ຍັງມີການລັກຕັດໄມ້ຢູ່ ມ.ສັງທອງ

ສິດນີ
2016.05.24
f-logs ໂຮງເລື່ອຍ ໂຮງງານ ເຮັດໂຕະ ເຮັດຕັ່ງ ເຮັດຕຽງ ເຮັດຕູ້ ສາຣະພັດ ດ້ວຍໄມ້ດີ ຣາຄາແພງ ແຂວງ ໄຊຍະບູຣີ
Mek/fb

ເຈົ້າຫນ້າທີ່ປ່າໄມ້ ຜູ້ທີ່ບໍ່ປະສົງ ອອກຊື່ ຢູ່ເມືອງສັງທອງ ເວົ້າວ່າ ຍັງມີການ ລັກ ຕັດໄມ້ ຢູ່ບ້ານ ໃຫຍ່ນາຈະເຣີນ ເມືອງສັງທອງ ນະຄອນຫຼວງ ວຽງຈັນ ໃນເນື້ອທີ່ ປະມານ 30 ເຮັກຕາ ເພື່ອສົ່ງຂາຍ ໃຫ້ໂຮງງານ ເຮັດ ເຟີນີເຈີ ກັນຢູ່ ຍ້ອນ ກົດໝາຍ ຫ້າມການ ຕັດໄມ້ ຍັງບໍ່ຖືກ ບັງຄັບໃຊ້ ຢ່າງທົ່ວເຖີງ ເຮັດໃຫ້ ປະຊາຊົນ ແລະ ກຸ່ມພໍ່ຄ້າໄມ້ ບໍ່ມີຄວາມ ຢ້ານກົວ. ດັ່ງ ທ່ານກ່າວ ຕໍ່ ເອເຊັຽເສຣີ ໃນຕອນນຶ່ງວ່າ:

"ເພາະທີ່ຜ່ານມາ ບໍ່ທັນເວົ້າເຖີງ ເຣື້ອງ ກົດຫມາຍ ຫັ້ນນາ ປະຊາຊົນ ມັນເລີຍບໍ່ກົວ ມັນເລີຍ ບໍ່ຢ້ານ ເພາະວ່າເຂົາ ບໍ່ໄດ້ ມາຕິດຄຸກ ຕິດຕະລາງ ແລ້ວ ປະຊາຊົນ ກໍຮູ້ເທົ່າ ບໍ່ເຖີງການ ສ່ວນນຶ່ງ ແລະ ອີກສ່ວນນຶ່ງ ກໍດື້ດ້ານ ບໍ່ຢາກຟັງ ເຣື້ອງ ກົດຣະບຽບ ແລະ ກໍຍັງສວຍ ໂອກາດ ເຂົ້າໄປລັກ ຕັດໄມ້ ຕັດຫຍັງຢູ່".

ທ່ານ ກ່າວຕື່ມວ່າ ສາເຫດທີ່ ປະຊາຊົນ ຍັງລັກ ຕັດໄມ້ ຢູ່ນັ້ນ ເປັນຍ້ອນວ່າ ຂະເຈົ້າ ຍັງບໍ່ຮູ້ເຖິງ ກົດຣະບຽບ ຂໍ້ຫ້າມ ບໍ່ໃຫ້ ຕັດໄມ້, ຈຶ່ງພາກັນ ຄິດແຕ່ວ່າ ຖ້າຖືກຈັບ ກໍມີແຕ່ ຕັກເຕືອນ ແລະ ປັບໄຫມຊື່ໆ ຈະບໍ່ເຖິງຂັ້ນ ຕິດຄຸກ. ກ່ຽວກັບ ການຟື້ນຟູ ປ່າ ທ່ານວ່າ ປັດຈຸບັນ ຊາວບ້ານ ໃນເຂດນີ້ ຍັງບໍ່ມີ ງົປມານ ຈາກທາງການ ຮ່ວມທັງ ບໍ່ມີໂຄງການ ໃຫຍ່ໆ ເຂົ້າມາ ສນັບສນູນ ການປູກປ່າ. ທ່ານກ່າວ ເພີ້ມວ່າ:

"ທີ່ຈີງແລ້ວ ຖ້າຫາກມີ ຫນ່ວຍງານ ທີ່ວ່າສົນໃຈ ຢາກຊ່ອຍເຫລືອ ຫລືວ່າຊຸກຍູ້ ການປູກປ່າ ຫລື ການບູຣະນະ ຮັກສາປ່າ ທາງບ້ານໃຫຍ່ ພວກເຮົາ ແມ່ນເຫັນດີ ທີ່ວ່າມີທືນ ມີຮອນ ມາຊຸກຍູ້ ເປັນທືນ ເປັນຮອນໃຫ້ ປະຊາຊົນ".

ປ່າໄມ້ໃນເຂດ ບ້ານໃຫມ່ນາຈະເຣີນ ເມືອງສັງທອງ ນະຄອນຫຼວງ ວຽງຈັນ ເປັນປ່າ ທີ່ ອຸດົມສົມບູນ ໄປດ້ວຍໄມ້ ນານາຊນິດ ດັ່ງໄມ້ດູ່ ໄມ້ຍາງ ແລະ ໄມ້ບົກ ແຕ່ເມື່ອມີ ປະຊາຊົນ ເຂົ້າໄປລັກຕັດ ໄປຂາຍ ໃຫ້ໂຮງງານ ເຟີນີເຈີ ໃນຣະຍະ 10 ປີ ຜ່ານມາ ກໍກາຍເປັນ ປ່າ ຊຸດໂຊມ ໄປຫມົດ ຮອດທຸກມື້ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.