ແຜນພັທນາຂອງຣັຖບານ ຊຸດໃໝ່

ສິດນີ
2016.04.24
F-BounNhang ທ່ານ ບຸນຍັງ ວໍຣະຈິດ ປະທານປະເທດ ສປປ ລາວ ກ່າວ ໃນກອງປະຊຸມ ສະພາແຫ່ງຊາດ ຊຸດທີ 8 ຄັ້ງປະຖົມມະເລີກ
Screen captured from Lao national assembly video

ກອງປະຊຸມ ຄັ້ງທໍາອິດ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ໄດ້ ສິ້ນສຸດລົງ ໃນວັນສຸກ ຜ່ານມາ ດ້ວຍການ ອອກສຽງ ເຫັມພອ້ມ ໃນແຜນພັທນາ ເສຖກິຈ-ສັງຄົມ ຂອງ ຣັຖບານ ໃນ 5 ປີ ຂ້າງຫນ້າ ຄືປີ 2016 ຫາປີ 2020, ກົນໄກ ໃນການ ປະຕິບັດງານ 10 ປີ ຈາກປີ 2016 ຫາ ປີ 2025 ແລະ ວິສັຍທັສ 15 ປີ ຣະຫວ່າງ ປີ 2016 ຫາປີ 2030.

ແຜນພັທນາ ເສຖກິຈ-ສັງຄົມ ສປປລາວ ດັ່ງກ່າວ ມີເປົ້າໝາຍ ໃນການ ເຮັດໃຫ້ ເສຖກິດ ເຕີບໂຕ ບໍ່ຕ່ຳກວ່າ 7.5% ໃນ ແຕ່ລະປີ ແລະ ເຮັດໃຫ້ ລາວ ຫລຸດພົ້ນຈາກ ການເປັນ ປະເທດ ດ້ອຍພັທນາ ໃຫ້ໄດ້ໃນ ປີ 2020.

ນອກຈາກນັ້ນ ແຜນພັທນາ ເສຖກິດ ດັ່ງກ່າວ ຍັງມີເປົ້າໝາຍ ຈະເພີ້ມຣາຍໄດ້ ຕໍ່ຄອບຄົວ ໃນ ແຕ່ລະປີ ຈາກ 1,970 ໂດລາ ໃນ ປັດຈຸບັນ ໃຫ້ເປັນ 3,190 ໂດລາ ຕໍ່ ຄອບຄົວ ໃນປີ 2020, ໃນຂນະທີ່ ປະຊາກອນ ລາວ ຈະເພີ້ມຂື້ນ ກາຍ 7 ລ້ານ ຄົນ.

ເປົ້າໝາຍ ອີກອັນນື່ງ ທີ່ສຳຄັນ ໃນແຜນ ພັທນາ ເສຖກິຈນັ້ນ ກໍແມ່ນວ່າ ຈະເຮັດໃຫ້ ສະພາບ ຄວາມທຸກຍາກ ໃນລາວ ຫລຸດລົງ ຕ່ຳກວ່າ 5% ໃນປີ 2020.

ໃນ ວິສັຍທັສ 15 ປີ ຈາກປີ 2016 ຫາປີ 2030 ຣັຖບານລາວ ມີເປົ້າໝາຍ ຢາກເຮັດໃຫ້ ຄົນລາວ ກາຍເປັນ ປະຊາຊົນ ທີ່ ມີຣາຍໄດ້ ຣະດັບກາງ ແລະ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດ ອຸດສາຫະກັມ ຫລື ປະເທດ ທີ່ ພັທນາ ໃຫ້ໄດ້ ໃນປີ 2030.

ແຕ່ເຖິງຢ່າງໃດ ກໍຕາມ, ທຸກຢ່າງ ກໍເປັນພຽງແຕ່ ແຜນພັທນາ ເສຖກິຈ-ສັງຄົມ ຂອງ ສປປລາວ ໃນ 5 ປີ ຂ້າງຫນ້າ ແຕ່ ສະພາບ ຕົວຈິງນັ້ນ ນັກວິເຄາະ ເວົ້າວ່າ, ບັນຫາ ທີ່ທ້າທາຍ ກໍຍັງມີຢູ່ ຖ້ວມລົ້ນ, ເຊັ່ນ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ ຣັຖ ທີ່ ທາງການລາວ ບໍ່ສາມາດ ແກ້ໄຂໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.