ມ.ສັມພັນ ມີຜູ້ລັກ ປູກຝິ່ນ

ອຸ່ນແກ້ວ ສຸກສະຫວັນ
2017.12.08
f-poppies ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC
Poppy field. Photo: UNODC

ປະຊາຊົນຈຳນວນນຶ່ງ ຢູ່ເມືອງສຳພັນ ແຂວງຜົ້ງສາລີ ຍັງລັກລອບປູກຝິ່ນ ເຖິງວ່າປະຣິມານການປູກຝິ່ນ ຈະຫລຸດລົງ ຈາກປີທີ່ຜ່ານມາ ກໍຕາມ. ດັ່ງເຈົ້າໜ້າທີ່ ຜູ້ທີ່ບໍ່ປະສົງອອກຊື່ ທ່ານ ນຶ່ງກ່າວ ໃນວັນທີ 7 ທັນວາ ນີ້ ວ່າ:

"ຕົ້ນຝິ່ນນີ້ບໍ ເຂົາລົບລ້າງນະດຽວນີ້ນໍ້ ເຂົາລົບລ້າງໄດ໋ດຽວນີ້ ປີກາຍຍັງມີຢູ່ ດຽວນີ້ລົບລ້າງແລ້ວ ຖ້າປູກກໍມີບ່ອນບາງສ່ວນທີ່ເຂົາລັກລອບ ຫັ້ນ ສ່ວນຫລາຍຈະເປັນຊາວເຜົ່າມົ້ງ ຊາວເຜົ່ານີ້ແຫລະ ຍັງມີຍັງມີ ຣັຖບານເພິ່ນ ກໍປາບແລ້ວ ບໍ່ໃຫ້ມີອັນສິ່ງເສບຕິດນີ້ ເພິ່ນກໍປາບ ແຕ່ ເລື້ອງຝິ່ນ ນີ້ຍັງມີ ຍັງມີບາງສ່ວນນະ ກໍຫາກມີສ່ວນນ້ອຍນະ."

ເຈົ້າໜ້າທີ່ທ່ານນີ້ ອະທິບາຍຕື່ມອີກວ່າ ແຕ່ກ່ອນໃນເຂດຊົນເຜົ່າ ຫ່າງໄກຕົວເມືອງ ນັ້ນປະຊາຊົນປູກຝິ່ນກັນຫລາຍ ແລະ ປູກກັນແບບ ຈະແຈ້ງ ແຕ່ມາຮອດປັດຈຸບັນ ການປູກລັກສນະ ນັ້ນບໍ່ມີອີກແລ້ວ ຍ້ອນວ່າເຈົ້າໜ້າທີ່ປາບປາມ ແລະນອກຈາກນີ້ ເຈົ້າໜ້າທີ່ ກະສິກັມ ກໍລົງມາຊຸກຍູ້ໃຫ້ຊາວບ້ານ ຫັນມາປູກພືດແນວອື່ນ ເປັນອາຊີບເພື່ອທົດແທນ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່, ຈຳນວນເນື້ອທີ່ປູກຝິ່ນໃນປີທີ່ຜ່ານມາ ປະມານ 100 ເຮັກຕາແຕ່ປີນີ້ເຫຼືອພຽງແຕ່ 50 ເຮັກຕາ ແລະມັນເປັນ ເລື້ອງຍາກ ທີ່ຈະລົບລ້າງໃຫ້ໝົດໄປ ເພາະວ່າ ຕ້ອງໃຊ້ເວລາ. ດັ່ງທ່ານກ່າວຕື່ມອີກວ່າ:

"ແນວທາງການແກ້ໄຂນີ້ ປັດຈຸບັນພວກເຮົາພະຍາຍາມຊິຊອກອາຊີບ ສ້າງສິ່ງທີ່ມີລາຍໄດ້ໃຫ້ຂະເຈົ້ານັ້ນແຫຼະເນາະ ປູກພວກສາລີນີ້ແຫຼະ ເນາະ ກວາດລ້າງມັນບໍ່ໄດ້ດອກ ທຶນຊ່ວຍເຫລືອທາງຣັຖບານແທ້ໆ ມັນມີຈຳນວນໜ້ອຍ ຄືວ່າຫັ້ນແຫລະ ມັນໄປ ບໍ່ທົ່ວບໍ່ເຖີງ."

ເຈົ້າໜ້າທີ່ກ່າວຕື່ມອີກວ່າ ປັດຈຸບັນທາງການທ້ອງຖິ່ນ ທັງພາກສ່ວນຕຳຣວດກະສິກັມ ແລະ ໜ່ວຍງານສາກົນ ເຖີງວ່າຈະພຍາຍາມແກ້ໄຂ ບັນຫາການລັກລອບ ປູກຝິ່ນກໍຕາມ ແຕ່ກໍຍັງບໍ່ໝົດໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.