ຄົນງານຕ່າງດ້າວຢູ່ ເມືອງໂຂງ

ສິດນີ
2017.06.16
F-Khong ຊີວິດການເປັນຢູ່ ຂອງຊາວລາວ ແຂວງຈໍາປາສັກ
Screen captured travel Champassak

ເຈົ້າຫນ້າທີ່ເມືອງໂຂງ ແຂວງຈຳປາສັກ ເວົ້າວ່າ ທາງການເມືອງໂຂງ ຈະເພີ້ມມາຕການ ເຂັ້ມງວດ ຕໍ່ຄົນງານຕ່າງດ້າວ ທີ່ ຜີດກົດຫມາຍ ຈາກປະເທດ ເພື່ອນບ້ານ ດັ່ງ ວຽດນາມ ກຳພູຊາ ທີ່ຂ້າມມາ ເຮັດວຽກ ໃນເຂດທ້ອງຖິ່ນ ຍ້ອນວ່າ ຕ້ອງສງວນອາຊີບ ໃຫ້ຄົນລາວ ມີ ວຽກເຮັດງານທຳ ແລະ ສ້າງລາຍໄດ້. ທີ່ຜ່ານມາມີຄົນງານຕ່າງດ້າວ ເຂົ້າມາຍາດ ອາຊີບຄົນລາວ. ດັ່ງທ່ານກ່າວ ໃນວັນທີ 15 ມິຖຸນາ ນີ້ວ່າ:

"ບໍ່ໄດ້ມາເດ້ດຽວນີ້ ມີແຕ່ຄົນລາວເຮົານີ້ແຫລະ ອອກແຮງງານ ຄົນກຳປູເຈັຽ ຄົນວຽດນາມຄົນຫຍັງ ເຂົາຖອນຫມົດ ບໍ່ນຳໃຊ້ແລ້ວ ເຂົາມີ ການກວດກາເດ້ ມັນຜິດຣະບຽບ ກົດຫມາຍ ເຂົ້າມາຫລາຍ ຄົນລາວ ກໍບໍ່ມີວຽກເຮັດງານທຳ ມັນຕ້ອງໄດ້ ສະກັດກັ້ນ".

ທ່ານກ່າວຕື່ມວ່າ ຄົນຕ່າງດ້າວ ເຂົ້າມາແບບນັກທ່ອງທ່ຽວ ແລ້ວລັກຢູ່ເຮັດວຽກ ໃນເມືອງໂຂງເລີຍ ແລະອີກຈຳນວນນຶ່ງ ແມ່ນລັກເຂົ້າມາ ຕາມແນວຊາຍແດນສ່ວນຫຼາຍ ຈະເຮັດວຽກເປັນ ກຳມະກອນ ໃນໂຄງການ ກໍ່ສ້າງຕ່າງໆ ຫລືຕາມໂຮງງານ ຊຶ່ງປັດຈຸບັນ ກຸ່ມດັ່ງກ່າວ ຖືກພັກດັນໃຫ້ກັບປະເທດ ຫລາຍແລ້ວ.

ທ່ານວ່າ ໃນປັດຈຸບັນ ໂຮງງານຕ່າງໆ ໃນເມືອງໂຂງ ເປັນຕົ້ນ ໂຮງສີເຂົ້າ ຈະຈ້າງແຕ່ ຄົນງານລາວ ແຕ່ຍັງມີ ໂຄງການ ກໍ່ສ້າງໃຫຍ່ໆ ຍັງຈ້າງຄົນງານ ຕ່າງຊາດຢູ່ ເປັນຕົ້ນ ການສ້າງເຂື່ອນ ໄຟຟ້າ ແລະອຸດສາຫະກັມ ທາງກະເສດ ບາງໂຄງການ ກໍຈ້າງແບບຖືກຕ້ອງ ຕາມກົດຫມາຍ ຍ້ອນມີສີມື ແຕ່ຍັງມີບາງ ໂຄງການ ຍັງຈ້າງຄົນງານ ຕ່າງດ້າວ ແບບຜິດກົດຫມາຍຢູ່.

ແຂວງພາກໃຕ້ຂອງລາວ ມີຄົນງານຕ່າງດ້າວ ລັກເຂົ້າມາເຮັດວຽກ ຢ່າງຫຼວງຫຼາຍ ເປັນຕົ້ນ ແຂວງຈຳປາສັກ ອັດຕະປື ສາຣະວັນ ແລະ ສວັນນະເຂດ ຍ້ອນຄົນງານ ລາວ ບໍ່ມີສີມື.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.