ໄຟຟ້າລາວຖແລງຂ່າວ

ອຸ່ນແກ້ວ ສຸກສະຫວັນ
2016.05.25
F-electricity ຣັຖວິສຫະກິຈໄຟຟ້າລາວ ໃຫ້ການຖແລງຂ່າວ ຕໍ່ສື່ມວລຊົນ ເພື່ອໄຂຂໍ້ຂ້ອງໃຈ ປະຊາຊົນ
Courtesy of Tholakhong

ໃນວັນທີ 24 ພຶສພາ ຣັຖວິສຫະກິຈ ໄຟຟ້າລາວ ໄດ້ຈັດ ຖະແຫລງຂ່າວ ຕໍ່ ສື່ມວລຊົນ ແລະ ຕອບຄຳຖາມ ຂອງ ສື່ມວລຊົນ ຢູ່ ນະຄອນຫຼວງ ວຽງຈັນ. ໃນນັ້ນ ບັນດາ ນັກຂ່າວ ໄດ້ຖາມ ກ່ຽວກັບ ສາເຫດ ຄ່າໄຟແພງ, ການຄິດໄລ່ ຄ່າໄຟຟ້າ ແລະ ຖາມເຖີງ ຄວາມເໝາະສົມ ໃນການຂຶ້ນ ຄ່າໄຟຟ້າ. ດັ່ງ ນັກຂ່າວ ທ່ານນຶ່ງ ໄດ້ຖາມວ່າ:

"ໂຕທີນຶ່ງທີ່ ທຸກຄົນຮູ້ເນາະ ກໍຄືໝໍ້ໄຟ ອາຊຽນ ໝົດທຸກຄົນຮູ້ ທົ່ວໂລກຮູ້ ແຕ່ເປັນຫຍັງ ປະຊາຊົນລາວ ຜູ້ທີ່ເປັນ ເຈົ້າຂອງ ໝໍ້ໄຟ ຈຶ່ງຕ້ອງຈ່າຍ ຄ່າໄຟແພງ ຄຳຖາມ ທີສອງ ເອົາຫລັກການ ອັນໃດມາ ຄິດໄລ່ ກະແສ ໄຟຟ້າ ມັນແຕກຕ່າງ ອັນໃດແດ່ ມັນແຕກຕ່າງ ກັນແບບໃດ. ສ່ວນຄຳຖາມ ທີສາມ ແມ່ນແນ່ນອນ ເນາະ ການຂຶ້ນຄ່າ ໄຟຟ້າ ມັນຈະເປັນ ຜົນກະທົບ ບໍ່ສະເພາະແຕ່ ຄົວເຮືອນ ແຕ່ມັນເປັນ ຜົນກະທົບ ຕໍ່ຣະບົບ ຕໍ່ຄ່າໃຊ້ຈ່າຍ ແລະ ຄ່າຄອງຊີບ ຊຶ່ງ ປັດຈຸບັນ ນີ້ ເສຖກິຈ ເຮົາຝືດເຄືອງ ທີ່ສຸດ ແຕ່ເຮົາ ຊໍ້າພັດຂຶ້ນ ຄ່າໄຟຟ້າ ມັນເໝາະສົມ ແລ້ວຫລືຍັງ".

ນັກຂ່າວ ທ່ານນີ້ ຍັງໄດ້ຖາມ ຕື່ມອີກກ່ຽວກັບ ເລື້ອງການຂຶ້ນ ຄ່າໄຟຟ້າ ສົມທຽບ ກັບເງິນເດືອນ ພະນັກງານ ແລະ ປະຊາຊົນ, ແລະການຂຶ້ນ ຄ່າໄຟ້ຟ້າ ໄດ້ຜ່ານ ສະພາ ຫລືບໍ່. ດັ່ງຍານາງ ຖາມວ່າ:

"ແລ້ວ ຄຳຖາມທີ ສີ່ ເນາະ ການຂຶ້ນຄ່າ ໄຟຟ້າ ແຕ່ລະຄັ້ງ ເຮົາໄດ້ມີ ເອົາຣາຍຮັບ ຕົວຈິງ ຂອງ ພະນັກງານ ແລະ ຂອງ ປະຊາຊົນ ມາຄິດໄລ່ ມາດຕະເກນ ວ່າຈະຂຶ້ນ ຄ່າໄຟຟ້າ ແບບໃດບໍ່ ແລ້ວ ອີກຄຳຖາມ ນຶ່ງ ການຂຶ້ນ ຄ່າໄຟຟ້າໂຕນີ້ ໄດ້ຜ່ານ ສະພາ ບໍ່".

ອີງຕາມ ຜູ້ທີ່ເຂົ້າຮ່ວມ ການຖະແຫລງຂ່າວ ໄດ້ຮູ້ວ່າ ເຈົ້າໜ້າທີ່ ໄຟຟ້າລາວ ໃຫ້ ເຫດຜົນວ່າ ສາເຫດ ທີ່ຕ້ອງຂຶ້ນ ຄ່າໄຟຟ້າ ຄື:

1.ແມ່ນຄ່າໄຟຟ້າ ຢູ່ ປະເທດລາວ ຍັງຖືກຢູ່ ຖ້າທຽບໃສ່ 9 ປະເທດ ອາຊຽນ ແລະ ຈຳເປັນ ຕ້ອງໄດ້ຂຶ້ນ ເພື່ອ ໃຫ້ແທດເໝາະ,

2. ແມ່ນໃນເດືອນ ເມສາ ຜ່ານມາ ເປັນເດືອນທີ່ ອາກາດຮ້ອນຫຼາຍ ດັ່ງນັ້ນ ປະຊາຊົນ ຈື່ງ ໃຊ້ໄຟຫຼາຍ ແບບບໍ່ຮູ້ໂຕ,

3: ເກີດຄວາມຜິດພາດ ນຳ ພະນັກງານ ຈົດເລກ ຢູ່ໝໍ້ນັບໄຟ.

ແຕ່ໃນເວລາ ດຽວກັນ ຊາວນະຄອນຫຼວງ ວຽງຈັນ ກໍໃຫ້ ຄຳເຫັນວ່າ ຄຳຕອບ ຂອງ ເຈົ້າໜ້າທີ່ ໄຟຟ້າລາວ ບໍ່ສົມເຫດ ສົມຜົນ, ດັ່ງທ່ານ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ມັນບໍ່ ສົມເຫຕສົມຜົນ ຫັ້ນເນາະ ລະກະໄດ້ຍິນ 3 ຫົວຂໍ້ໃຫ່ຽ ກະຄື ເນາະ, ທາງບໍລິສັດ ໄຟຟ້າລາວ ບອກວ່າ ປະຊາຊົນ ໃຊ້ໄຟຟ້າ ເກີນກຳນົດ ແບບບໍ່ຮູ້ໂຕ ເນາະ ອັນນີ້ຄ້າຍໆ ແບບວ່າ ເປັນການ ແກ້ໂຕໄດ໋ ບໍ່ມີການແກ້ໄຂ ຫັ້ນນ່າ ເຈົ້າ".

ຣັຖວິສຫະກິຈ ໄດ້ຂຶ້ນຄ່າໄຟຟ້າ 2 ເປີເຊັນ ຕໍ່ປີ ຊຶ່ງໄດ້ເລີ້ມ ແຕ່ປີ 2013 ຈົນໄປຮອດ ປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.