ລາວ-ໄທ ຂຍາຍສູນຮັບສົ່ງ ຄົນງານ

ມະນີຈັນ
2017.07.14
f-workers ກະຊວງແຮງງານ ແລະສວັດດີການສັງຄົມ ສປປລາວ ປະຊຸມກັບກົມການຈັດຫາງານ ປະເທດໄທ ຢູ່ເມືອງຫລວງພຣະບາງ ເມື່ອວັນທີ 10 ແລະ 11 ກໍຣະກະດາ 2017
RFA/PN

ກະຊວງແຮງງານແລະສວັດດີການ ສັງຄົມ ສປປລາວ ປະຊຸມຮ່ວມກັບ ກົມການຈັດຫາງານ ປະເທດໄທ ຢູ່ ເມືອງຫລວງພຣະບາງ ເມື່ອ ວັນທີ 10 ແລະ 11 ກໍຣະກະດາ ນີ້ເພື່ອ ຕຽມຂຍາຍສູນຮັບ-ສົ່ງ ຄົນງານລາວ ແລະເປີດສູນ ປັບສະຖານະພາບ ຄົນງານລາວ ຕື່ມອີກ ແຫ່ງນຶ່ງ ຢູ່ແຂວງມຸກດາຫານ ຂອງໄທ, ຄາດວ່າຈະເລີ່ມ ພາຍໃນເດືອນ ສິງຫາ ທີ່ຈະມາເຖິງນີ້ ແລະຈະເກັບຄ່າທໍານຽມ ປະມານ 2 ພັນບາດ ຕໍ່ຄົນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງ ກົມພັທນາ ສີມືແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ຂອງລາວ:

"ດຽວນີ້ຍັງຢູ່ໃນຂັ້ນຕອນ ການສິກະກຽມ ໃນການໄປປັບ ຍັງບໍ່ທັນມີເທື່ອ ຄັນຍັງບໍ່ທັນ ແມ່ນເຈົ້າແລ່ນ ເອກສານ ດໍາເນີນໃຫ້ຄົບ ໄປຕາມ ຣະບຽບ ກົດໝາຍຫັ້ນ ແມ່ນເຮົາ ຈະບໍ່ມີການ ປັບ ອັນ ໂຕປັບ ສະຖານະພາບ ຫລືວ່າສູນ ຫັ້ນແມ່ນ ແຮງງານ ທີ່ເຄີຍໄປເຮັດວຽກ ຢູ່ ພຸ້ນແລ້ວ ແລະ ຖືບັດສີຊົມພູ ຫັ້ນ ທີ່ວ່າມີ ກໍານົດ 1 ປີແລ້ວຈຶ່ງ ສາມາດ ປັບໄດ້".

ກອງປະຊຸມ ໄດ້ເວົ້າເຖິງການ ປະຕິບັດບັນທຶກ ຄວາມໃຈກັນ ຫລື MOU ຂອງ 2 ປະເທດ ເພື່ອເຮັດໃຫ້ ຄົນງານລາວທຸກຄົນ ເປັນຄົນ ງານ ຖືກຕ້ອງຕາມກົດໝາຍ ແລະໃຫ້ ເຂົ້າຢູ່ໃນຣະບົບ ຄຸ້ມຄອງ ຄົນງານ ຕ່າງປະເທດໃໝ່ ຂອງໄທ E-work permit.

ໃນປັຈຈຸບັນ ມີບໍຣິສັດ ນາຍຈ້າງໄທ ທີ່ໄດ້ຮັບ ອະນຸຍາດ ຈ້າງຄົນງານລາວ 168 ບໍຣິສັດ ແຕ່ລະ ບໍຣິສັດ ທີ່ຈະນໍາຄົນງານລາວ ໄປເຮັດ ວຽກຢູ່ໄທ ຕ້ອງວາງເງິນ 5 ລ້ານບາດ ເພື່ອເປັນຫລັກປະກັນ ຄວາມປອດພັຍ ໃຫ້ແກ່ ຄົນງານລາວ ແລະ ເພື່ອຂຍາຍ ສູນຮັບ-ສົ່ງ ຄົນ ງານລາວ ແລະເປີດສູນປັບ ສະຖານະພາບ ຄົນງານລາວ ທີ່ມີບັດສີບົວ ຫລື ບັດສີຊົມພູ ຢູ່ແຂວງມຸກດາຫານ ເພີ່ມອີກ, ເພາະ ປັດຈຸບັນ ມີແຫ່ງດຽວຢູ່ ເມືອງໜອງຄາຍ. ແລະມີສູນ ປັບສະຖານະພາບ ຄົນງານລາວ ຢູ່ ສະຖານທູດລາວ ທີ່ບາງກອກ.

ປັດຈຸບັນຄົນງານລາວ ທີ່ຖືບັດສີບົວ ຢູ່ໄທມີປະມານ 71 ພັນຄົນ ແລະ ຜູ້ທີ່ບໍ່ມີບັດນັ້ນ ກໍຄາດວ່າ ຈະຫຼາຍກວ່ານັ້ນອີກ ທີ່ກະຈາຍກັນຢູ່ ທົ່ວປະເທດໄທ. ສ່ວນຄົນງານ ລາວ ທີ່ໄປຂໍໃບ ອະນຸຍາດ ເຮັດວຽກ ໃນຣະບົບ E-work permit ກໍມີປະມານ 5700 ຄົນ ຄືຍັງບໍ່ໄດ້ ຕາມທີ່ຄາດໝາຍໄວ້ 10 ພັນຄົນ ໃນເຄິ່ງປີ ທໍາອິດນີ້.

ທ່ານ ວະຣານນະ ປີຕິວັນ ອະທິບໍດີກົມການ ຈັດຫາງານກະຊວງແຮງງານ ຂອງໄທ ເວົ້າວ່າຝ່າຍໄທຈະຮ່ວມ ປະຊາສັມພັນເປັນພາສາ ໄທແລະພາສາລາວ ພ້ອມອໍານວຍ ຄວາມສະດວກ ໃຊ້ບໍຣິການ ສູນປັບ ສະຖານະພາບ ຢູ່ຕາມດ່ານ ເຊັ່ນການຈັດ ຄິວ ຈັດຫາໂຕະ ບ່ອນນັ່ງເພື່ອໃຫ້ ພຽງພໍກັບ ອຸປກອນ ແລະ ເຈົ້າໜ້າທີ່. ແລະ ກະຊວງການ ຕ່າງປະເທດ ຈະຍົກເວັ້ນ ຄ່າທໍານຽມ ວີຊາ ໃຫ້ເຈົ້າໜ້າທີ່ ຣັຖບານລາວ ທີ່ຈະເຂົ້າມາ ເຮັດວຽກ ຢູ່ສູນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.