ຂ.ຈຳປາສັກ ຈະປະມູນໄມ້ ຍຶດໄດ້

ສິດນີ
2017.06.05
f-logs ຣົດຂົນໄມ້ທ່ອນ ຜ່ານບ້ານນ້ຳຄຽນ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 20/5/2017
Screen captured from Citizen Journalist video

ເຈົ້າຫນ້າທີ່ ແຂວງຈຳປາສັກ ກຳລັງຕຽມ ການປະມູນໄມ້ທ່ອນ ທີ່ຍຶດໄດ້ ຈຳນວນ 32 ພັນຕັບ ຫລື ປະມານ 831 ແມັດກ້ອນ ໃນນັ້ນມີ ໄມ້ດູ່ 230 ແມັດກ້ອນ ຊຶ່ງໄມ້ທີ່ຍຶດໄດ້ ດັ່ງກ່າວນີ້ ໄດ້ສະສົມໄວ້ ທີ່ສນາມສອງ ແລະ ສນາມສາມ ທີ່ເມືອງບາຈຽງ ຈະເຣີນສຸກ ແລະ ເມືອງໂຂງ.

ໄມ້ຊຸດນີ້ ຖືກຍຶດໄດ້ຈາກກຸ່ມຄ້າໄມ້ທ່ອນ ທີ່ຜິດກົດຫມາຍ ແຕ່ເດືອນເມສາ ປີ 2016 ຕາມດຳຣັດ ນາຍົກຣັຖມົນຕຣີ ເລກທີ 15/ນຍ. ດັ່ງ ເຈົ້າຫນ້າທີ່ ອຸດສາຫະກັມ ແລະການຄ້າ ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ:

"ແມ່ນໆທາງແຂວງເຮົາ ຈະເປີດປະມູນໄມ້ ວັນທີ 20 ເປີດປະມູນ ເຮົາຈະເລີ້ມຂາຍຊອງ ຕັ້ງແຕ່ມື້ນີ້ໄປຫາວັນ 19 ປິດ ແລ້ວກໍວັນທີ 20 ຫັ້ນ ກໍເຊີນທາງກົມນຳ ເຂົ້າມາເປີດຊອງນຳ ໄມ້ທັງຫມົດ 831 ແມັດກ້ອນ ໃນນັ້ນມີໄມ້ດູ່ 230 ແມັດກ້ອນ ໄມ້ຍຶດໄດ້".

ທ່ານວ່າ ໄມ້ທ່ອນທີ່ຈະນຳມາປະມູນນັ້ນ ເປັນໄມ້ທີ່ຍຶດໄດ້ ຈາກປ່າສງວນແຫ່ງຊາດ ດົງຫົວສາວ, ປ່າສງວນແຫ່ງຊາດ ພູຊຽງທອງ ແລະ ປ່າ ທົ່ວໄປໃນແຂວງຈຳປາສັກ ທີ່ປະຊາຊົນທ້ອງຖິ່ນ ແລະນັກລົງທຶນຕ່າງຊາດ ລັກເຂົ້າໄປຕັດ. ໄມ້ສ່ວນໃຫຍ່ເປັນໄມ້ ຫວງຫ້າມ ແລະໄມ້ ເສຖກິດ ດັ່ງໄມ້ປະດົງ ໄມ້ຈຳປາ ແລະໄມ້ດູ່.

ທ່ານກ່າວຕື່ມວ່າ ຢາກໃຫ້ຜູ້ປະກອບການ ຫລືໂຮງງານປຸງແຕ່ງໄມ້ ໃນແຂວງ ມາລົງທະບຽນ ຍື່ນຊອງປະມູນ ຣະຫວ່າງ ວັນທີ 1 ຫາວັນທີ 19 ມິຖຸນາ ຍ້ອນວ່າ ການເປີດຊອງປະມູນ ນັ້ນຈະມີຂຶ້ນ ໃນມື້ວັນທີ 20 ມິຖຸນາ ເນື່ອງຈາກວ່າ ການປະມູນ ມີຂອບເຂດຈຳກັດ. ທ່ານວ່າ ຖ້າຈະປະໄມ້ໄວ້ ໃນຣະຍະນີ້ ເປັນຍາມຝົນ ນ້ຳຈະຖ້ວມ ຈະເຮັດໃຫ້ໄມ້ເສັຽຫາຍ ແລະກໍຈະບໍ່ສາມາດ ປະມູນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.