ມ.ນານ ຕັດຕົ້ນກ້ວຍ ຄືນດິນ ໃຫ້ ຊາວບ້ານ

ຈໍາປາທອງ
2017.03.09
f-banana ສວນປູກກ້ວຍ ຂອງຈີນ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ (ຮູບຖ່າຍ ວັນທີ 28/7/2016)
RFA

ທາງການເມືອງນານ ແຂວງຫຼວງພຣະບາງ ກຽມຕັດຕົ້ນກ້ວຍ ຢູ່ສວນກ້ວຍຈີນ 4 ບໍຣິສັດ ຢູ່ນາຂອງປະຊາຊົນ ແລ້ວຄືນນາ ໃຫ້ປະຊາຊົນ ຫຼັງຈາກປູກກ້ວຍ ມາໄດ້ກວ່າ 3 ປີແລ້ວ. ດັ່ງ ເຈົ້າໜ້າທີ່ ເມືອງນານ ເວົ້າກັບ RFA ໃນວັນທີ 8 ມິນາ ນີ້ວ່າ:

"ດຽວນີ້ພວກເຮົາກຽມ ກຳລັງຈະຕັດສວນກ້ວຍ ຂະເຈົ້າອອກ ໃນເຂດທີ່ມັນ ຖືກດິນນານີ້ນະ ເຮົາຈະໄດ້ ເອົາຂະເຈົ້າ ໂຈະໝົດ ເຮົາຈະໄດ້ ບໍ່ໃຫ້ ຂະເຈົ້າ ມີການເຄື່ອນໄຫວ ເລີຍ, ນາຫັ້ນ ໝາຍຄວາມວ່າ ຂະເຈົ້າ ແບບລັກສນະ ຖືກບ່ອນສາມາດ ເຮັດນາໄດ້ນໍ".

ທ່ານກ່າວວ່າ ຈາກການສຳຣວດ ເບື້ອງຕົນພົບວ່າ ເນື້ອທີ່ປູກກ້ວຍຂອງຈີນ ຢູ່ດິນນາປະຊາຊົນມີ 78 ເຮັກຕາ ໃນຈຳນວນ ເນື້ອທີ່ປູກກ້ວຍ ຈີນທັງໝົດ 700 ປາຍເຮັກຕາ ຊຶ່ງນັກລົງທຶນຈີນ ໄດ້ເຮັດສັນຍາເຊົ່າ ກັບປະຊາຊົນ ແລະວ່າການຕັດຕົ້ນກ້ວຍ ອອກນັ້ນ ກໍເພື່ອປ້ອງກັນ ບໍ່ໃຫ້ດິນນາ ປະຊາຊົນ ໄດ້ຮັບຄວາມເສັຍຫາຍ ຈາກ ສານເຄມີ ໄປຫຼາຍກວ່ານີ້.

ທ່ານກ່າວຕື່ມວ່າ ນອກຈາກນັ້ນແລ້ວ ຫ້ອງການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງນານ ໄດ້ສົ່ງເຈົ້າໜ້າ ທີ່ໄປຕັກເຕືອນ ເຈົ້າຂອງ ສວນກ້ວຍຈີນ ແຕ່ລະແຫ່ງ ໃຫ້ເກັບມ້ຽນ ສິ່ງເສດເຫລືອ ຈາກ ສານເຄມີ ແລະ ສິ່ງ ເສດເຫລືອ ຈາກສວນກ້ວຍ ໃຫ້ດີ ຍ້ອນທີ່ຜ່ານມາ ຄົນງານ ສວນກ້ວຍ ຫຼາຍແຫ່ງ ຖິ້ມຊະຊາຍ ເຮັດໃຫ້ ປະຊາຊົນ ແລະ ສິ່ງແວດລ້ອມ ໄດ້ຮັບ ຜົລກະທົບ.

ທ່ານເວົ້າວ່າ ເຈົ້າຂອງສວນກ້ວຍຈີນແຫ່ງນຶ່ງ ຖືກທາງການລາວ ຮຽກມາປັບໃໝ ຍ້ອນຂັດຂວາງ ບໍ່ໃຫ້ເຈົ້າໜ້າທີ່ ກວດສາງ ເກັບເຄື່ອງ. ແຕ່ມາ ເຖິງປັດຈຸບັນ ຜູ້ກ່ຽວ ກໍຍັງບໍ່ທັນ ມາພົບເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.