ຣັຖບານລາວເອົາດິນໃຊ້ໜີ້

ອຸ່ນແກ້ວ ສຸກສະຫວັນ
2015.11.24
F-Savannakheth ຕົວຢ່າງ ເສັ້ນທາງ ເລຂທີ 11 ໃນເຂດ ແຂວງ ສະຫວັນນະເຂດ
Citizen Journalist

ຣັຖບານ ລາວ ໄດ້ ຕົກລົງ ເອົາ ທີ່ດິນ 3 ຕອນ ຢູ່ແຂວງ ສະຫວັນນະເຂດ ໃຊ້ໜີ້ຄ່າ ກໍ່ສ້າງ ເສັ້ນທາງ ດິນແດງ 5 ເສັ້ນ ຢູ່ລຽບ ຕາມ ຊາຍແດນ ລາວ-ວຽດນາມ ແຕ່ ເມືອງເຊໂປນ ຫາ ເມືອງພີນ ແຂວງ ສວັນນະເຂດ ແຕ່ເສັ້ນທາງ ດັ່ງກ່າວ ສ່ວນຫຼາຍ ແລ້ວແມ່ນ ຖືກໃຊ້ ອໍານວຍ ຄວາມສະດວກ ຂົນສົ່ງ ໄມ້ທ່ອນ ອອກໄປ ປະເທດ ວຽດນາມ ຫລາຍກວ່າ ທີ່ ປະຊາຊົນ ທົ່ວໄປ ຈະໄດ້ໃຊ້.

ໃນວັນທີ 16 ພຶສຈິກາ 2015 ທ່ານ ທອງສິງ ທໍາມະວົງ ນາຍົກ ຣັຖມົນຕຼີ ໄດ້ອອກ ຂໍ້ຕົກລົງ ໃຫ້ຊອກຫາ ທີ່ດິນ ເພື່ອໃຊ້ໜີ້ ບໍຣິສັດ ສີເມືອງ ກຣຸບ ຈໍາກັດ ທີ່ໄດ້ສ້າງ ເສັ້ນທາງ ດັ່ງກ່າວ ໃນມູນຄ່າ ການກໍ່ສ້າງ 45 ຕື້ ກີບ. ເຈົ້າໜ້າທີ່ ຈາກ ຫ້ອງວ່າການ ຣັຖບານ ກໍໄດ້ ຣາຍງານວ່າ ຫລັງຈາກ ທີ່ໄດ້ກໍ່ສ້າງ ເປັນທີ່ ຮຽບຮ້ອຍແລ້ວ ຣັຖບານ ບໍ່ມີງົປມານ ທີ່ ຈະຈ່າຍໜີ້ ສະນັ້ນ ບໍຣິສັດ ສີເມືອງ ກຣຸບ ຈໍາກັດ ຈຶ່ງສະເໜີ ໃຫ້ ຣັຖບານ ເອົາທີ່ດິນ ຢູ່ແຂວງ ສະຫວັນນະເຂດ ມອບໃຫ້ ເພື່ອ ໃຊ້ໜີ້.

ເຈົ້າໜ້າທີ່ ຣາຍງານ ອີກວ່າ ຫລັງຈາກ ທີ່ ມີຄໍາສັ່ງ ຈາກ ນາຍົກຣັຖ ມົນຕຣີ ແລ້ວ ຫ້ອງວ່າການ ຣັຖບານ ຈຶ່ງ ອອກແຈ້ງການ ມອບໝາຍ ໃຫ້ ກະຊວງ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເປັນ ຜູ້ຈັດສັນ ທີ່ດິນ ໃຫ້ແກ່ ບໍຣິສັດ ສີເມືອງ ກຣຸບ ຈໍາກັດ. ແຕ່ວ່າ ເສັ້ນທາງ 5 ເສັ້ນ ທີ່ ເປັນທາງ ດິນແດງ ສ່ວນຫຼາຍ ແມ່ນສ້າງເພື່ອ ຂົນສົ່ງໄມ້ ທ່ອນ ເທົ່ານັ້ນ ແລະ ເຮັດໃຫ້ ຖະໜົນ ຢູ່ໃນ ສະພາບ ເປ່ເພ. ດັ່ງ ຊາວເມືອງ ເຊໂປນ ທ່ານ ນຶ່ງໄດ້ ກ່າວຕໍ່ ເອເຊັຽ ເສຣີວ່າ:

"ເສັ້ນທາງ ທີ່ ຣັຖບານ ມາສ້າງໃຫ້ ເຊໂປນ ເມືອງພີນ ເຂດຊາຍແດນ ວຽດນາມ ແມ່ນສ້າງ ເພື່ອ ຂົນສົ່ງໄມ້ ອອກໄປ ພໍແຕ່ມາດຸດ ທາງ ດິນແດງ ໃຫ້ ຣົດແກ່ໄມ້ ຜ່ານໄປໄດ້ ປັດຈຸບັນ ນີ້ ແມ່ນເປັນ ຂຸມຫຼາຍ ຫລັງຈາກ ຕັດໄມ້ ອອກໄປ ໝົດແລ້ວ ທາງ ກະແມ່ນ ທຽວ ລໍາບາກ".

ອີງຕາມ ຂໍ້ມູນ ຈາກ ທາງການລາວ ພົບວ່າ ມີການ ເອົາຊັບສິນ ຂອງຣັຖ ເປັນຕົ້ນແມ່ນ ທີ່ດິນ ແລະ ໄມ້, ແລະ ຕຶກອາຄານ ຫ້ອງການ ຂອງຣັຖ ແລກກັບ ໂຄງການ ກໍ່ສ້າງ ຖະໜົນ ຫົນທາງ ຊຶ່ງມູນຄ່າ ຈະສູງກວ່າ ຣາຄາ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.