ສະພາແຫ່ງຊາດຈະໄປຫາ ຊາວບ້ານ

ອຸ່ນແກ້ວ ສຸກສະຫວັນ
2017.02.28
F-NAS ສະຖາບັນສູງສຸດ ສະພາແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ໃນກໍຣະນີທີ່ມີ ປະຊາຊົນ ບ້ານນ້ຳໂກງ, ບ້ານສາລະສິນ, ບ້ານເຊນ້ຳນ້ອຍ ແລະ ບ້ານຫ້ວຍຊອຍ ເມືອງປາກຊ່ອງ ແຂວງ ຈຳປາສັກ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ອອກມາຮຽກຮ້ອງ ຄ່າຊົດເຊີຍ ທີ່ດິນ ແລະ ການໂຍກຍ້າຍ ວັນທີ 7 ກຸມພາ ທີ່ຜ່ານມານັ້ນ, ຫລ້າສຸດ ກໍມີຂ່າວວ່າ ເຈົ້າໜ້າທີ່ ຈາກ ສະພາ ປະຊາຊົນ ເຂດ 15 ແຂວງ ຈຳປາສັກ ໄດ້ລົງໄປ ເກັບກຳຂໍ້ມູນ ຕົວຈິງ ຈາກ ປະຊາຊົນ ໃນເຂດບ້ານ ດັ່ງກ່າວ, ດັ່ງເຈົ້າໜ້າທີ່ ສະພາແຂວງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 27 ກຸມພາ ວ່າ:

"ຂໍ້ມູນການແກ້ໄຂບັນຫາ ຜົລກະທົບ ນີ້ແມ່ນ ສະພາແຫ່ງຊາຕ ເພິ່ນເປັນຜູ້ແກ້ໄຂ, ເພິ່ນກະບໍ່ວ່າແກ້ໄຂ, ແຕ່ວ່າ ປະຊາຊົນ ເພິ່ນເຮັດ ຄຳຮ້ອງທຸກ ຂຶ້ນໄປຫາ ສະພາແຫ່ງຊາຕ ບໍ່ແມ່ນ ສະພາ ປະຊາຊົນແຂວງ ເປັນຜູ້ແກ້ໄຂ, ຫັ້ນນ່າ. ລະດຽວນີ້ ກະຄືວ່າ ເພິ່ນກຳລັງ ສິລົງມາ ແຂວງຈຳປາສັກ ເພິ່ນກະລົງມາ ກ່ຽວກັບ ວຽກໂຕນີ້ແຫຼະ ເພິ່ນກະສິໄປ ຢ້ຽມຢາມ ໂຄງການ ເຊປຽນ-ເຊນ້ຳນ້ອຍ ທີ່ວ່າເຣື້ອງ ຜົລກະທົບ ໂຕນີ້".

ປະຊາຊົນ ຈຳນວນນຶ່ງ ຍັງບໍ່ຍອມຮັບເອົາ ຄ່າຊົດເຊີຍ, ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກວ່າ:

"ລະກະປະຊາຊົນ ທີ່ບໍ່ຍອມຮັບເອົາ ບໍ່ທັນໄດ້ ໂຍກຍ້າຍ ບໍ່ຍອມໂຍກຍ້າຍ ອອກ ກະມີຢູ່ ເບິດແລ້ວ, ແຕ່ວ່າຂໍ້ມູນ ມັນກະຍາວ, ແຕ່ວ່າເຮົາ ເວົ້າບໍ່ໄດ້ ໂຕນີ້".

ນອກຈາກນີ້ ຊາວບ້ານ ທີ່ບໍ່ຍອມຮັບເອົາ ຄ່າຊົດເຊີຍ ຖືກນາບຂູ່ ຈັບໃສ່ຄຸກ, ດັ່ງ ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ລະກະສິ່ງທີ່ພວກເພິ່ນ ເຮັດຫັ້ນນ່າ ແບບວ່າ ຄ່າຊົດເຊີຍ ມັນຕ່ຳ ຣາຄາມັນຕ່ຳ, ຕ່ຳລະກະ ປະຊາຊົນ ບໍ່ພໍໃຈ ບໍ່ພໍໃຈເອົາແລ້ວ, ທາງ ພວກເພິ່ນ ໄດ້ຂົ່ມຂູ່ ເວົ້າຫັ້ນນ່າ ເວົ້າໃຫ້ ປະຊາຊົນ. ຖ້າປະຊາຊົນ ບໍ່ຍ້າຍ ຊິເປັນເຣື້ອງຍາກ ລະກະຈັບ ເຂົ້າຂອກ ເຂົ້າຄຸກ".

ອີງຕາມການບອກເລົ່າ ຂອງຊາວບ້ານ ໄດ້ຮູ້ວ່າ ຄ່າຊົດເຊີຍທີ່ດິນ ປະມານ 6 ລ້ານກີບ ຕໍ່ 1 ເຮັກຕາ ຊຶ່ງເຂົາເຈົ້າຖືວ່າ ເປັນຄ່າຊົດເຊີຍ ທີ່ຕ່ຳ.

ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຕັ້ງຢູ່ ເມືອງປາກຊ່ອງ ແຂວງ ຈຳປາສັກ ມີກຳລັງ ການຜລິດປະມານ 400 ເມັກກະວັດ ແລະ ມີມູນຄ່າ 1 ຕື້ ໂດລາ. ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ເປັນຜູ້ ດຳເນີນການ ແລະ ບໍຣິຫານ ໂຄງການ ເປັນເວລາ 27 ປີ ຫລັງຈາກທີ່ສ້າງ ສໍາເຣັດ ໃນປີ 2019 ເປັນຕົ້ນໄປ ແລະ ເມື່ອຄົບກຳນົດ ສຳປະທານ 27 ປີ ແລ້ວ, ບໍຣິສັດ ຈະມອບໂອນ ເຂື່ອນ ດັ່ງກ່າວ ໃຫ້ແກ່ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.