ຣັຖບານອະນຸມັດຕັດໄມ້ ໃຊ້ໜີ້

ອຸ່ນແກ້ວ ສຸກສະຫວັນ
2015.10.19
F-Phousy ບໍຣິສັດ ພູສີ ຫລວງພຣະບາງ ກໍ່ສ້າງ
RFA/NY

ຫ້ອງວ່າການ ຣັຖບານ ໄດ້ອອກ ແຈ້ງການ ໃນ ວັນທີ 8 ຕຸລາ ວ່າດ້ວຍ ການ ຕັດໄມ້ 12,000 ແມັດກ້ອນ ເພື່ອ ໃຊ້ໜີ້ ໃນການ ກໍ່ສ້າງ ເສັ້ນທາງ ຢູ່ເຂດ ຊາຍແດນ ຕິດກັບ ວຽດນາມ ແລະ ກໍາພູຊາ ປະຈໍາ ສົກປີ 2014-15.

ຫ້ອງວ່າການ ຣັຖບານ ໄດ້ອອກແຈ້ງ ການເຖິິງ 6 ກະຊວງ ຮວມມີ, ກະຊວງ ປ້ອງກັນ ປະເທດ, ກະຊວງ ກະສິກັມ ແລະ ປ່າໄມ້, ກະຊວງ ອຸດສາຫະກັມ ແລະ ການຄ້າ, ກະຊວງ ການເງິນ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ໂຍທາ ທິການ ແລະ ຂົນສົ່ງ.

ແຈ້ງການ ດັ່ງກ່າວ ແມ່ນອີງໃສ່ ຂໍ້ຕົກລົງ ແລະ ການຊີ້ນໍາ ຂອງ ນາຍົກ ຣັຖມົນຕຣີ ທ່ານ ທອງສິງ ທໍາມະວົງ ແລະ ຮອງ ນາຍົກ ຣັຖມົນຕຣີ ຜູ້ຊີ້ນໍາ ວຽກງານ ເສຖກິດ ແລະ ຈໍລະຈອນ.

ອີງຕາມ ຂໍ້ຕົກລົງ ດັ່ງກ່າວ ຣັຖບານ ໄດ້ໂອນ ໂຄງການ ກໍ່ສ້າງ ເສັ້ນທາງ ຍຸທສາດ ຊາຍແດນ ລາວ ວຽດນາມ ກໍາພູຊາ ໃຫ້ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເປັນ ຜູ້ຮັບ ຜິດຊອບ ຫລັງຈາກ ທີ່ ຜ່ານມາ ແມ່ນ ກົມ ຊ່າງແສງ ກະຊວງ ປ້ອງກັນ ປະເທດ ເປັນຜູ້ ຮັບຜິດຊອບ.

ນອກຈາກ ນີ້ ຣັຖບານ ລາວ ຍັງມີການ ແຕ່ງຕັ້ງ ຄນະ ກັມມະການ ລົງ ກວດກາ ແຕ່ລະ ໜ້າວຽກ ຮວມທັງ ການປະເມີນ ມູນຄ່າ ໂຄງການ ກໍ່ສ້າງ ເສັ້ນທາງ ຍຸທສາດ ດັ່ງກ່າວ, ສ່ວນວ່າ ການຈ່າຍໜີ້ ການກໍ່ສ້າງ ເສັ້ນທາງ ຍຸທສາດ ນັ້ນ ໃຫ້ເອົາເຂົ້າ ຢູ່ໃນ ແຜນ ງົບປະມານ 5 ປີ ຄັ້ງທີ 8.

ນອກຈາກນີ້ ແຈ້ງການ ຍັງຣະບຸ ວ່າ ຈໍານວນ ໄມ້ 20,000 ແມັດກ້ອນ ທີ່ ມີການ ຂຸດຄົ້ນ ຢູ່ ແຂວງ ອັດຕະປື ນັ້ນ ຈະຖືກ ມອບໂອນ ໃຫ້ ກະຊວງ ອຸດສາຫະກັມ ແລະ ການຄ້າ ສົມທົບ ກັບ ແຂວງ ອັດຕະປື ເພື່ອ ປະມູນ ຂາຍ ແຕ່ ກ່ອນຈະຂາຍ ຈະຕ້ອງ ມີການ ປຸງແຕ່ງ ໃຫ້ ເປັນ ຜລິຕພັນ ໄມ້ ສໍາເຣັດຮູບ ກ່ອນຈະສົ່ງ ອອກ.

ເງິນ ຣາຍຮັບ ທີ່ໄດ້ ມາຈາກການ ຂາຍໄມ້ ນັ້ນ ແມ່ນ ໃຫ້ມີການ ຈົດຮັບ ຈົດຈ່າຍ ກັບ ບໍຣິສັດ ພູສີ ຫຼວງພຣະບາງ ກໍ່ສ້າງ ຂົວ-ທາງ ຈໍາກັດ, ຊຶ່ງ ເປັນຜູ້ ທີ່ໄດ້ຮັບ ສໍາປະທານ ການຕັດໄມ້ ແລະ ກໍ່ສ້າງ ເສັ້ນທາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.