ສປປລາວຕ້ອງເລັ່ງປະຕິຮູບ ກົດໝາຍ

ຈໍາປາທອງ
2014.04.11
F-Vientiane-scenic ທິວທັດ ທີ່ນະຄອນຫລວງ ວຽງຈັນ
treking-thai

 

ສປປລາວ ໄດ້ຮັບເງິນ ຊ່ວຍເຫລືອ 3 ລ້ານ 9 ແສນ ໂດລາ ສະຫະຣັຖ ຈາກ ສະຫະພາບ ຢູໂຣບ, ສະຫະ ປະຊາຊາດ, ຝຣັ່ງເສສ ແລະ ສະຫະຣັຖ ອະເມຣິກາ ໃນ ເດືອນ ກຸມພາ 2014 ເພື່ອ ໃຊ້ຈ່າຍ ເຂົ້າໃນ ການເຮັດໃຫ້ ສປປລາວ ເປັນຣັຖ ແຫ່ງ ກົດໝາຍ ເພື່ອ ຊ່ອຍໃຫ້ ການ ດໍາເນີນ ທຸຣະກິຈ ໃນລາວ ເປັນເຣື້ອງ ທີ່ ງ່າຍຂຶ້ນ. ແຕ່ຜູ້ ໃຫ້ການ ຊ່ວຍເຫລືອ ກັງວົນ ວ່າ ທາງການ ລາວ ຈະຮັບຜ່ານ ກົດໝາຍ ພຽງ 2 ສະບັບ ຕໍ່ປີ ນັບ ຕັ້ງແຕ່ ປີ 1975 ເປັນຕົ້ນມາ. ຕາມ ຣາຍງານ ຂອງ ໜັງສືພິມ The Bussiness Times ໃນວັນທີ 10 ເມສາ 2014.

ມັນເປັນ ສັນຍານ ເຕືອນ ໃຫ້ ສປປລາວ ຊຶ່ງ ເປັນປະເທສ ທີ່ມີການ ໃຊ້ຊີວິດ ແບບງ່າຍໆ ບໍ່ດີ້ນຮົນ. ນັກ ທຸຣະກິດ ຕ້ອງໄດ້ ລໍຖ້າ ຫລາຍເດືອນ ກ່ອນ ເອກສານ ທີ່ຈໍາເປັນ ຕ່າງໆ ຈະໄດ້ຮັບ ການ ອະນຸມັດ. ພຽງຊົ່ວ ຣະຍະ ນຶ່ງ ນັກລົງທຶນ ຈໍາເປັນ ຍອມຮັບ ຄວາມຈິງ ຂອງການເຮັດ ທຸຣະກິດ ໃນປະເທສ ທີ່ ບໍ່ຮີບຮ້ອນ.

ໜັງສືພິມ Vientiane Times ຣາຍງານ ວ່າ ໂຄງການ 3 ປີ ນີ້ ຈະເລັ່ງລັດ ໃຫ້ ປະເທສ ລາວ ເປັນຣັຖ ແຫ່ງ ກົດໝາຍ. ໜັງສືພິມ ສະບັບນີ້ ໄດ້ຣາຍງານ ໃນ ລັກສນະ ບໍ່ເຄີຍມີ ມາກ່ອນ ວ່າ: “ຕັ້ງແຕ່ ປົດປ່ອຍ ຊາດ ໃນປີ 1975 ມາ ສະພາ ແຫ່ງຊາດ ສປປລາວ ໄດ້ຮັບຜ່ານ ກົດໝາຍ ພຽງ 100 ກວ່າ ສະບັບ ຊຶ່ງ ເຫັນວ່າ ບໍ່ພຽງພໍ ໃນການ ຄຸ້ມຄອງຣັຖ, ຄຸ້ມຄອງ ສັງຄົມ ແລະ ບໍ່ພຽງພໍ ສໍາລັບ ປະເທສ ທີ່ ກໍາລັງມີ ການພັທນາ“.

ເຖິງຢ່າງໃດ ກໍຕາມ ຕັ້ງແຕ່ ຊຸມປີ 1990 ມາ ກໍມີ ບໍຣິສັດ ຕ່າງປະເທສ ຫລາຍ ບໍຣິສັດ ເຂົ້າໄປ ລົງທຶນ ຢູ່ລາວ ທີ່ມີ ພົລເມືອງ 6 ລ້ານ ກວ່າຄົນ ແລະ ປົກຄອງ ໂດຍພັກ ປະຊາຊົນ ປະຕິວັດ ລາວ ມາແຕ່ ປີ 1975.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.