ສຳປະທານ ດິນ ປູກ ຢາງພາຣາ ບໍ່ກຸ້ມຄ່າ

ອຸ່ນແກ້ວ ສຸກສະຫວັນ
2017.12.19
f-rubber ສວນຢາງພາລາ ຢູ່ພາກເໜືອ ຂອງລາວ
RFA

ໃນກໍຣະນີ ທີ່ຣັຖບານ ໄດ້ອະນຸມັດໃຫ້ ບໍຣິສັດ ກາວຊູ ກວາງຈີ ຂອງວຽດນາມ ສຳປະທານ ປູກຢາງພາຣາ ໃນເນື້ອທີ່ 500 ເຮັກຕາ ຢູ່ ເມືອງສະໝ້ວຍ ແຂວງສາລະວັນ ເປັນເວລາ 30 ປີ ນັ້ນປະຊາຊົນ ເຫັນວ່າຍັງບໍ່ກຸ່ມຄ່າ. ດັ່ງປະຊາຊົນ ແຂວງຈຳປາສັກ ທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຍເສຣີ ໃນວັນທີ 14 ທັນວາ ວ່າ:

"ມີແຕ່ແບບຮັບໃຊ້ ຜົນປະໂຫຍດແບບບໍຣິສັດ ຫັ້ນໄດ້ຢູ່ ຫາກເບິ່ງປະຊາຊົນນີ້ ມັນບໍ່ໄດ້ບາດນີ້ ເມື່ອເຈົ້າໄປຮັບໃຊ້ [ກີດຢາງ] ຢູ່ຫັ້ນມື້ນຶ່ງ ໄດ້ບໍ່ຮ້ອຍໂລ ມັນບໍ່ໄດ້ ມັນບໍ່ກຸ້ມຄ່າດອກ ມັນບໍ່ໄດ້ດອກ ເລື້ອງຢາງພາຣາ ນີ້ ມັນຫລຸບ [ທຶນ] ".

ຖ້າລາຄາຢາງພາຣາ ສູງຂຶ້ນ ບໍຣິສັດກໍຈະໄດ້ຮັບ ຜົນປະໂຫຍດ, ແຕ່ປະຊາຊົນ ກໍບໍ່ໄດ້ຮັບຄ່າຈ້າງ ເພີ້ມຂຶ້ນ ແຕ່ຢ່າງໃດ, ດັ່ງປະຊາຊົນ ທ່ານນີ້ ໄດ້ກ່າວຕື່ມອີກວ່າ:

"ຊິສູງຫລືຕ່ຳ ກະແມ່ນເລື້ອງບໍຣິສັດລະແມ່ນໄດ້ ໃຫ້ເຂົ້າໃຈແນວນັ້ນ ບໍ່ແມ່ນເລື້ອງປະຊາຊົນ, ປະຊາຊົນ ຄືແຮງງານ ເຂົາກະຈ້າງຊ່ຳນັ້ນ ຫັ້ນແຫຼະ ເຂົາກຳໄລແຕ່ບໍຣິສັດຫັ້ນແຫຼະ ເບື້ອງປະຊາຊົນມັນຄືເກົ່າ ຍົກໂຕຢ່າງ ບໍຣິສັດແຕ່ລະບໍຣິສັດ ຄືປັດຈຸບັນ ອອກແຮງງານ ມີແຕ່ 37 ພັນກີບ ໝົດມື້ ອອກແຮງງານ ໄດ້ເງິນຊ່ຳນັ້ນ ມັນກຸ່ມຄ່າບໍ."

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ແຂວງ, ໂຄງການດັ່ງກ່າວນັ້ນ ໄດ້ໃຫ້ສຳປະທານໄປກ່ອນໜ້ານີ້ ປະມານ 10 ປີ ແລ້ວຫາກໍ່ມາເຊັນສັນຍາກັນ ຕາມພາຍຫລັງ. ສະນັ້ນ ທາງການລາວ ຈຳເປັນຕ້ອງໄດ້ສືບຕໍ່ ຍ້ອນວ່າ ມັນເປັນພືດໄລະຍາວ ແລະ ໃນຕໍ່ໜ້າ ລາຄາມັນອາດຈະສູງຂຶ້ນ, ດັ່ງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາຣະວັນ ໄດ້ກ່າວຕໍໍ່ເອເຊັຍເສຣີ ໃນວັນທີ 13 ທັນວາ ວ່າ:

"ບ່ອນໃດ ທີ່ໄດ້ປູກຜ່ານມາແລ້ວ ພວກເຮົາຊິຖາງຖິ້ມມັນກະບໍ່ເປັນ ເພາະວ່າ ຢາງພາຣາ ມັນເປັນພືດຊິນິດຍາວນານເດ້ ສົມມຸດວ່າ 5 ປີ ໜິລາຄາມັນຈະຕົກ ອີກ 10 ຂ້າງໜ້າ ພວກເຮົາກະຍັງບໍ່ຮູ້ ລາຄາມັນຈະຊ່ຳເກົ່າ ຫລືວ່າມັນຈະຂຶ້ນອີກ ຄັນຊັ້ນບ່ອນໃດ ໄດ້ປູກແລ້ວ ພວກເຮົາຮັກສາໄວ້ ປີໃດ ລາຄາມັນດີ ກະຖືວ່າເສຖກິດເຂັ້ມແຂງ."

ພາຍຫຼັງທີ່ອະນຸມັດໄປແລ້ວ ຖ້າໂຄງການໃດມີປະສິດທິຜົນ ກໍຈະໃຫ້ສືບຕໍ່ ແຕ່ຖ້າບໍ່ມີປະສິດທິຜົນ ແຂວງກໍຈະລຶບລ້າງ. ດັ່ງ ທ່ານ ວິຊຽນ ຮອງເຈົ້າແຂວງສາລະວັນ ກ່າວຕໍ່ເອເຊັຍເສຣີ ອີກວ່າ:

"ພາຍຫລັງທີ່ວ່າ ພວກອະນຸມັດ ອະນຸຍາດໄປແລ້ວ ຖ້າຫາກເຫັນວ່າ ໂຄງການໃດ ມີປະສິດທິຜົນ ກະຖືວ່າພວກເຮົາສືບຕໍ່ ແລະ ພວກເຮົາ ໃຫ້ມັນຖືກລະບຽບຫລັກການ ຖືວ່າມາເຊັນບົດບັນທຶກສັນຍາ ໄປຕາມຂັ້ນຕອນການລົງທຶນ ຖ້າຫາກເຫັນວ່າຂະເຈົ້າ ປະຕິບັດ ບໍ່ມີປະສິດທິຜົນ ລະກະພວກເຮົາ ບໍ່ເຮັດເລີຍ ລຶບລ້າງເລີຍ."

ໂຄງການດັ່ງກ່າວມີມູນຄ່າປະມານ 10 ລ້ານໂດລາ ຊຶ່ງຣັຖບານຫາກໍ່ເຊັນສັນຍາ ໃຫ້ສຳປະທານຢ່າງເປັນທາງການ ໃນວັນທີ 29 ພຶສຈິກາ ທີ່ຜ່ານມາ.

ການປູກຢາງພາຣາ ເລີ້ມເຂົ້າມາຢູ່ໃນປະເທດລາວ ນັບແຕ່ປີ 1994 ເປັນຕົ້ນມາ ຢູ່ແຂວງ ຫລວງນ້ຳທາ ພາກເໜືອຂອງປະເທດລາວ ຫລັງຈາກນັ້ນ ກໍເລີ້ມຂະຫຍາຍໄປ ຫລາຍແຂວງ ແລະ ເນື້ອທີ່ດິນ ປູກຢາງພາຣາ ຢູ່ປະເທດລາວ ມີທັງໝົດ 3 ແສນ ເຮັກຕາ. ອີງຕາມຂໍ້ມູນ ຈາກກະຊວງຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ອນທີ່ຣັຖບານລາວ ຈະມີຄຳສັ່ງໂຈະ ໃຫ້ການສຳປະທານ ປູກຢາງພາຣາ ໃນປີ 2012.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.