ທາງການຍັງຄວບຄຸມໄມ້ ບໍ່ໄດ້

ຈໍາປາທອງ
2016.06.27
F-Rosewood ໄມ້ຂະຍຸງ ຢູ່ບ້ານນາເຕີຍ ແຂວງຫຼວງນໍ້າທາ ເມສາ 2015
RFA

ມາເຖິງປັດຈຸບັນ ການຄວບຄຸມ ການສົ່ງໄມ້ ອອກຈາກ ສປປລາວ ໄປ ຕ່າງປະເທດ ຍັງມີຄວາມ ຫຍຸ້ງຍາກ ຫຼາຍດ້ານ ເຖິງມີ ຄຳສັ່ງຫ້າມ ຂອງ ນາຍົກ ຣັຖມົນຕຣີ ແລ້ວກໍຕາມ. ຄວາມຫຍຸ້ງຍາກ ທີ່ວ່ານັ້ນ ມີຮວມທັງ ເຈົ້າໜ້າທີ່ ປ່າໄມ້ ທີ່ ປະຕິບັດ ຢູ່ພາກສນາມ ບໍ່ພຽງພໍ ແລະ ເຈົ້າໜ້າທີ່ ພາສີ ຢູ່ດ່ານ ຊາຍແດນ ກໍບໍ່ຮູ້ ໂຄຕາ ການສົ່ງໄມ້ອອກ. ຕາມການເປີດເປີຍ ຂອງ ເຈົ້າໜ້າທີ່ ຣະດັບສູງ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຕໍ່ RFA ໃນວັນທີ 24 ມິຖຸນາ 2016:

"ມັນມີຄົນໄປ ລັກລອບຕັດ ຢູ່ທີ່ປ່າສງວນ ແຫ່ງຊາດ ໂດຍຮວມແລ້ວ ກໍເປັນຊາວບ້ານ ແລະ ກໍເປັນປະເທສ ໃກ້ຄຽງ ເພື່ອນບ້ານ ເຂົາ ຈະມາ ລັກລອບ ຕົວນີ້ ເພາະວ່າ ເຈົ້າໜ້າທີ່ ປ່າໄມ້ ຈະບໍ່ມີ ຫຼາຍຢູ່ລາວ ຕົວຢ່າງ ເນື້ອທີ່ 200 ເຮັກຕາ ມັນກະກວ້າງ ບໍ່ມີ ພະນັກງານ ເຈົ້າໜ້າທີ່ ດູແລ ທົ່ວເຖິງ ຍັງມີຊ່່ອງວ່າງ ໃຫ້ຜູ້ ລັກລອບ ໄດ້".

ທ່ານເວົ້າວ່າ ການກວດກາ ການນຳເຂົ້າ ແລະ ສົ່ງໄມ້ອອກ ຢູ່ດ່ານ ຊາຍແດນລາວ ຍັງບໍ່ ເຂັ້ມງວດ ພໍເທົ່າໃດ ຍ້ອນວ່າ ບໍ່ມີ ເຈົ້າໜ້າທີ່ ປ່າໄມ້ ປະຈຳດ່ານ ແລະ ເຈົ້າໜ້າທີ່ ພາສີ ກໍບໍ່ຮູ້ ຣະບຽບການ ຂອງຂແນງ ປ່າໄມ້ ຈຶ່ງປ່ອຍໃຫ້ ມີການ ສົ່ງໄມ້ອອກ ເກີນ ໂຄຕາ ຊຶ່ງ ປັດຈຸບັນ ກຳລັງ ມີການແກ້ໄຂ ກັນຢູ່.

ອີກສາເຫດ ນຶ່ງ ທີ່ເຮັດໃຫ້ ການສົ່ງ ໄມ້ອອກ ຍັງມີຫຼາຍ ກໍຍ້ອນວ່າ ຍັງມີການ ສ້າງເຂື່ອນ ຫຼາຍແຫ່ງ, ສ້າງຖນົນ ຫຼາຍສາຍ ເຮັດໃຫ້ ມີການຕັດໄມ້ ເປັນຈຳນວນ ຫຼວງຫຼາຍ ຂນະທີ່ ທາງການ ກຳນົດໃຫ້ ທຳການ ແປຮູບ ປຸງແຕ່ງ ໃຫ້ເປັນ ເຟີນິເຈີ ກ່ອນຈະສົ່ງ ອອກຈາກ ລາວ ໄປຕ່າງປະເທດ, ແຕ່ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຕັດໄມ້ບໍ່ ປະຕິບັດຕາມ ແລະ ໂຮງງານ ແປຮູບໄມ້ ຢູ່ ສປປລາວ ຍັງບໍ່ສາມາດ ແປຮູບໄມ້ ບາງຢ່າງໄດ້.

ເມື່ອວັນທີ 13 ພຶສພາ 2016 ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ກໍໄດ້ ອອກຄໍາສັ່ງ ວ່າດ້ວຍ ການເພີ້ມ ຄວາມເຂັ້ມງວດ ໃນການ ຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸຣະກິດໄມ້ ໂດຍໃຫ້ ຢຸດການ ສົ່ງໄມ້ທ່ອນ ໄມ້ແປຮູບ ຮາກໄມ້ ເຫງົ້າໄມ້ ແລະ ໄມ້ຢືນຕົ້ນ ທີ່ຂຸດຄົ້ນ ອອກຈາກ ປ່າ ທັມມະຊາດ ອອກໄປ ຕ່າງປະເທດ ແລະ ໄມ້ທີ່ທາງ ຣັຖບານ ໄດ້ ອະນຸມັດ ຜ່ານມາ ແຕ່ຍັງບໍ່ ໄດ້ ຈັດຕັ້ງ ປະຕິບັດ ນັ້ນ ກໍໃຫ້ປຸງແຕ່ງ ເປັນໄມ້ ສຳເຣັດຮູບ ກ່ອນຈະສົ່ງ ອອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.