ແຂວງພາກໃຕ້ຈະປະມູນ ໄມ້

ສິດນີ
2016.12.06
f-logs ໄມ້ ໃນປ່າ ຂອງປະເທດລາວ ທີ່ຖືກຕັດລົງ ຜົນສຸດທ້າຍ ກໍກາຍເປັນສິນຄ້າ ໃຫ້ກຸ່ມຄ້າໄມ້
RFA/NY

ແຂວງສາຣະວັນ ແລະ ແຂວງຈຳປາສັກ ຈະປະມູນ ໄມ້ທ່ອນ ທີ່ຍຶດໄດ້ ໃນໄວໆນີ້ ຕາມຄຳສັ່ງ ຂອງຣັຖບານ ທີ່ໃຫ້ທຸກແຂວງ ປະມູນໄມ້ ທີ່ຍືດໄດ້ ເພື່ອຫາຣາຍໄດ້ ໃຫ້ ຣັດ. ແຂວງສາຣະວັນ ການປະມູນໄມ້ ຄັ້ງນີ້ ຈະມີໄມ້ ຫຼາຍຊນິດ ສ່ວນໃຫຍ່ ຈະເປັນໄມ້ ທີ່ຍຶດໄດ້ ແລະ ໄມ້ທີ່ຕັດ ຈາກປ່າ ທັມມະຊາດ ບາງສ່ວນ ເພື່ອເອົາມາ ປະມູນ. ການປະມູນ ຈະມີຂຶ້ນ ໃນວັນທີ 9 ທັນວາ 2016 ນີ້. ດັ່ງ ເຈົ້າຫນ້າທີ່ ແຂວງ ສາຣະວັນ ທ່ານນື່ງ ຜູ້ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້ວ່າ:

"ເຮັດເປີດວັນທີ 9 ມັນຈະມີ ສອງງວດນະ ແຕ່ວ່າ ຕອນເຊົ້ານີ້ ຈະເປັນໄມ້ ກັກຍຶດນະ ສ່ວນຫຼາຍ ແລ້ວມີໄມ້ດູ່ ໄມ້ຫວງຫ້າມ ໄມ້ ທີ່ກວດ ຍຶດໄດ້ ນີ້ ປີນີ້ຫຼາຍເຕີບ ແຫຼະ ປະມານ 6-7ພັນ ແມັດກ້ອນ ນີ້ແຫຼະ ແຕ່ວ່າ ຕອນແລງນີ້ ຈະມີໄມ້ ບຸກເບີກ ເນື້ອທີ່ນາ ໄມ້ທີ່ຂຸດຄົ້ນ ອອກຈາກປ່າ ທັມມະຊາດ ຫຼາຍຢູ່ ຫຼາຍໆ ມີຫຼາຍເຕີບ".

ທ່ານກ່າວຕື່ມວ່າ ໃນເວລານີ້ ມີບໍຣິສັດໄມ້ ແປຮູບ ຈາກແຂວງ ສວັນນະເຂດ ແລະ ບໍຣິຄຳໄຊ ມາຕິດຕໍ່ ປະມູນ ປະມານ 4-5 ບໍຣິສັດ ແລ້ວ ຊື່ງເປັນ ບໍຣິສັດໄມ້ ຢູ່ຕ່າງແຂວງ ທັງຫມົດ.

ທ່ານວ່າ ການປະມູນໄມ້ ເທື່ອນີ້ ທາງແຂວງ ຕ້ອງໄດ້ເປີດ ເປັນສອງຮອບ ຍ້ອນວ່າ ໄມ້ ທີ່ຈະ ປະມູນນັ້ນ ມີສອງປະເພດ, ໄມ້ປະເພດນຶ່ງ ຈະປະມູນ ຕອນເຊົ້າເປັນ ໄມ້ຫວງຫ້າມ ເຊັ່ນໄມ້ດູ່ ໄມ້ແຄນ ແລະໄມ້ສັກ ທັງຫມົດ ຖືກຍຶດໄດ້ ມີຢູ່ປະມານ 6-7 ພັນ ລູກບາດແມັດກ້ອນ ສ່ວນຕອນແລງ ຈະເປີດປະມູນ ໄມ້ ປະເພດສອງ ເປັນໄມ້ ທີ່ຖືກຕັດມາຈາກ ປ່າ ທັມມະຊາດ ມີຢູ່ປະມານ 5-6 ຮ້ອຍ ລູກບາດແມັດກ້ອນ ມີໄມ້ຢາງ ໄມ້ແຕ້ຄ່າ ແລະ ໄມ້ເນື້ອອ່ອນ ປະເພດຕ່າງໆ. ການປະມູນ ຈະຈັດຂື້ນ ເລື້ອຍໆ ຈົນກວ່າໄມ້ ຈະຫມົດ.

ສຳລັບ ແຂວງຈຳປາສັກ ເຈົ້າຫນ້າທີ່ ເວົ້າວ່າ:

"ຈຳປາສັກນີ້ ໄມ້ທີ່ເປີດ ໃນການປະມູນ ມັນກໍມຫຼາຍຢູ່ ແຕ່ວ່າ ການກວດກາ ໄມ້ ທີ່ຄ້າງສນາມ ເຮົາມັນບໍ່ທັນ ສຳເຣັດ ອາດຈະເຮັດໃຫ້ ເຄື່ອນຕໍ່ໄປເຣື້ອງໄມ້ນີ້ ເຮົາມີໄມ້ ຢູ່ໃນເຂດ ທີ່ຂຸດຄົ້ນ ອອກມາຈາກເຂດ ອ່າງເກັບນ້ຳ ເຊປ່ຽນ ເຊນ້ຳນ້ອຍ ມັນກໍຈະມີຢູ່ ຫມື່ນກວ່າຄີວ ແຕ່ວ່າມັນ ຈະເປັນໄມ້ ຄຸ້ມຄອງ ໄມ້ເນື້ອອ່ອນ ໄມ້ ກໍ້ແດງ ແລ້ວນອກນັ້ນຈະເປັນໄມ້ ທີ່ຕ້ອງຜ່ານ ການດຳເນີນ ຄະດີ ພວກໄມ້ປະດູ່ ໄມ້ຫຍັງນີ້ ເປັນສ່ວນໃຫຍ່".

ເຖິງຢ່າງໃດກໍຕາມ ກ່ຽວກັບ ການປະມູນ ໄມ້ ຂອງຣັຖບານ ກໍມີສຽງ ວິພາກ ວິຈານ ຈາກສື່ສັງຄົມ ອອນລາຍ ແລະ ປະຊາຊົນ ທ້ອງຖິ່ນ ຢ່າງຕໍ່ເນື່ອງ ກຸ່ມດັ່ງກ່າວ ຢາກໃຫ້ ຣັຖບານ ເອົາໄມ້ ມາສ້າງໂຮງຮຽນ ໂຮງຫມໍ ໃຫ້ຊາວບ້ານ ຈະດີກວ່າ ຍ້ອນວ່າ ປະຈຸບັນ ໃນເຂດ ຊົນນະບົດ ຍັງບໍ່ມີ ໂຮງຮຽນ ແລະ ໂຮງຫມໍ ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.