ລາວບໍ່ມີຄວາມພ້ອມສໍາລັບ AEC

ສິດນີ
2015.11.25
F-Asean ເຄື່ອງໝາຍຂອງ ປະຊາຄົມເສຖກິຈອາຊຽນ
Asean

ເຈົ້າຫນ້າທີ່ ຈາກ ອົງການ ຈັດຕັ້ງ ທາງສັງຄົມ ຜູ້ ທີ່ ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ປະເທດ ລາວ ຍັງບໍ່ ພຽບພ້ອມ ຫຼາຍຢ່າງ ໃນການ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີນີ້ ດັ່ງດ້ານ ຝີມື ແຮງງານ ການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ທາງດ້ານ ເສຖກິດ ແລະ ການຄົມມະນາຄົມ ຂົນສົ່ງ ຮ່ວມທັງ ບຸກຄຣາກອນ ຜູ້ທີ່ມີ ຄວາມສຳພາດ ໃນການ ບໍຣິຫານ ຈັດການ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:

"ແຮງງານ ທີ່ ມີສີມື ກໍຍັງມີ ຫນ້ອຍ ການຕຽມ ຄວາມພ້ອມ ປັບປຸງ  ສ້າງ ບຸກຄຣາກອນ ດ້ານນີ້ ບໍ່ທັນ ເປັນຕົວ ເປັນຕົນ ດ້ານອື່ນ ໂດຍສະເພາະ ແມ່ນ ໂຄງລ່າງ ພື້ນຖານ ຖືວ່າຍັງ ບໍ່ທັນຫຼາຍ ຖາມວ່າ ເພິ່ນ ປັບປຸງບໍ ໃນຣະຍະ ຜ່ານມາ ກໍປັບປຸງ ຢູ່ ຫາກແຕ່ວ່າ ມັນຍັງ ບໍ່ທັນດີພໍ ເນາະ".

ທ່ານກ່າວ ຕື່ມວ່າ ນອກຈາກ ນີ້ ຍັງມີ ນະໂຍບາຍ ເຣື້ອງການ ປັບຄ່າ ພາສີ ການນຳເຂົ້າ ໃຫ້ເປັນ ສູນ ຫລື ບໍ່ເກັບ ພາສີ ເລີຍ ໃນບາງ ສິນຄ້າ ທີ່ ທຸກປະເທດ ອາຊຽນ ຕ້ອງ ປະຕິບັດ ແບບດຽວກັນ ສ້າງຄວາມ ເປັນຫ່ວງ ໃຫ້ແກ່ ຣັຖບານ ລາວ ຍ້ອນວ່າ ຣັຖບານ ລາວ ຍັງຂາດ ງົປມານ ຢູ່ ແລະ ບໍ່ມີ ແຫລ່ງລາຍໄດ້ ອື່ນ ມາທົດແທນ. ທ່ານວ່າ ຍັງເຫລືອ ເວລາ ອີກນື່ງ ເດືອນ ທີ່ ປະຊາຄົມ ເສຖກິດ ອາຊຽນ ຈະເຂົ້າຮ່ວມ ກຸ່ມກັນ ຢ່າງ ເປັນທາງການ ຣັຖບານ ລາວ ຄົງຈະ ກະຕຽມ ບໍ່ທັນ ທ່ານກ່າວ ເພີ້ມວ່າ:

"ພັກ ຣັຖບານ ຂອງລາວ ເຮົາຖືວ່າ ຍັງບໍ່ທັນ ກະກຽມ ທີ່ ຈະຮັບມື ກັບບັນດາ ກິຈກັມ ຕ່າງໆ ເມື່ອເຂົ້າເປັນ ເອອີຊີ ແລ້ວ ໂດຍສະເພາະ ການຫລຸດຜ່ອນ ອັກຕຣາ ພາສີ ເປັນ ສູນໜິ ໃນແຕ່ລະ ສິນຄ້າ ແຕ່ລະຢ່າງ ຕົວນີ້ຄິດວ່າ ສປປລາວ ຍັງມີບັນຫາ ຫຼາຍຢູ່ ທີ່ ຈະບໍ່ມີ ຣາຍໄດ້ ຈາກພາສີ ທີ່ ເປັນ ສູນ".

ບັນດາ 10 ປະເທດ ສະມາຊິກ ອາຊຽນ ຈະເຂົ້າກຸ່ມ ເປັນ ປະຊາຄົມ ເສຖກິດ ອາຊຽນ ຢ່າງ ເປັນທາງການ ໃນ ວັນທີ 31 ທັນວາ ປີນີ້ ແລະ ໃນຂນະ ດຽວກັນ ສປປລາວ ກໍຈະເປັນ ປະທານ ວຽນ ອາຊຽນ ພ້ອມກັນ ໃນປີ 2016 ສືບທອດ ຈາກ ມາເລເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.