ຊາວບ້ານເຂດຖນົນ 450 ກັງວົນ ຄ່າຊົດເຊີຍ

ອຸ່ນແກ້ວ ສຸກສະຫວັນ
2017.10.22
F-railway ການກໍ່ສ້າງທາງຣົດໄຟ ລາວ-ຈີນ ທີ່ດໍາເນີນໄປ ແລະຄືບໜ້າ ຢ່າງວ່ອງໄວ, ຮູບອຸມົງທາງຣົດໄຟ ແລະ ແຄັມພັກເຊົາ ຂອງຄົນງານຈີນ ຢູ່ບ້ານໂຊກໄຊ ເມືອງວັງວຽງ ແຂວງວຽງຈັນ. ຮູປຖ່າຍວັນທີ 20 ຕຸລາ 2017
RFA

ປະຊາຊົນທີ່ຢູ່ເຂດຖະໜົນ 450 ປີ ຈຳນວນນຶ່ງ ທີ່ຈະໄດ້ຮັບ ຜົນກະທົບ ຈາກໂຄງການ ທາງຣົດໄຟ ລາວ-ຈີນ ຈະຕັດແຜ່ນດິນ ຂອງ ເຂົາເຈົ້າ ມີຄວາມກັງວົນ ເລື້ອງຄ່າຊັດເຊີຍ, ດັ່ງເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວ ໃນວັນທີ 17 ຕຸລາ ວ່າ:

"ທີ່ຊາວບ້ານກັງວົນຄື ເມື່ອຂະເຈົ້າຮູ້ວ່າ ຈັ່ງໃດກະຊິເກີດຂຶ້ນແລ້ວເນາະ ຕອນນີ້ ກັງວົນກໍຄື ຄ່າຕອບແທນ ວ່າຂະເຈົ້າຈະໄດ້ ຄ່າຕອບ ແທນເປັນເງິນ ຫລື ເປັນທີ່ດິນໃໝ່ ທີ່ຂະເຈົ້າ ຈະໄປຢູ່ ພື້ນທີ່ໃໝ່ ທີ່ໄປຢູ່ຈະໃຫ້ ໄປຢູ່ໃສ ແລ້ວມັນຈະດີກວ່າເກົ່າບໍ່ ຈຳນວນເງິນ ທີ່ ໄດ້ມາເໝາະສົມ ກັບສິ່ງທີ່ຂະເຈົ້າ ສູນເສັຍໄປບໍ່".

ປະຊາຊົນໃນເຂດນັ້ນ ມີຄວາມກັງວົນ ຍ້ອນວ່າທີ່ຜ່ານມາ ເຂົາເຈົ້າກໍເຄີຍເສັຍທີ່ດິນ ໃຫ້ກັບໂຄງການເສັ້ນທາງ 450 ປີ ທີ່ໃຫ້ ຄ່າຊົດ ເຊີຍເຂົາເຈົ້າບໍ່ເໝາະສົມ, ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມອີກວ່າ:

"ປະຊາຊົນທີ່ອາໃສຢູ່ເຂດເສັ້ນທາງ 450 ປີ ທີ່ແບບວ່າ ເຄີຍໄດ້ຮັບຜົນກະທົບ ໃນໄລຍະນຶ່ງ ຈາກການກໍ່ສ້າງເສັ້ນທາງ 450 ປີຫລື ປະຊາຊົນ ທີ່ບໍ່ໄດ້ຮັບ ຜົນກະທົບ ຫວ່າງແລ້ວນີ້ເນາະ ໃນຄັ້ງນີ້ ການກໍ່ສາງເສັ້ນທາງ ຣົດໄຟ ຄົນພວກນັ້ນ ກໍອາດຈະຖືກ ໄດ້ຮັບຜົນ ກະທົບຄືກັນເພາະວ່າ ເພິ່ນຈະມີແຜນ ເຮັດເສັ້ນທາງ 450 ປີ ຈະສ້າງອີກ ສະພານໃໝ່ຕົວໜຶ່ງ ເພື່ອເສັ້ນທາງລົດໄຟ ນີ້ສະເພາະເລີຍ".

ໃນການຈ່າຍຄ່າຊົດເຊີຍ ໃຫ້ແກ່ຜູ້ທີ່ໄດ້ ຮັບຜົນກະທົບ ຈາກໂຄງການທາງ ລົດໄຟ ລາວ-ຈີນ ເຈົ້າໜ້າທີ່ ທາງການລາວ ຈະສະຫລຸບ ອອກມາໃນເດືອນພືສຈິກາ ທ່ານ ລັດຕະນະມະນີ ຄູນນີວົງ ຮອງຣັຖມົນຕຼີ ກະຊວງໂຍທາທິການແລະຂົນສົ່ງ ແລະທັງເປັນຫົວຫນ້າ ຝ່າຍຮັບຜິດຊອບ ວຽກງານກໍ່ສ້າງທາງຣົດໄຟ ລາວ-ຈີນ ໄດ້ກ່າວຕໍ່ ເອເຊັຍເສຮີ ໃນວັນທີ 12 ຕຸລາ ວ່າ:

"ການຈ່າຍຄ່າຊົດເຊີຍ ຕ້ອງກວດກາຄືນ ໃຫ້ມີຄວາມເປັນເອກກະພາບ ກັບປະຊາຊົນ ປະຊາຊົນ ທີ່ຖືກຜົນກະທົບ ເພື່ອໃຫ້ເຂົາເຈົ້າ ພໍໃຈແລະຄາດວ່າຈະມີ ການສະຫລຸບໂຕເລກ ຄ່າຊົດເຊີຍ ຜູ້ທີ່ໄດ້ຮັບຜົນກະທົບ ພາຍໃນຕົ້ນເດືອນ ພຶສຈິກາ ທີ່ຈະມາເຖີງນີ້".

ເຈົ້າໜ້າທີ່ໂຄງການທາງຣົດໄຟ ຈະສາມາດສລຸບ ຈຳນວນຄອບຄົວທີ່ຈະຖືກຍົກຍ້າຍ ຕົວເລກຄ່າຊົດເຊີຍ ຈຳນວນເຮືອນ,ສິ່ງປຸກສ້າງ, ຕົ້ນໄມ້ແລະເນື້ອທີ່ດິນ ຫລັງຈາກທີ່ ປະຊາຊົນ ໄດ້ເຫັນດີ ກັບຄ່າຊົດເຊີຍນັ້ນ ແລະ ສົ່ງໃຫ້ສະພາ ປະຊາຊົນ ຮັບຮອງເອົາ.

ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັດ ຕັດຜ່ານ ແຂວງຫລວງນ້ຳ ທາ, ອຸດົມໄຊ, ຫລວງພຣະບາງ, ວຽງຈັນ ແລະນະຄອນຫລວງວຽງຈັນ ຊຶ່ງມີມູນຄ່າ ປະມານ 6 ຕື້ໂດລາ ໃນນັ້ນ ລາວຖືຮຸ້ນ 30 ເປີເຊັນ ແລະ ຈີນ 70 ເປີເຊັນ ເລີ້ມລົງມືກໍ່ສ້າງ ໃນວັນທີ 25 ທັນວາ 2016.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.