ລາວ ຍັງຈະເປັນ ປະເທດ ກໍາລັງ-ພັທນາ ປີ 2020

ສິດນີ
2017.12.15
F-Laos ສປປລາວ ມີເປົ້າໝາຍເພື່ອຫລຸດພົ້ນ ຈາກຖານະການເປັນປະເທດ ກໍາລັງພັທນາ ໃນປີ 2020 ແລະ ໃຫ້ເປັນປະເທດ ທີ່ມີຣາຍໄດ້ ປານກາງຂັ້ນຕ່ຳ ໃນປີ 2025
Citizen Journalist

ເຈົ້າຫນ້າທີ່ຣະດັບສູງ ທາງດ້ານເສຖກິດ ຂອງ ສປປລາວ ທ່ານນຶ່ງກ່າວ ເມື່ອຫລັງໆມານີ້ວ່າ ສປປລາວ ອາດຈະບັນລຸເປົ້າຫມາຍ ບາງຂໍ້ ໃນການຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ໃນວາຣະການທົບທວນໃນປີ 2020 ແຕ່ຈະບໍ່ຫມົດທຸກຂໍ້ ຍ້ອນຣັຖບານຍັງມີ ບັນຫາທ້າທາຍຫລາຍຢູ່ ໃນປັດຈຸບັນ ນືຶ່ງໃນນັ້ນ ແມ່ນຄວາມທຸກຍາກໃນລາວ.

ຍານາງ ຄຳພ້າວ ເອີນທະວັນ ຮອງຣັຖມົນຕຣີ ກະຊວງຕ່າງປະເທດສປປລາວ ກ່າວກ່ຽວກັບເຣື້ອງນີ້ ໃນກອງປະຊຸມນັກວິຊາການ ກ່ອນ ກອງປະຊຸມໂຕະມົນ ໃນປີນີ້ວ່າ ໃນກອງປະຊຸມ ຄນະກັມມະທິການດ້ານການພັທນາໃນປີ 2015 ທີ່ຜ່ານມາ ໄດ້ບົ່ງວ່າ ສປປລາວຍັງບໍ່ທັນ ເຖິງຈຸດນັ້ນເທື່ອ.

ຍານາງເວົ້າວ່າ ຕາມການຄາດການ ຂອງອົງການສະຫະປະຊາຊາດດ້ານການພັທນາ ເສຖກິດແລະສັງຄົມ ໃນເຂດ ເອເຊັຽ-ປາຊີຟີກ ຣະບຸວ່າ ສປປລາວ ມີໂອກາດໃນການບັນລຸ ເປົ້າຫມາຍບາງຂໍ້ ໃນການຫຼຸດພົ້ນຈາກ ຖານະການເປັນປະເທດດ້ອຍ ພັທນາແລະການສ້າງ ຣາຍໄດ້ ໂດຍສເຣັ່ຽຕໍ່ຫົວຄົນ ໃນການທົບທວນໃນປີ 2020.

ຍານາງເວົ້າວ່າ ເພື່ອບັນລຸເປົ້າໝາຍດັ່ງກ່າວ ຣັຖບານລາວຕ້ອງໃຊ້ຄວາມພຍາຍາມຫລາຍຂຶ້ນ ໃນການເຮັດວຽກໃນໂຄງການພັທນາຕ່າງໆ ເປັນຕົ້ນໂຄງການພັທນາ ເພື່ອຫລຸດພົ໊ນ ຈາກສະພາບຄວາມທຸກຍາກ ໃນລາວ ດັ່ງການຝືກອາຊີບ  ການຍົກຣະດັບຊີວິດ ຄວາມເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ແລະຍົກຣະດັບການສຶກສາ ສາທາຣະນະສຸກ ແລະຄວາມເປັນຢູ່ທີ່ດີຂອງປະຊາຊົນ. ສິ່ງດັ່ງກ່າວຈະເຮັດໃຫ້ລາວ ຫລຸດພົ້ນຈາກຖານະ ການເປັນປະເທດດ້ອຍພັທນາໄດ້.

ແຕ່ນັກວິຊາການທາງດ້ານເສຖກິດ ທ່ານນຶ່ງເວົ້າວ່າ ເປັນໄປໄດ້ຍາກທີ່ ສປປລາວ ຈະຫລຸດພົ້ນຈາກຖານະການເປັນ ປະເທດດ້ອຍພັທນາ ແລະມີຣາຍໄດ້ປານກາງ ຂັ້ນຕ່ຳໄດ້ ໃນປີ 2020 ແລະ 2025 ຍ້ອນວ່າ ຍັງມີຄົນທຸກຍາກຫລາຍ ຢູ່ໃນປັດຈຸບັນນີ້. ທ່ານວ່າ.ສປປລາວ ພາດເປົ້າຫມາຍ ສຫັດສວັດ ອົງການສຫະປະຊາຊາດ ໃນຫລາຍບັນຫາ ເປັນຕົ້ນການ ຫລຸດຜ່ອນຄວາມທຸກຍາກໃນລາວ ຣະຫວ່າງປີ 2000-2015 ຍ້ອນຂາດງົບປະມານ ການພັທນາຊັກຊ້າ ແລະຂາດການບໍຮິຫານຈັດການຮ່ວມທັງ ການສໍ້ຣາສບັງຫລວງໃນລາວ.

ເຈົ້າຫນ້າທີ່ກ່ຽວຂ້ອງ ສປປລາວ ກ່າວຕໍ່ຫນັງສືພີມວຽງຈັນທາມ ໃນມື້ວັນທີ 10 ມີນາປີ 2017 ວ່າເຖິງແມ່ນວ່າ ຈະມີຄອບຄົວຄົນລາວ ຈຳນວນ 7,538 ຄອບຄົວສາມາດຫຼຸດພົ້ນ ຈາກຄວາມທຸກຍາກໃນຊ່ວງນີ້ທຳອິດ ຂອງການທົບທວນໃນປີ 2015 ກໍຕາມແຕ່ຍັງຕ່ຳກວ່າ ເປົ້າຫມາຍ ທີ່ທາງການອົງການ ສະຫະປະຊາຊາດຕັ້ງໃວ້ຫລາຍຢູ່.

ການພາດເປົ້າຫມາຍສຫັດສວັດ ຢ່າງຫລວງຫລາຍດັ່ງກ່າວ ຈະບີບບັງຄັບໃຫ້ຣັຖບານລາວ ເພີ້ມຄວາມພຍາຍາມ ແລະເພີ້ມງົບປະມານ ໃນການຍົກຣະດັບ ການພັທນາທ້ອງຖີ່ນ ໃຫ້ຫລາຍຂຶ້ນ ເພື່ອສ້າງລາຍໄດ້ ໃຫ້ແກ່ປະຊາຊົນເປົ້າຫມາຍ ໃນທົ່ວປະເທດ.

ອີງຕາມຂໍ້ມູນຈາກຫ້ອງການຫລຸດຜ່ອນຄວາມທຸກຍາກໃນລາວ ຈຳນວນຄອບຄົວທີ່ທຸກຍາກໃນລາວ ໄດ້ຫລຸດລົງຈາກ 83,856 ຄອບຄົວ ມາເປັນ 76,318 ຄອບຄົວ ໃນປີ 2016 ເທົ່າກັບສັດສ່ວນ ການຫລຸດລົງ 6.56% ຂອງຈຳນວນຄອບຄົວ ທຸກຍາກ ທັງຫມົດໃນລາວ. ແຕ່ຍັງຕ່ຳກວ່າເປົ້າຫມາຍ ຂອງສະຫະປະຊາຊາດ ກຳນົດໃຫ້ຫລຸດລົງ ປະມານ 6.11 %.

ທາງການລາວເວົ້າວ່າ ອັດຕຣາຄວາມທຸກຍາກໃນລາວ ໄດ້ຫລຸດລົງຍັງເຫລືອ 6.5% ຂອງຈຳນວນຄອບຄົວ ທີ່ທຸກຍາກທັງຫມົດໃນລາວ ແຕ່ທະນາຄານ ພັທນາເອເຊັຽ ເວົ້າວ່າ ຍັງເຫລືອຄົນທຸກຍາກໃນລາວປະມານ 23%.ເຫດຜົລໃນການຫລຸດລົງໜ້ອຍ ຍ້ອນວ່າ ການເຕີບໂຕ ຂອງເສຖກິດໃນລາວ ຫລຸດລົງວ່າງປີທີ່ຜ່ານມາ ຮ່ວມທັງຂາດໂຄງຮ່າງພື້ນຖານ ເປັນຕົ້ນຖນົນຫົນທາງ, ການລົງໄປຊ່ອຍເຫຼືອ ປະຊາຊົນ ຜູ້ທຸກຍາກໃນເຂດເປົ້າຫມາຍ ຫລືເຂດຊົນນະບົດ ທີ່ສອກຫລີກຫ່າງໄກ. ດັ່ງເຈົ້າຫນ້າທີ່ ລາວ ທ່ານນຶ່ງເວົ້າວ່າ:

"ພວກເຮົາມີຂໍ້ມູນ ຈາກການວິເຄາະພາຍໃນເນາະ ຈະມີຣະດັບ ຂອງຄວາມທຸກຍາກຕ່າງໆ ບວກກັບ ຄວາມອ່ອນແອ ກໍຢູ່ທາງແຂວງຊຽງ ຂວາງຫົວພັນ ແລ້ວກໍທາງແຂວງເຊກອງ ກໍຍັງເປັນແຂວງ ທີ່ຍັງມີຣະດັບ ຂອງຄວາມທຸກຍາກ ຍັງສູງຢູ່"

ເຈົ້າຫນ້າທີ່ລາວເວົ້າວ່າ ບັນຫາສ່ວນໃຫຍ່ແມ່ນການຂາດງົບປະມານ ແລະຂາດໂຄງຮ່າງພື້ນຖານປະເພດຕ່າງໆ ເປັນຕົ້ນຖນົນຫົນທາງເປ່ເພ ຍາກໃນການເຂົ້າໄປ ຊ່ອຍເຫລຶອປະຊາຊົນ ຈຶ່ງເຮັດໃຫ້ຊັກຊ້າໃນການຫຼຸດຜ່ອນ ຄວາມທຸກຍາກໃນລາວ. ຄົນຈົນສ່ວນໃຫຍ່ ແມ່ນຢູ່ໃນເຂດ ຊົນນະບົດ ຫ່າງໄກສອກຫລີກ ບ່ອນທີ່ບໍ່ມີຖນົນຫົນທາງເຂົ້າໄປເຖິງ ແລະຍາກທີ່ພວກຂະເຈົ້າ ຈະຫາຣາຍໄດ້ຈາກການສົ່ງ ຜົລຜລິດມາຂາຍ ຢູ່ທ້ອງຕລາດໃນເຂດໃນເມືອງ.

ທາງການລາວ ຍອມຮັບວ່າ ສປປລາວສ້າງຣາຍໄດ້ດ້ວຍ ການໃຊ້ຊັພຍາກອນ ທັມມະຊາດເປັນທຶນ ເປັນຕົ້ນການສ້າງເຂື່ອນໄຟຟ້າ ການຂຸດຄົ້ນແຮ່ທາດ ແລະການປູກຕົ້ນໄມ້ເສຖິດ ແຕ່ກິຈກັມດັ່ງກ່າວບໍ່ໄດ້ ສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນລາວ ຫລາຍປານໃດ ແລະຣາຍໄດ້ດັ່ງກ່າວ ກໍບໍ່ໄປຮອດ ປະຊາຊົນຜູ້ທຸກຍາກ.

ປະຊາຊົນລາວ ຜູ້ທີ່ຫລຸດພົ້ນ ຈາກຄວາມທຸກຍາກ ໃນຣະຍະທີ່ຜ່ານມາ ກໍກັບຄືນມາທຸກຍາກຄືເກົ່າ ຍ້ອນເສຖກິດລາວ ຝຶດເຄືອງວ່າງປິ ຫລັງໆມານີ້ ຍ້ອນເສຖກິດໂລກທົດຖອຍ ແລະພັຍພິບັດທັມມະຊາດ ເປັນຕົ້ນ ລົມພະຍຸ ນ້ຳຖ້ວມແລະພັຍແຫ້ງແລ້ງ ໃນແຕ່ລະປີ. ການສຳຣວດໃນປີ 2015 ພົບວ່າໃນຫລາຍບ້ານໃນລາວ ກັບຄືນມາທຸກຍາກຄືເກົ່າ ດັ່ງຕົວຢ່າງບາງບ້ານ ທີ່ແຂວງຜົ້ງສາລີ ທີ່ເຄີຍປະກາດ ເປັນບ້ານທີ່ຫລຸດພົ້ນ ຈາກຄວາມທຸກຍາກ ໃນຣະຍະທີ່ຜ່ານມາ ກໍກັບຄືນມາຢູ່ໃນຖານະບ້ານ ທຸກຍາກຄືເກົ່າ.

"ມັນກໍກ່ຽວຂ້ອງກັບ ຫຼາຍເງື່ອນໄຂເນາະ ຕົວຢ່າງວ່າເວົ້າເຣື້ອງ ຄວາມຫຼາກຫຼາຍ ຂອງການດຳຣົງຊີວິດ ໄປເຂດຊົນນະບົດເນາະ ແລ້ວມື້ ແລ້ວວັນໄປ ປັດຈັຍອື່ນໆທີ່ຈະມາມີ ຜົລກະທົບ ຕໍ່ການພັທນາເສຖກິດ ກໍຍັງໜ້ອຍກວ່າ ເຂົ້າເຖິງພື້ນຖານ ໂຄງລ່າງ ສາທາຣະນຸປະໂພກ ກໍຍັງບໍ່ທົ່ວເຖິງປານໃດ ເພາະສະນັ້ນ ມັນກໍໄປກ່ຽວຂ້ອງ ກັບການດຳຣົງຊີວີດນັ້ນອີກ ຊີ່ຫາທາງອອກ ເປັນການເພີ້ມລາຍຮັບ ໄປຫາຂາຍ ຫຍັງ ມັນກໍຍັງຈຳກັດຢູ່ ຊ່ອງທາງໃນການພັທນາ ຄວາມຮູ້ຄວາມສາມາດ ເວົ້າເຣື້ອງ ການສຶກສາ ກໍເປັນໄປໄດ້ຊ້າ."

ນັກວິຊາການລາວວ່າ ເຫດຜົລທີ່ຍັງມີຄອບຄົວທຸກຍາກຫຼາຍຢູ່ໃນລາວ ມາຈາກຫຼາຍສາເຫດ ສ່ວນໃຫຍ່ແມ່ນຂາດເນື້ອທີ່ ໃນການປູກຝັງ ໃນຫລາຍເຂດໃນລາວເປັນຕົ້ນເຂດທົ່ງພຽງ ແລະຂາດດິນທີ່ອຸດົມສົມບູນ ຂາດງົບປະມານ ໃນໂຄງການ ຊົລປະທານ ແລະທາງການລາວ ກໍບໍ່ມີນະໂຍບາຍ ສົ່ງເສີມການປູກຝັງ ແບບອາຊີບຫລື ອຸດສາຫະກັມ ການປູກພືດ ເພື່ອການຄ້າຂນາຍໃຫຍ່.

ບັນຫາດັ່ງກ່າວທັງຫມົດທີ່ກ່າວມານີ້ເຮັດໃຫ້ ສປປລາວ ບໍ່ສາມາດຫລຸດພົ້ນຈາກຖານະການເປັນ ປະເທດດ້ອຍພັທນາໄດ້ໃນປີ 2020 ແລະ ປະເທດມີຣາຍໄດ້ປານກາງຂັ້ນຕ່ຳໄດ້ໃນປີ 2025.

ອົງການພັທນາສະຫະປະຊາຊາດ ຫຼື UNDP ປະຈຳລາວໃຫ້ຄໍາແນະນຳ ສປປລາວ ວ່າທາງການລາວ ຄວນປັບປຸງ ຊັພຍາກອນມະນຸດ ໃຫ້ຫລາຍຂຶ້ນ ເພື່ອຢາກຫລຸດພົ້ນ ຈາກຖານະການເປັນປະເທດດ້ອຍພັທນາ ແລະສະພາບຄວາມທຸກຍາກ ໃນລາວ ຕາມເປົ້າຫມາຍ ສຫັດສວັດ ສະຫະປະຊາຊາດ ວາງໃວ້.

ໃນກອງປະຊຸມໂຕະມົນ ວ່າງຫລັງໆມານີ້ ທາງການລາວກໍໄດ້ຊຸມໃສ່ ໃນບັນຫາດັ່ງກ່າວ. ແຕ່ພາກປະຕິບັດງານຕົວຈິງນັ້ນ ຈະເປັນຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.