ໂຄງການພັທນາທີ່ສະພາ ບໍ່ໄດ້ ຮັບຮູ້

ສິດນີ
2017.10.19
f-bounthong ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
Public Domain

ໂຄງການພັທນາຂອງຣັຖບານ ທີ່ບໍ່ໄດ້ຮັບ ອະນຸຍາດ ຫລາຍກວ່າ 100 ໂຄງການ ຖືກກວດເຫັນ ຈາກຫ້ອງການກວດສອບ ແຫ່ງຣັດ ໃນ ສົກງົບປະມານ 2013-14, ຫົວຫນ້າຫ້ອງການກວດສອບ ແຫ່ງຣັຖ ທ່ານ ບຸນທອງ ຈີດມະນີ ກ່າວຕໍ່ກອງປະຊຸມ ສະພາໃນອາທິດນີ້. ດັ່ງ ທ່ານກ່າວໃນຕອນນຶ່ງວ່າ:

"ໂຄງການທີ່ບໍ່ໄດ້ປະມູນມີ 113 ໂຄງການ ມູນຄ່າ 3549 ຕື້ 240 ລ້ານກີບ ແລະໂຄງການທີ່ປະມູນ ບໍ່ຖືກຕ້ອງຕາມຫລັກການ ມີຢູ່ 106 ໂຄງການມູນຄ່າ 5331 ຕື້ 330 ລ້ານກີບ ເຫດຜົລ ຍ້ອນມີ ຄຳສັ່ງ ຈາກຂັ້ນເທິງ ແລະຈຳນວນນຶ່ງ ເປັນໂຄງການພັຍພິບັດ ແຕ່ສຳຄັນ ແມ່ນເຈົ້າຂອງໂຄງການ ບໍ່ເຂັ້ມງວດ ໃນການປະຕິບັດ ກົດຫມາຍ ການລົງທຶນແລະນິຕິກັມອື່ນໆ ບໍ່ມີການປະມູນ ມີຫລາຍ ໂຄງການ ມູນຄ່າກໍສູງ".

ທ່ານວ່າ ໂຄງການດັ່ງກ່າວ ບໍ່ຖືກອະນຸມັດ ຈາກສະພາແຫ່ງຊາດ ແຕ່ຍັງຖືກດຳເນີນ ກິຈການຢູ່. ການລົງທຶນຂອງຣັຖບານ ໃນໂຄງການ ຕ່າງໆ ໃນປີນັ້ນ ມີຢູ່ປະມານ 1 ພັນ 151 ຕື້ກີບ ໃນນັ້ນຫຼາຍ ກວ່າ 254 ຕື້ກີບ ແມ່ນໃຊ້ຈ່າຍ ໃນໂຄງການ ທີ່ບໍ່ໄດ້ຮັບ ອະນຸຍາດ ແລະວ່າ 39 ໂຄງການໃນມູນຄ່າ ທັງຫມົດກວ່າ 542 ຕື້ກີບ ໃນນັ້ນ ຖືກຮ່ວມເຂົ້າ ໃນແຜນການລົງທຶນ ຂອງຣັຖບານ.

ນອກຈາກນັ້ນ ໂຄງການການລົງທຶນຂອງຣັຖ ອີກຈຳນວນ 342 ໂຄງການ ໃນມູນຄ່າທັງຫມົດ ກວ່າ 12,803 ລ້ານລ້ານກີບ ຖືກດຳເນີນ ກິຈການ ປາສຈາກ ການປະເມີນຜົລ ແລະ ໃບອະນຸຍາດ ຈາກຫ້ອງການ ທີ່ກ່ຽວຂ້ອງ.

ໃນການກວດສອບ 124 ໂຄງການ ການລົງທຶນຂອງຣັຖ ພົບເຫັນການຄາດເຄື່ອນ ໃນຫລາຍໂຄງການ ໃນນັ້ນຮ່ວມດ້ວຍ ການປະຕິບັດ ບໍ່ຖືກຕອ້ງ ເປັນຕົ້ນ ,

1-ໂຄງການສ່ວນໃຫຍ່ ມີຣາຄາແພງ ເກີນໄປ

2-ການປະຕິບັດງານ ໃນບາງໂຄງການ ບໍ່ເປັນໄປຕາມ ການອອກແບບ ວຽກງານ ທີ່ກຳນົດໄວ້ ແລະບາງໂຄງການ ເມື່ອສຳເຣັດແລ້ວ ກໍບໍ່ເປັນໄປຕາມ ທີ່ຄາດໄວ້.

ມີໂຄງການນື່ງ ທີ່ຖືກອະນຸມັດ ຈາກສະພາແຫ່ງຊາດ ໃນມູນຄ່າປະມານ 56.70 ຕື້ກີບ ແຕ່ຈຳນວນ ຕົວເລກ ທີ່ບັນທືກໄວ້ ໃນສັນຍາ ການລົງທຶນ ໃນໂຄງການນັ້ນ ມີພຽງແຕ່ 47.96 ຕື້ກີບ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.