ທ.ລັດຕະນະມະນີ ອະທິບາຍ ຄ່າ ຊົດເຊີຍ

ອຸ່ນແກ້ວ ສຸກສະຫວັນ
2017.12.28
f-lattanamy ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະ ທັງເປັນຫົວໜ້າ ຄນະຄຸ້ມຄອງ ໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ
Public Domain

ເຈົ້າໜ້າທີ່ ໂຄງການ ທາງຣົດໄຟ ລາວ-ຈີນ ກຳລັງຕຽມ ສລຸບອັດຕຣາ ຄ່າຊົດເຊີຍ ໃຫ້ແກ່ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ໃນຂະນະທີ່ ປະຊາຊົນກໍຢາກໃຫ້ ທາງການຈ່າຍຄ່າຊົດເຊີຍ ໃຫ້ໄວ. ອຸ່ນ​ແກ້ວ ມີ ​ບົດ​ສຳ​ພາດ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີກະຊວງ ໂຍທາທິການ ແລະຂົນສົ່ງ ແລະ ທັງເປັນຫົວໜ້າຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ໃນວັນທີ 22 ທັນວາ ວ່າ:

ອຸ່ນແກ້ວ: ມາຮອດປັດຈຸບັນນີ້ ເປັນຈັ່ງໃດລະ ເວົ້າເລື້ອງຄ່າຊົດເຊີຍໃຫ້ແກ່ປະຊາຊົນ ສະຫລຸບອອກມາລະຫວະ?
ລັດຕະນະມະນີ: ຄ່າຊົດເຊີຍໄດ້ມີຄວາມຄືບໜ້າ ອອກມາຢູ່ສອງອັນ ອັນນຶ່ງລະແມ່ນ ທາງແຕ່ລະແຂວງ ໄດ້ກວດກາຄືນ ອັນສອງມາລະ ແມ່ນໄດ້ມີການຕົກລົງແລ້ວວ່າ ຂັ້ນຕອນເພິ່ນເຮັດມານີ້ ແມ່ນຖືກຕ້ອງ ແລະມອບໃຫ້ສະພາ ທ້ອງຖິ່ນຮັບຮອງເອົາ ຈັດຕັ້ງປະຕິບັດເນາະ ຖືວ່າເຮັດມານີ້ ແມ່ນໃຫ້ສະພາທ້ອງຖິ່ນ ຮັບຮ້ອງເອົາ ຈັດຕັ້ງປະຕິບັດໂລດ.
ອຸ່ນແກ້ວ: ຮັບຮອງລະບໍ ທ່ານ?
ລັດຕະນະມະນີ: ດຽວນີ້ ຮັບຮອງແລ້ວສອງແຂວງແລ້ວ
ອຸ່ນແກ້ວ: ມີແຂວງໃດແດ່
ລັດຕະນະມະນີ: ມີແຂວງຫລວງນ້ຳທາ ແລະ ແຂວງວຽງຈັນ.
ອຸ່ນແກ້ວ: ເລີ້ມປະຕິບັດໄປເລີຍລະເນາະ?
ລັດຕະນະມະນີ: ເຈົ້າ, ສາມແຂວງກຳລັງຊິ ປະຕິບັດແລ້ວ ເພາະວ່າຫລັງຈາກຮັບຮອງແລ້ວ ກະຊິໄດ້ສັງລວມ ລະກະປຶກສາຫາລືຂັ້ນຕອນ ກັບບໍຣິສັດທາງລົດໄຟລາວ-ຈີນນີ້ ແລະດຳເນີນການ ຈັດຕັ້ງປະຕິບັດນີ້ແຫລະ ມີລະດຳເນີນການຈັດຕັ້ງ ປະຕິບັດລະ ມັນກະຊິມີຂັ້ນຕອນ ຈັດຕັ້ງປະຕິບັດ. ຫຼັງຈາກເຫັນດີລະມັນກະມີຂັ້ນຕອນ ປະຕິບັດລະມີຂໍ້ຕົກລົງ ຂອງເພິ່ນມາລະ ມີຂັ້ນຕອນປະຕິບັດ ຖືວ່າມີຄວາມຄືບໜ້າລະ ລາຄາມັນກະມີລະ ຖືວ່າ ກະຊິກຳນົດການ ຈັດຕັ້ງປະຕິບັດເນາະ. ໝາຍຄວາມວ່າ ສາມແຂວງນີ້ ສືບຕໍ່ ແຂວງຮັບຮອງລະກະດຳເນີນ ຂັ້ນຕອນປະຕິບັດລະ ປະຕິບັດຄ່າຊົດເຊີຍ.
ອຸ່ນແກ້ວ: ໝາຍຄວາມວ່າ ບໍ່ມີການປ່ຽນແປງລະເນ າະ?
ລັດຕະນະມະນີ: ຈະບໍ່ມີການປ່ຽນແປງລະ ຮັບຮອງລະກະປະຕິບັດ..ຮັບຮອງເອົາລະກະປະຕິບັດລະ ຕາມກົດໝາຍຕາມນິຕິກຳ.
ອຸ່ນແກ້ວ: ມັນມີລາຄາບໍ່ ທ່ານ ລາຍລະອຽດ ຂອງລາຄາຫັ້ນນະ?
ລັດຕະນະມະນີ: ໂອ້ ອັນນີ້ມັນຕ້ອງໄດ້ເບິ່ງ ເອກະສົມກະສານ ໃຫ້ທາງອັນນັ້ນສົ່ງມາເປັນທາງການພຸ້ນແຫລະຮັບຮອງ ເພິ່ນຕ້ອງສົ່ງມາ ເປັນທາງການ ເພິ່ນສັງລວມເດະ ໃນເວລາເພິ່ນບໍ່ໄດ້ສົ່ງມາ ເພິ່ນມອບໝາຍໃຫ້ກະຊວງໂຍທາ ກັບກະຊວງການເງິນ ເປັນຜູ້ດຳເນີນການ ຈັດຕັ້ງປະຕິບັດເນາະ ເປັນຜູ້ຈັດຕັ້ງ ປະຕິບັດຕາມ ລາຄາທີ່ແຂວງຮັບຮອງ. ສະນັ້ນກະດຽວນີ້ ແຈ້ງການເຮົາກະອອກ, ດັ່ງນັ້ນທັງສອງ ກະຊວງ ປະສານສົມທົບກັນ ມັນຕ້ອງໄດ້ລໍຖ້າ ໃນນາມຜູ້ຄຸ້ມຄອງໂຄງການ.
ອຸ່ນແກ້ວ: ຊິເລີ້ມປະກາດອອກຢ່າງເປັນທາງການເມື່ອໃດນິ?
ລັດຕະນະມະນີ: ກະປີນີ້ ນິແຫລະ ເຮັດໄວໆໂລດ ເພິ່ນແຈ້ງການອອກມາລະເດ້ ມັນບໍ່ແມ່ນໜ້າທີ່ ຂອງຂ້າພະເຈົ້ານີ້ ຈະເປັນຜູ້ປະກາດ ມັນແມ່ນໜ້າທີ່ ກະຊວງໂຍທາ ທີ່ວ່າສົມທົບກັບ ກະຊວງການເງິນ ເພິ່ນຊິປະກາດຍາມໃດ ເພິ່ນປະກາດລະ ຈຶ່ງຈະແຈ້ງໃຫ້ຊາບ ສະນັ້ນ ຄັນເຮົາໄປປະກາດກ່ອນເພິ່ນ ມັນກະບໍ່ຖືກຂັ້ນຕອນ.
ອຸ່ນແກ້ວ: ບາດນີ້ ເພິ່ນຊິປະກາດ ກະວ່າ ດົນປານໃດນີ້ ເພິ່ນຊິປະກາດເລີຍນິ?
ລັດຕະນະມະນີ: ເພາະວ່າ ແຈ້ງການອອກມາວັນທີ 20 [ທັນວາ] ລະເດີ ຫວ່າງສາມມື້ກ່ອນນີ້ເດ້ ເພິ່ນກະຊິດໍາເນີນການແຫລະ.
ອຸ່ນແກ້ວ: ມີເອກະສານບໍ່ ໂຕນີ້ ມັນຫາໄດ້ຕາມສື່ບໍ່?
ລັດຕະນະມະນີ: ເອກກະສານເຮົາກະມອບບໍ່ໄດ້ເດ້ ບໍ່ແມ່ນເອກກະສານພວກເຮົາເດ້?
ອຸ່ນແກ້ວ: ແຈ້ງການຫົວຂໍ້ມັນວ່າແນວໃດນິ?
ລັດຕະນະມະນີ: ແຈ້ງການກ່ຽວກັບການປະເມີນລາຄາຫົວໜ່ວຍ ຄ່າຊົດເຊີຍຫັ້ນເດ້ ສິ່ງທີ່ທ່ານຖາມຢາກຮູ້ຫັ້ນເດ້ ວ່າ ຮັບຮອງເອົາລະບໍ ຊິໃຫ້ເຮັດຈັ່ງໃດຫັ້ນເດ້ ໃນເມື່ອແຈ້ງການແລ້ວ ທາງກະຊວງໂຍທາ ກັບ ກະຊວງການເງິນ ກະຊິປະຕິບັດໜ້າທີ່ ຕາມແຈ້ງການໂຕນີ້. ພາຍຫລັງຈາກກະຊວງ ແຈ້ງການອອກມາແລ້ວ ການດຳເນີນການແນວໃດ ແນວໃດ ເພິ່ນກະຊິດຳເນີນການ ຕາມຂັ້ນຕອນແນວໃດ ຈະປະກາດໃຫ້ຮູ້ວ່າແນວໃດ ເພິ່ນກະຊິເວົ້າກັນ ໄທເຮົາຊິໄປບອກກ່ອນ ກະຊິບໍ່ໄດ້ແຫລະ ບໍ່ແມ່ນຄວາມຮັບຜິດຊອບ ຂອງພວກເຮົາ ໃນການປະກາດເດ້.
ອຸ່ນແກ້ວ: ມີແຕ່ກະຊວງການເງິນ ກັບ ກະຊວງໂຍທາເນາະ ເປັນເຈົ້າການໃນການປະກາດແຈ້ງການ.
ລັດຕະນະມະນີ: ເຈົ້າ ແມ່ນລະ ເພິ່ນກະຊິດຳເນີນໄວໆ ນີ້ ເພາະວ່າ ວຽກມັນດ່ວນເດ້ ເພິ່ນກະແຫ່ງຢາກໃຫ້ແລ້ວໄວ.
ອຸ່ນແກ້ວ: ເພິ່ນຊິປະກາດພາຍໃນເດືອນ 12 ນີ້ຫວະ?
ລັດຕະນະມະນີ: ອ້າວ ຍັງວ່າ ບໍ່ແມ່ນໜ້າທີ່ຂອງຂ້າພະເຈົ້າຊິປະກາດ.
ອຸ່ນແກ້ວ: ບາດນີ້ ຈຳນວນຄອບຄົວ ທີ່ຈະໄດ້ເວນຄືນທີ່ດິນເດ້ ໂຕເລກ ມັນຢູ່ທີ່ທໍ່ໃດ?
ລັດຕະນະມະນີ: ມັນກະມີໂຕເລກສັງລວມລະເດ້ ກະຍັງມີການປ່ຽນແປງຢູ່ ເວລານັ້ນ ເຂົາຊິປະກາດລວມໝົດບາດດຽວ ໂຕເລກ ມັນສຳຄັນ ມັນໂຕເລກມັນຫລາຍ ມັນສັບສົນ ຄັນເວົ້າອອກໄປ ມັນບໍ່ຖືກ ກ່ຽວກັບໂຕເລກ ມັນເປັນເລື້ອງຫລໍ່ແຫລມ ຄັນເວົ້າອອກໄປຜິດມັນກະບໍ່ດີ. ຂໍໆ ເອົາເວລານັ້ນຊາໄປປະກາດ ຄັນມີຫຍັງລະຈັ່ງຊິເວົ້າເປັນທາງການ ເພາະວ່າ ແຕ່ລະແຂວງເພິ່ນຊິ ຢັ້ງຢືນມາອີກເທື່ອນຶ່ງເດ້.
ອຸ່ນແກ້ວ: ແຕ່ວ່າໂຕທີ່ຈະເປັນເວນຄືນຂະເຈົ້ານີ້ ກະກຽມລະເນາະ?
ລັດຕະນະມະນີ: ແມ່ນແຫລະກຽມລະ ກຽມລະ ມັນກຽມອອກ ລະກະເວນຄືນ ມີລາຍເຊັນຊອງໃຜຂອງໃຜ ມີໝົດລະ ກຽມໝົດລະ.
ອຸ່ນແກ້ວ: ປະຊາຊົນ ພໍໃຈຢູ່ບໍ ຊາທາບທາມຫາງສຽງເບິ່ງ?
ລັດຕະນະມະນີ: [ປະຊາຊົນ] ຫ້ວຍດີໃຈຫັ້ນແຫລະ ເພາະວ່າ ຂໍ້ມູນກະເອົານຳ ປະຊາຊົນນີ້ເດ້ ການເກັບກຳຜົນກະທົບ ລາຄາແມ່ນຫຍັງ ກະເກັບກຳ ຈາກປະຊາຊົນ ລະກະຜ່ານປະຊາຊົນຫລາຍຮອບເຕີບລະເດ້.
ອຸ່ນແກ້ວ: ໂຕນີ້ ເລື້ອງຄວາມໂປ່ງໃສມັນໄດ້ຂະໜາດໃດ ປະເມີນເບິ່ງນີ້ ຍັງຄາໃຈປະຊາຊົນຢູ່ບໍ?
ລັດຕະນະມະນີ: ເລື້ອງຄວາມໂປ່ງໃສ ຕາມຂ້າພະເຈົ້າໄດ້ລົງໄປ ປະຊຸມ ປະຊາຊົນ ບໍ່ເຂົ້າໃຈ [ຂ້າພະເຈົ້າ] ກະຕອບ ຄຳຖາມໄດ້ໝົດ ວ່າ ປະເມີນແບບໃດ ປະຊາຊົນກະດີໃຈໝົດໄດ໋ ບໍ່ມີໃຜຂັດຂ້ອງ ບໍ່ມີໃຜວ່າ ໂອ້ຍ ອັນນີ້ ຂ້ອຍບໍ່ພໍໃຈ ມັນບໍ່ຖືກຕ້ອງ ບໍ່ມີໄດ໋ ພາຍຫລັງ ທຳອິດນີ້ແມ່ນມີ ເຂົາເຈົ້າຕັ້ງຄຳຖາມ ນີ້ ໄທເຮົາອະທິບາຍໃຫ້ຟັງ ພວກເຮົາໄດ້ລົງແລ້ວ ການຄິດໄລ່ແບບນັ້ນ ແບບນັ້ນ ຈັ່ງຊັ້ນ ແບບປະເມີນທີ່ດິນ ມັນມີອີ່ສັງ ອີ່ສັງ ຖາມລາຄາໂຕຈິງຄືແນວນັ້ນ ປະຊາຊົນກະໂລ່ງໃຈໄດ໋ລາຄາຄາດຄະເນ ໃຫ້ເຂົາເຈົ້າໃນເຂດນັ້ນ ທໍ່ນັ້ນ ທໍ່ນັ້ນ ຂະເຈົ້າກະໂລ່ງໃຈໝົດ ພໍໃຈໝົດໄດ໋.    
ອຸ່ນແກ້ວ: ທ່ານ ຜູ້ຟັງ ອັນນັ້ນ ເປັນຄຳຢືນຢັນຂອງ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການ ແລະຂົນສົ່ງ ແລະທັງເປັນຫົວໜ້າ ຄະນະຄຸ້ມຄອງ ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ. ແຕ່ໃນເວລາດຽວກັນ ປະຊາຊົນຜູ້ທີ່ໄດ້ ຮັບຜົນກະທົບ ກໍຢາກໃຫ້ ໂຄງການຈ່າຍຄ່າຊົດເຊີຍໃຫ້ໄວ ເພາະວ່າ ເຂົ້າເຈົ້າຕ້ອງໄປຫາຊື້ ທີ່ດິນຢູ່ບ່ອນໃໝ່. ໃຫ້ທ່ານໄປຟັງ ສຽງປະຊາຊົນ ຢູ່ແຂວງ ຫລວງພຣະບາງ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການທາງ ລົດໄຟ ລາວ-ຈີນ.
ອຸ່ນແກ້ວ: ເປັນຈັ່ງໃດ ຄ່າຊົດເຊີຍ ເຮົາຄິດວ່າເຮົາຊິໄດ້ສົມດັ່ງທີ່ ທາງການເພິ່ນເວົ້າຢູ່ບໍ ຄືຈັ່ງໃດ ຕາມຄວາມຄາດຫວັງຂອງເຮົາ?
ປະຊາຊົນ: ຄ່າຊົດເຊີຍນີ້ ກະຢາກໃຫ້ມັນໄດ້ໄວໆນີ້ ເພາະວ່າ ມັນຊິໝົດປີລະ ເພິ່ນຍັງບໍ່ທັນມາຊົດເຊີຍ ຫຍັງເທື່ອເດ້ ເພິ່ນກະວ່າ ຊົດເຊີຍໃຫ້ນີ້ແຫລະ ເພິ່ນຍັງບໍ່ທັນມາເວົ້າມາວ່າເທື່ອ.
ອຸ່ນແກ້ວ: ທາງອຳນາດການປົກຄອງແຂວງ ເພິ່ນໄດ້ມາພົບປະຊາຊົນບໍ່?
ປະຊາຊົນ: ແມ່ນແຫລະ ແມ່ນແຫລະ ໄດ້ມາແລ້ວ.
ອຸ່ນແກ້ວ: ເພິ່ນວ່າ ຈັ່ງໃດລະ?
ປະຊາຊົນ: ເພິ່ນກະມາເອົາແຕ່ຂໍ້ມູນໄປຫັ້ນແຫລະ ບໍ່ວ່າແນວໃດເທື່ອ, ແຕ່ວ່າ ໄດ້ແຕ່ໂຕເລກມາ ແຕ່ວ່າ ຄ່າຊົດເຊີຍແທ້ ຍັງບໍ່ໄດ້ເວົ້າ ໄດ້ວ່າຫຍັງເທື່ອ.
ອຸ່ນແກ້ວ: ເຮົາຄິດວ່າ ຊິໄດ້ຕາມທີ່ພວກເຮົາໄດ້ສະເໜີໄປບໍ່ຄືວ່າ ຈັ່ງໃດ?
ປະຊາຊົນ: ເອີ ກະວ່າ  ເພິ່ນກະວ່າ ເພິ່ນຊິໃຊ້ຫັ້ນແຫລະ ເພິ່ນກະຊິໃຊ້ຕາມເຮົາສະເໜີໄປຫັ້ນແຫລະ. ເສັນທາງລົດລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ມູນຄ່າການກໍ່ສ້າງປະມານ 6 ຕື້ ໂດລາ ໂດຍແມ່ນ ຣັຖບານລາວ ຖືຮຸ້ນປະມານ 30 ເປີເຊັນ ແລະ ຣັຖບານຈີນ ຖືຮຸ້ນ 70 ເປີເຊັນ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.