່າຍ ໃນ 6 ເດືອນ ຕົ້ນປີນີ້ ແລະ ເພື່ອເອົາມາ ແກ້ໄຂ ການຂາດດູນ ງົປມານ. ອີງຕາມ ຣາຍ ງານ ຂອງ ໜັງສືພິມ ວຽງຈັນ ທາມສ໌ ຂອງລາວ ໃນວັນທີ 25 ເມສາ ທີ່ ຜ່ານມາ.

ນອກຈາກນີ້ ຍັງຄາດ ການວ່າ ຣັຖບານ ລາວ ຈະຢືມເງິນ ອີກ ປະ ມານ 500 ລ້ານ ໂດລາ ສະຫະຣັຖ ເພື່ອເອົາມາ ແກ້ໄຂ ບັນຫາ ການຂາດດຸນ ງົບປະມານ ເພີ້ມເຕີມ. ປະເທດລາວ ປະສົບ ກັບ ບັນຫາ ທາງດ້ານ ການຂາດດຸນ ງົບປະມານ ແຕ່ປີ 2013 ເປັນຕົ້ນ ມາ ເນື່ອງຈາກ ວ່າ ການເກັບ ຣາຍຮັບ ເຂົ້າ ງົປມານ ບໍ່ໄດ້ຕາມ ເປົ້າໝາຍ, ແລະ ຣັຖບານ ກໍໃຊ້ຈ່າຍ ເງິນເຂົ້າ ໃນການ ກໍ່ສ້າງ ພື້ນຖານ ໂຄງຮ່າງ ເກີນຄວາມ ຈຳເປັນ, ແລະ ຍັງມີບັນຫາ ການ ສໍ້ຣາສ ບັງຫລວງ.

ສະນັ້ນ ມັນຈຶ່ງ ເປັນຜົນ ເຮັດໃຫ້ ການເບີກ ຈ່າຍ ເງິນເດືອນ ໃຫ້ ພະນັກງານ ຣັຖກອນ ຊັກຊ້າ ໂດຍ ສະເພາະ ພະນັກງານ ສັງກັດ ຣັຖ ຢູ່ຕ່າງ ແຂວງ ບໍ່ໄດ້ຮັບ ເງິນເດືອນ ຕັ້ງແຕ່ ເດືອນມີນາ ເປັນ ຕົ້ນມາ. ນັກ ເສຖສາດ ກ່າວວ່າ ຣັຖບານ ລາວ ບໍ່ ສາມາດ ເກັບຣາຍຮັບ ໄດ້ຕາມ ເປົ້າໝາຍ ຍິ່ງຈະເຮັດ ໃຫ້ຣັຖບານ ປະສົບກັບຄວາມ ຫຍຸ້ງຍາກ ໃນການ ຄຸ້ມຄອງ ເສຖກິດ ມະຫາພາກ ຊຶ່ງຖືວ່າ ເປັນສິ່ງ ທ້າ ທາຍ ອັນໃຫຍ່ ສຳລັບ ຣັຖບານ ລາວ ບວກກັບ ອັດຕຣາ ເງິນເຟີ້ ເພີ້ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.