ລາວສົ່ງສິນຄ້າອອກເພີ້ມຂຶ້ນ

ສິດນີ
2014.04.27
f-default ລາວສົ່ງສິນຄ້າອອກເພີ້ມຂຶ້ນ
RRA

 

ອິງຕາມ ບົດຣາຍງານ ຂອງ ທາງການ ລາວ ເມື່ອມໍ່ໆ ມານີ້ ການ ສົ່ງອອກ ຂອງລາວ ໃນຣະຍະ 6 ເດືອນ ຂອງຕົ້ນປີ ນີ້ ເພີ້ມຂຶ້ນ ກວ່າ 25% ໃນມູນຄ່າ ປະມານ 1 ພັນ 1 ຮ້ອຍ ລ້ານ ໂດລາ ຖ້າ ທຽບໃສ່ ຣະຍະ ດຽວກັນ ກັບປີທີ່ ຜ່ານມາ.

ບົດຣາຍງານ ດັ່ງກ່າວ ແມ່ນ ລວບລວມ ໂດຍ ກະຊວງ ແຜນການ ແລະ ການລົງທຶນ ຂອງ ຣັຖບານ ເພຶ່ອສເນີ ຕໍ່ ກອງປະຊຸມ ຣະ ຫວ່າງ ຄນະ ຣັຖບານ, ເຈົ້າ ຄອງກຳແພງ ນະຄອນ ຫລວງ ວຽງຈັນ ກັບບັນດາ ເຈົ້າແຂວງ ຈາກແຂວງ ຕ່າງໆ ໃນທົ່ວ ປະເທດ ໃນອາທິດ ນີ້ທີ່ ນະຄອນ ຫລວງ ວຽງຈັນ ເພຶ່ອໃຫ້ເຫັນ ເຖິງການ ເຕີບໂຕຂອງ ການສົ່ງ ອອກ ຂອງລາວ ໃນຣະຍະ 6 ເດືອນ ກວ່າ 50-54% ຂອງ ແຜນການ ປະຈຳປີ.

ແຕ່ ສປປລາວ ຍັງປະເຊີນກັບ ບັນການ ຂາດດູນ ການຄ້າ ຫລາຍຢູ່ ຊື່ງ ໃນຊ່ວງ ເວລາ ດຽວກັນ ໃນຣະຍະ 6 ເດືອນ ຂອງຕົ້ນ ປີນີ້ ລາວໄດ້ນ ຳເຂົ້າສີນຄ້າ ໃນມູນຄ່າກວ່າ 1 ພັນ 9 ຮ້ອຍລ້ານໂດລາ ຖ້າທຽບໃສ່ປີທີ່ຜ່ານມາ.

ກະຊວງ ແຜນການ ແລະ ການລົງທຶນ ເວົ້າວ່າ ສປປລາວ ຍັງປະເຊີນ ກັບການ ເພິ້ມຂຶ້ນ ຂອງການ ຂາດດູນ ການຄ້າ ຢ່າງ ຫຼວງຫຼາຍ. ສະພາບເ ງີນເຟິ້ ໃນລາວ ໃນ ຣະຍະ 6 ເດືອນ ຂອງຕົ້ນປີນີ້ ມີຢູ່ ປະມານ 6.27% ສູງກວ່າ ປີ ທີ່ຜ່ານມາ ຊຶ່ງປີ ທີ່ຜ່າມາ ມີພຽງແຕ່ 4.85% ເທົ່ານັ້ນ. ການເພິ້ມຂຶ້ນ ຂອງຣາຄາ ສິນຄ້າ ປະເພດ ອາຫານ ການກິນ ແລະ ເຄຶ່ອງດຶ່ມ ເປັນສາເຫດ ທີ່ພາໃຫ້ ເກີດ ເງິນເຟິ້ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.