ໂຮງງານຫ້າງຮ້ານເຖື່ອນ ຕ້ອງປິດ

ຈໍາປາທອງ
2017.11.07
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured

ຣັຖບາລ ສປປລາວ ຈະເອົາຈິງເອົາຈັງ ຕາມຣະບຽບກົດໝາຍ ກັບໂຮງງານ ທັງນ້ອຍແລະໃຫຍ່ ແລະທຸຣະກິດຕ່າງໆ ໃນທົ່ວປະເທສ ທີ່ຕັ້ງ ຂຶ້ນແບບ ບໍ່ຖືກຕ້ອງ ຮວມທັງໂຮງງານ ແປຮູບໄມ້ ເຟີນິເຈີ ທີ່ບໍ່ມີໃບອະນຸຍາດ ຈະຖືກສັ່ງໃຫ້ປິດທັນທີ ບໍ່ໂຍະຍານ ຄືທີ່ຜ່ານມາ, ຕາມຄຳ ເວົ້າຂອງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໃນມື້ວັນທີ 7 ພຶສຈິການີ້:

"ມີຢູ່ກົດໝາຍຕົວນີ້ນີ່ ມັນກໍມີຢູ່ແລ້ວ ແຕ່ວ່າຫາກວ່າເລຶ່ອງກວດກາ ການປະຕິບັດມັນບໍ່ທັນໄດ້ເຂັ້ມງວດ ຄືດຽວນີ້ນໍ ມີການຍ່ອນຍານຕ່າງໆ ແຕ່ດຽວນີ້ ບໍ່ມີການຍ່ອນຍານຕົວນີ້ ກໍເລີຍເຮັດໃຫ້ມີ ການຍຸບບາງກິຈການ ທີ່ບໍ່ມີໃບອະນຸຍາດ ຕົວນັ້ນ ຄັນວ່າເຈົ້າ ຍັງຝ່າຝືນເຈົ້າກໍຖືກ ປັບໃໝ ກໍດໍາເນີນແບບເດັດຂາດ ນະຍາມນີ້".

ທ່ານເວົ້າວ່າ ການສັ່ງປິດທີ່ວ່ານັ້ນ ໄດ້ດໍາເນີນມາຕັ້ງແຕ່ຕົ້ນປີນີ້ແລ້ວ ແລະຈະຄ່ອຍໆປະຕິບັດໄປ ໃນແຕ່ລະແຂວງ ໂດຍມີພາກສ່ວນ ອຸດສາ ຫະກັມ ແລະການຄ້າ ແລະຂແນງການ ທີ່ກ່ຽວຂ້ອງຕ່າງໆ ເປັນຜູ້ຮັບຜິດຊອບ. ທີ່ຜ່ານມາ ທາງການແຕ່ລະແຂວງ ກໍໄດ້ອອກແຈ້ງການ ໃຫ້ ໂຮງງານແປຮູບໄມ້, ເຟີິເຈີ, ເຮືອນພັກ ແລະທຸຣະກິດອື່ນໆແລ້ວ ເພື່ອໃຫ້ມາຂຶ້ນທະບຽນ ແລະຂໍໃບອະນຸຍາດ ກັບທາງກະຊວງ ແຕ່ກໍຍັງມີ ທຸຣະກິດ ຂນາດນ້ອຍຫລາຍປະເພດ ຈໍານວນນຶ່ງ ບໍ່ປະຕິບັດຕາມ. ທ່ານເວົ້າວ່າ ຖ້າທຸຣະກິດໃດ ຖືກສັ່ງໃຫ້ປິດ, ແຕ່ຢາກດໍາເນີນ ທຸຣະກິດ ນັ້ນຕໍ່ໄປກໍໃຫ້ໄປຂຶ້ນທະບຽນ, ແຕ່ກໍຍາກ ເພາະຕ້ອງໄດ້ໃຊ້ ເງິນຫລາຍ:

"ບໍ່ມີການຍ່ອນຍານ ຖ້າເຈົ້າຕ້ອງການເປີດອີກ ເຈົ້າຕ້ອງໄປແລ່ນທະບຽນຕ່າງໆ ຈົດທະບຽນຮ້ານ ກະຈການຄົບຊຸດກ່ອນຈະເປີດໃໝ່ໄດ້ ຍາກໃນການເປີດເພາະວ່າ ເຈົ້າຕ້ອງມີວົງເງິນສູງ ໃນການເປີດ ທຸຣະກິດ ຂອງເຈົ້າ ເຈົ້າຕ້ອງມີເງິນຄໍ້າປະກັນ ຫລາຍໆຢ່າງນະ ມັນຕ້ອງ ໄດ້ໃຊ້ຫລາຍໆຢ່າງ ໃນການໄປເປີດ ຂຶ້ນກັບຂນາດ ຂອງທຸຣະກີິດ ແລ້ວກໍວຽກກິຈການ ຄັນກໍ່ຕັ້ງເປັນ ບໍຣິສັດ ເຈົ້າຕ້ອງມີວົງເງິນ 800 ລ້ານ ຂຶ້ນໄປ".

ສໍາລັບຢູ່ແຂວງຈໍາປາສັກ ເມື່ອບໍ່ນານມານີ້ ກໍມີໂຮງງານແປຮູບ ໄມ້ຂນາດນ້ອຍ ທີ່ບໍ່ມີໃບອະນຸຍາດ ຖືກສັ່ງໃຫ້ປິດໄປແລ້ວ 176 ແຫ່ງຈາກ ຈໍານວນທັງໝົດ 300 ແຫ່ງ. ສ່ວນຢູ່ແຂວງອື່ນໆ ທາງກະຊວງ ຍັງລໍຖ້າຜົລຂອງການ ປະຕິບັດຄໍາສັ່ງ ນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.