ຊາວບ້ານຫ້ວຍຄົງ ຕໍ່ສູ້ ຂໍຄ່າ ຊົດເຊີຍ

ຈໍາປາທອງ
2018.01.18
F-Houaphanh ການພັທນາສ້າງສາ ໃນແຂວງຫົວພັນ
photo: FB friend's page

ຊາວບ້ານຫ້ວຍຄົງ 40 ຄອບຄົວຢູ່ເມືອງຊໍາເຫນືອແຂວງຫົວພັນ ກຽມຍື່ນຫນັງສືຮ້ອງຮຽນ ໄປຍັງສະພາປະຊາຊົນ ຂັ້ນແຂວງຂອງພວກຕົນ ຖ້າວ່າທາງໂຮງໄຟຟ້າຖ່ານຫີນ ຂອງບໍຣິສັດ CCF ຂອງຈີນ ຍັງບໍ່ຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍ ທີ່ທາງບໍຣິສັດ ຂຸດດິນແດງຖົມພື້ນທີ່ ປູກຝັງຂອງພວກຂະເຈົ້າປະມານ 20 ເຮັກຕາ. ມາຮອດປັຈຈຸບັນ ກໍຍັງບໍ່ມີຂ່າວຄຶບໜ້າກ່ຽວກັບ ເຣຶ່ອງຄ່າຊົດເຊີຍນັ້ນເລີຍ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນ ມື້ວັນທີ່ 15 ມົກກະຣາ ນີ້ວ່າ:

“ຊົດເຊີຍ ການອັນນັ້ນ ບໍ່ເຫັນໄດ້ຍິນ ຄົນຈີນສອງສາມຄົນ ຢູ່ຊໍາເຫນືອນີ້ ທຽວໄປທຽວມາດຽວນີ້ນະ ທາງບ້ານມີແຕ່ຄໍາຮ້ອງ ຂື້ນຫາເມືອງ ຫາແຂວງ ຄັນວ່າບໍ່ແປະ ກໍສິໄດ້ຂຶ້ນ ຮອດທາງສະພາ.”

ທ່ານກ່າວຕື່ມວ່າ ນັບແຕ່ເກີດຜົນກະທົບ ມາຮອດປັຈຈຸບັນ ຊາວບ້ານໄດ້ຍື່ນໜັງສືຮ້ອງຮຽນ ໄປຫາອໍານາດ ການປົກຄອງເມືອງ ແລະແຂວງ 3-4 ຄັ້ງແລ້ວ ແຕ່ບັນຫາດັ່ງກ່າວ ຍັງບໍ່ໄດ້ຮັບການແກ້ໄຂ. ດັ່ງນັ້ນຊາວບ້ານຈຶ່ງຄິດວ່າ ຄວນຈະຮ້ອງຮຽນ ເຖິງສະພາ ປະຊາຊົນຂັ້ນແຂວງ. ແຕ່ຍັງບໍ່ມີກໍານົດວ່າ ຈະສົ່ງຄໍາຮ້ອງຮຽນນັ້ນເມື່ອໃດ.

ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊໍາເໜືອ ກໍເວົ້າຕຶ່ມວ່າ ປັຈຈຸບັນ ທາງບໍຣິສັດຈີນ ຍັງບໍ່ສາມາດຕົກລົງເຣຶ່ອງ ຄ່າຊົດເຊີຍຄວາມເສັຍຫາຍ ໃຫ້ຊາວບ້ານໄດ້. ສະນັ້ນຈຶ່ງເຮັດໃຫ້ການຊົດເຊີຍລ່າຊ້າ ດັ່ງທີ່ທ່ານກ່າວໃນຕອນ ນຶ່ງວ່າ:

“ໂອ ດຽວນີ້ຍັງສຶບຕໍ່ແກ້ໄຂ ຢູ່ເນາະ ເພາະວ່າ ທາງບໍຣິສັດຫັ້ນ ເພິ່ນຍັງຕົກລົງກັນບໍ່ໄດ້ ເຣື້ອງຣາຄາ ຄ່າຊົດເຊີຍ, ຜົນກະທົບເຂົາເຈົ້າໄດ້ ສໍາຣວດໝົດແລ້ວ ມີແຕ່ການຕົກລົງຣາຄາກັນ ບໍ່ທັນຣະອຽດ.”

ເມື່ອປີກາຍບໍຣິສັດ CCF ຂອງຈີນໄດ້ສເນີວ່າຈະຊົດເຊີຍຄ່າເສັຍຫາຍໃຫ້ປະຊາຊົນ 1 ລ້ານກິບຕໍ່ດິນ 1 ເຮັກຕາ ແຕ່ຍັງບໍ່ທັນຕົກລົງກັນ ເປັນລາຍລັກອັກສອນເທື່ອ.

ບໍຣິສັດຈີນ ໄດ້ເລີ້ມສໍາຣວດຖ່ານຫິນ ເພື່ອສ້າງໂຮງໄຟຟ້າມາແຕ່ ປີ 2012. ຂະນະນີ້ ຢູ່ໃນຂັ້ນຕອນການສ້າງໂຮງງານ ແລະຄ້າຍພັກ ຂອງຄົນງານ ຊຶ່ງຄາດວ່າ ການສ້າງໂຮງງານນັ້ນ ຈະສໍາເຣັດພາຍໃນປີ 2018 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.