ໄມ້ຂະຍຸງຖືກສົ່ງອອກແທ້

ສິດນີ
2016.06.28
F-rosewood ພໍ່ຄ້າໄມ້ວ່າຈ້າງຄົນຂັບຣົດອີ່ແຕ໋ນ ໃຫ້ຂົນໄມ້ອອກໄປຊາຍແດນ ວຽດນາມ ທີ່ ແຂວງສະຫວັນນະເຂດ.
RFA/LX

ເຈົ້າຫນ້າທີ່ ຣະດັບສູງ ຈາກ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ກ່າວຕໍ່ ເອເຊັຽ ເສຣີວ່າ ຜ່ານມາ, ໃນແຕ່ລະປີ ມີການ ສົ່ງອອກ ໄມ້ຂະຍູງ ຈາກລາວ ໄປຈີນ ຜ່ານວຽດນາມ ແທ້, ເນື່ອງຈາກ ຕລາດຈີນ ມີຄວາມ ຕ້ອງການສູງ, ແຕ່ທ່ານກໍ ປະຕິເສດ ທີ່ຈະໃຫ້ ຂໍ້ມູນວ່າ ການສົ່ງອອກ ໄມ້ຂະຍູງ ນັ້ນ ເກີນໂຄຕາ ທີ່ ທາງການ ກຳນົດໃຫ້. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:

"ກໍບໍ່ຮູ້ ເພາະວ່າ ສົ່ງອອກ ໄປວຽດນາມ ມັນຫຼາຍ ຈຳນວນເທົ່າໃດ ມັນກໍຢູ່ ກັບ ວຽດນາມ ສ່ວນມາກ ຢູ່ວຽດນາມ, ວຽດນາມ ກໍເອົາໄປຈີນ ໄມ້ໄດ້ ຣາຄາຕົກ ກໍແມ່ນຈີນ, ຈີນເຮັດ ແຕ່ກ່ອນ ມັນແພງ ດຽວນີ້ ມັນບໍ່ແພງ ຈີນ ບໍ່ຊື້ ກໍບໍ່ມີ ຣາຄາ".

ໄມ້ຂະຍຸງ ທີ່ ສົ່ງອອກໄປ ນັ້ນ ຈຳນວນນຶ່ງ ແມ່ນໄມ້ ທີ່ຕັດຈາກ ພື້ນທີ່ ໂຄງການ ພັທນາຕ່າງໆ ເປັນຕົ້ນ ການສ້າງເຂື່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາດ ໂດຍ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຈາກ ຣັຖບານລາວ ສ່ວນຫຼາຍ ຈະເປັນ ບໍຣິສັດ ຈີນ ແລະ ວຽດນາມ ເປັນຜູ້ ຕັດແລະສົ່ງ ໄມ້ ເຫລົ່ານັ້ນອອກ. ແຕ່ບໍຣີສັດ ດັ່ງກ່າວ ບໍ່ ປະຕິບັດ ຕາມກົດ ຣະບຽບ ຂອງຣັຖບານ ໃນການ ສົ່ງໄມ້ທ່ອນ ອອກຈາກ ລາວ.

ທ່ານ ກ່າວຕື່ມວ່າ ໃນທຸກມື້ນີ້ ໃນລາວ ຍັງເຫລືອ ໄມ້ຂະຍູງ ໃນປ່າ ພຽງເລັກນ້ອຍ ເທົ່ານັ້ນ ຍ້ອນວ່າ ກຸ່ມຄ້າໄມ້ທ່ອນ ລັກ ຕັດອອກ ໄປຂາຍ ຢ່າງຫຼວງຫຼາຍ ໃນຣະຍະ ທີ່ຜ່ານມາ ແລະ ທາງການລາວ ກໍບໍ່ມີ ຂໍ້ມູນ ຂອງຈຳນວນ ໄມ້ຂະຍູງ ໃນ ປ່າຢູ່ລາວ, ຍ້ອນວ່າ ຂາດງົປມານ ໃນການສຳຣວດ ທ່ານກ່າວ ເພີ້ມວ່າ:

"ກຳລັງເກັບກຳ ຂໍ້ມູນ ແຕ່ວ່າ ຕ້ອງເປັນ ພາກສ່ວນອື່ນ ເກັບກຳຂໍ້ມູນ ຍ້ອນວ່າລາວ ບໍ່ມີ ງົປມານ ສຳລັບ ເກັບກຳ ຂໍ້ມູນອັນນີ້ ບາງເທື່ອ ໄມ້ຂະຍູງ ກໍເກືອບຫມົດແລ້ວ ໃນລາວ ຄີດວ່າ  ແຕ່ວ່າໃນປ່າ ສງວນມີ ກັບ ປ່າຜລິດມີ".

ໄມ້ຂະຍູງ ເປັນໄມ້ ທີ່ຫວງຫ້າມ ໃນບັນຊີ ການຄ້າ, ການອະນຸຮັກ ສັດປ່າ ແລະ ພືດປ່າ ທີ່ກຳລັງ ຈະສູນພັນ ຂອງ ອົງການ CITES ໃນປີ 2013 ເນື່ອງຈາກ ພົບວ່າ ມີການສົ່ງ ໄມ້ຂະຍູງ ຈາກ ລາວ,ໄທ, ກຳພູຊາ ແລະ ວຽດນາມ ໄປຈີນ ຢ່າງຫຼວງຫຼາຍ ຣະຫວ່າງ ປີ 2000 ຫາ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.